ບຸນທາດຫຼວງປີນີ້ ໄດ້ວາງຖັງຂີ້ຫຍື້ອ 300 ກວ່າຖັງ ໃນແຕ່ລະຈຸດ ເພື່ອໃຫ້ທຸກຄົນໄດ້ຮັກສາຄວາມສະອາດ

ທາງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ແລະ ບໍລິສັດສະມອນບີ້ ໄດ້ນຳເອົາຖັງຂີ້ເຫຍື້ອ ໄປວາງໄວ້ບໍລິການຖີ້ມຂີ້ເຫຍື້ອຫຼາຍກວ່າ 300 ຖັງ ເພື່ອອຳນວຍຄວາມສະດວກໃນການຖີ້ມຂີ້ເຫຍື້ອ ແລະ ນຳໃຊ້ແຮງງານອະນາໄມເດີ່ນພະທາດຫຼວງຈຳນວນ 150 ຄົນ ເພື່ອຮັກສາເດີ່ນພະທາດຫຼວງໃຫ້ມີຄວາມຈົບງາມ. ໂດຍທີມງານອະນາໄມ ຈະເຮັດໜ້າທີ່ອະນາໄມ ທັງກາງເວັນ ແລະ ກາງຄືນ. ສຳລັບທີມງານອະນາໄມກາງເວັນ ແມ່ນໄດ້ເບີ່ງຄືນຕິດຕາມເກັບມ້ຽນຂີ້ເຫຍື້ອທາງເບື້ອງເຂົ້າພະທາດຫຼວງ ແລະ ດ້ານໃນອົງພະທາດຫຼວງ

ອ່ານເພີ່ມ...

ປະເພນີແຫ່ຜາສາດເຜິ້ງ ງານບຸນນະມັດສະການພະທາດຫຼວງ

ປະເພນີແຫ່ຜາສາດເຜິ້ງເປັນອີກໜຶ່ງກິດຈະກຳທີ່ໄດ້ສືບທອດ ແລະ ປະຕິບັດໃນງານບຸນນະມັດສະການພະທາດຫຼວງວຽງຈັນມາເປັນເວລາຫຼາຍກວ່າ 4 ສະຕະວັດຜ່ານມາ ຊຶ່ງຂະບວນແຫ່ຜາສາດເຜິ້ງປີນີ້ຈະເລີ່ມໃນຕອນບ່າຍຂອງມື້ຂຶ້ນ 14 ຄ່ຳ ເດືອນ 12 ພ.ສ 2565 ກົງກັບ ວັນທີ 7 ພະຈິກ 2022 ຊຶ່ງຈະມີຫຼາຍຊັ້ນຄົນໄດ້ມາເຕົ້າໂຮມຢູ່ວັດສີເມືອງ ສະຖານທີ່ສັກກາລະບູຊາຄູ່ບ້ານຄູ່ເມືອງຂອງຊາວນະຄອນຫຼວງວຽງຈັນ ກໍຄືຊາວລາວທົ່ວປະເທດກ່ອນທີ່ຈະແຫ່ໄປພະທາດຫຼວງ. ຜາສາດເຜິ້ງທີ່ນຳມາແຫ່ນັ້ນແມ່ນເຮັດມາຈາກຕົ້ນກ້ວຍໄມ້ ແລະ ອື່ນໆ ພ້ອມປະດັບປະດາດ້ວຍດອກເຜິ້ງ

ອ່ານເພີ່ມ...

ກຽມພົບກັບຕະຫລາດນັດພົບແຮງງານປະຈຳປີ 2022 ໃນກາງເດືອນ ພະຈິກ ນີ້

ກຽມພົບກັບຕະຫລາດນັດພົບແຮງງານ​ປະຈຳ​ປີ 2022 ເຊິ່ງຈະຈັດຂຶ້ນວັນ ທີ 17-20 ພະຈິກ 2022 ທີ່ພະແນກແຮງງານ​ແລະ ສະຫວັດດີການສັງຄົມ ນະຄອນຫລວງ ວຽງຈັນ, ຕັ້ງຢູ່ບ້ານໜອງໄຮ, ເມືອງຫາດຊາຍຟອງ, ນະຄອນຫລວງ ວຽງຈັນ. ຄາດວ່າ ຈະມີຜູ້ເຂົ້າຮ່ວມງານ 3,000 ຄົນ; ໃນນັ້ນ, ມີທັງມາທ່ຽວຊົມ ແລະ ມາລົງທະບຽນ ສະໝັກ

ອ່ານເພີ່ມ...

ມອບ-ຮັບ ສິ່ງເສດເຫລືອທະຫານ ອາເມຣິກາ
ທີ່ຫາຍສາບສູນໃນປາງສົງຄາມ ຢູ່​ ລາວ

ລັດຖະບານ ສປປ ລາວ ໄດ້ມອບສິ່ງເສດເຫລືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ທີ່ໄດ້ຄົ້ນພົບຈາກການປະຕິບັດງານຮ່ວມພາກສະໜາມ ຂອງຄະນະວິຊາການ ລາວ-ອາເມຣິກາ ໃນການສໍາຫລວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ຄັ້ງທີ 5 ປະຈໍາສົກປີ 2021-2022 ຢູ່ເຂດເມືອງແປກ ແລະ ເມືອງຄໍາ ແຂວງຊຽງຂວາງ. ພິທີມອບ-ຮັບ

ອ່ານເພີ່ມ...

ສະມາຄົມທັນຕະແພດ ລາວ-ໄທເປີດບໍລິການກວດສຸຂະພາບ ບໍ່ເສຍຄ່າ

ສະມາຄົມທັນຕະແພດລາວ, ຄະນະທັນຕະແພດສາດ ມະຫາວິທະຍາໄລ ວິທະ ຍາສາດ ສຸຂະພາບ(ມວສ) ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບ ໜ່ວຍທັນຕະກຳ ທາງພາກລັດ-ເອກະຊົນ ແຫ່ງປະເທດໄທ ໄດ້ເປີດໃຫ້ບໍລິການກວດພະຍາດທົ່ວໄປ ແລະ ການບໍລິການທາງດ້ານທັນຕະກຳ ໃຫ້ແກ່ປະຊາຊົນ ພາຍໃນນະຄອນຫລວງວຽງຈັນ ໂດຍ ບໍ່ເສຍຄ່າ ເຊິ່ງໄດ້ຈັດຂຶ້ນໃນວັນທີ 1 ພະຈິກ ນີ້

ອ່ານເພີ່ມ...

ພະຍາດໝາກສຸກລີງ ກາຍເປັນເຫດສຸກເສີນ ດ້ານສາທາລະນະສຸກໂລກ

ຕາມ​ຂ່າວ​ຈາກ​ ເຈ​ນີວາ, ອົງການ ​ອະນາ​​ໄມ​ໂລກ (WHO)​ ເປີດ​ເຜີຍ​ວ່າ: ຄະນະ​ກຳມະ ການ ​ເຫດ​ສຸກ​ເສີນ​ ຂອງ ​ອົງການ ​ອະນາ​ໄມ​ໂລກ ໄດ້ຕົກລົງ ​ເຫັນ​ດີ ​ໃຫ້​ພະຍາດ ໝາກສຸກ​ລີງ (Monkey pox) ຄວນ​ເປັນ​ເຫດ ​ສຸກ​ເສີນ ດ້ານ​ສາທາ ລະນະ​ສຸກ​ໂລກ​ ຕໍ່​ໄປ(PHEIC) ນັບ​ຕັ້ງ​

ອ່ານເພີ່ມ...

ກຽມຈັດສັນຕະຫລາດກາງຄືນ ໃຫ້ເປັນລະບຽບ ແລະ ສະດວກກວ່າເກົ່າ!

ນະຄອນຫຼວງພະບາງ ຈະມີການຈັດສັນຮູບແບບການຂາຍສິນຄ້າ ຢູ່ຕະຫຼາດກາງຄືນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ເພື່ອອຳນວຍຄວາມສະດວກ, ສະບາຍແກ່ປະຊາຊົນ ແລະ ນັກທ່ອງທ່ຽວ ທີ່ມາບໍລິການຫລາຍຂຶ້ນກວ່າເກົ່າ ເປັນຕົ້ນ ການຈັດຈຸດນັ່ງຂາຍສິນຄ້າ ໃຫ້ເປັນລ໋ອກລວມ 2 ແຖວ, ປິ່ນຫລັງໃສ່ກັນ, ເລີ່ມແຕ່ໜ້າສະຖານີວິທະຍຸກະຈາຍສຽງ ແຂວງຫລວງພະບາງ ຫາ 3 ແຍກບ້ານຈຸມຄ້ອງ ເຊິ່ງສາມາດຮອງຮັບໄດ້ທັງໝົດ 443 ຮ້ານ ແນໃສ່ໃຫ້ຜູ້ປະກອບການທັງ

ອ່ານເພີ່ມ...

ກຽມພົບກັບຄວາມງົດງາມ ຂອງດອກໄມ້ເມືອງ ໜາວ ແຂວງ ຫົວພັນ

ຂໍເຊີນທ່ຽວຊົມງານເທດສະການ ດອກຄາຍປ່າ, ດອກຊາກຸຣະ ແລະ ປະກາດດອກຄາຍປ່າເປັນດອກໄມ້ເອກະລັກປະຈຳແຂວງຫົວພັນ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 23-26 ທັນວາ 2022 ທີ່ ເມືອງຊຳເໜືອ ແລະ ເມືອງວຽງໄຊ ແຂວງຫົວພັນ. ກິດຈະກຳພາຍໃນງານປະກອບມີ: 1. ງານປະກວດນາງສາວດອກຄາຍປ່າປະຈຳປີ 2. ງານແຂ່ງຂັນປະກວດນັກຮ້ອງສຽງດີ 3. ງານຕະຫຼາດນັດຂອງບັນດາເມືອງທົ່ວແຂວງ ແລະ ຕ່າງປະເທດ 4.

ອ່ານເພີ່ມ...

ກໍານົດ 9 ຂໍ້ໃນການສັນຈອນ ໃນໄລະຍະ ງານບຸນພຣະທາດຫຼວງ ປະຈຳປີ 2022

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໄດ້ຕີລາຄາ ສະພາບການເສັ້ນທາງຫຼາຍສາຍ ທີ່ມຸງໜ້າມາສູ່ບໍລິເວນພຣະທາດຫຼວງ ຈະເຮັດໃຫ້ສະພາບການສັນຈອນຕິດຂັດການທຽວທາງໃນຊ່ວງໄລຍະເວລາດັ່ງກ່າວ ພົບຄວາມຫຍຸ້ງຍາກ, ສະນັ້ນ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຈຶ່ງໄດ້ກໍານົດເສັ້ນທາງການສັນຈອນລະອຽດດັ່ງນີ້: 1. ລົດບັນທຸກ ທີ່ມາແຕ່ເສັ້ນທາງ 13 ເໜືອ ມີຈຸດປະສົງຈະໄປເສັ້ນທາງ 13 ໃຕ້ ມາຮອດ 3 ແຍກໜອງບຶກໃຫ້ລ້ຽວ – ຊ້າຍໄປຕາມເສັ້ນທາງໜອງບຶກຮອດໄຟອໍານາດດົງໂດກ ລ້ຽວຊ້າຍໄປຕາມຈຸດປະສົງ. 2.

ອ່ານເພີ່ມ...
error: Content is protected !!