ໃນໂອກາດທີ່ ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ເຂົ້າຮ່ວມເປັນປະທານ ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2022 ທີ່ໄຂຂຶ້ນໃນວັນທີ 14 ກຸມພາ ນີ້ ທ່ານໄດ້ເນັ້ນໜັກໃຫ້ຂະແຫນງການເອົາໃຈໃສ່ຫລາຍບັນ ເພື່ອສືບຕໍ່ຈັດຕັ້ງປະຕິບັດ ບັນດາຄາດໝາຍຕ່າງໆ ທີ່ວາງໄວ້ໃຫ້ເກີດເປັນຮູບປະທໍາ ແລະປະກົດຜົນເປັນຈິງ ກ່ອນອື່ນຕ້ອງເລັ່ງດັດປັບປະຕິຮູບວຽກງານການເງິນຢ່າງຮອບດ້ານ ແລະແຂງແຮງ ຕາມຍຸດທະສາດຂອງແຂວງໄດ້ຮັບຮອງ ໃຫ້ມີຄວາມຄືບໜ້າໄວ ແລະຮັບປະກັນການຈັດເກັບລາຍຮັບ
ບ້ານເມືອງ
ກົມກົງສຸນ ຊີ້ແຈງຕໍ່ການອອກຂ່າວຂອງສື່ອອນລາຍກ່ຽວກັບປາກົດການ ນາຍໜ້າ ໃນການອອກໜັງສືຜ່ານແດນ
ກົມກົງສຸນ ກະຊວງການຕ່າງປະເທດ ອອກຖະແຫຼງຂ່າວເພື່ອຊີ້ແຈງກ່ຽວກັບການອອກຂ່າວຜ່ານສື່ອອນລາຍ ກ່ຽວກັບປະກົດການ ນາຍໜ້າ ໃນການອອກໜັງສືຜ່ານແດນ ພ້ອມໃຫ້ຄວາມສຳຄັນຕໍ່ບັນດາດັ່ງກ່າວ ແລະ ຈະມີການກວດສອບ ຖ້າແມ່ນຄວາມຈິງຈະດຳເນີນມາດຕະການຢ່າງເດັດ ຂາດ ແລະ ປະຕິບັດວິໄນຕໍ່ພະນັກງານ ຜູ້ທີ່ກະທຳຜິດຕາມລະບຽບກົດໝາຍ. ທ່ານ ອຳໄພວັນ ຈັນທະວົງ ຫົວຫນ້າພະແນກ ກົມກົງສຸນ ກະຊວງການຕ່າງປະເທດ ຖະແຫຼງຂ່າວ ໃນວັນທີ 13 ກຸມພາ
1 ປີຜ່ານມາ ອັດຕະປື ສາມາດມ້າງຄະດີໄດ້ 136 ເລື່ອງ.
ອີງຕາມການລາຍງານຂອງ ທ່ານ ທະນູໄຊ ບັນຊາລິດ, ຮອງເຈົ້າແຂວງອັດຕະປື ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນ ແຂວງຊຸດທີ II ທີ່ຫາກໍ່ສໍາເລັດຫວ່າງບໍດົນແລ້ວນີ້ ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ ແຂວງອັດຕະປື ກໍຄືກໍາລັງປ້ອງກັນຄວາມສະຫງົບ ແຂວງ ແລະ ເມືອງ ໄດ້ເປັນເຈົ້າການຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າໃນການເຄື່ອນໄຫວຕາມຫຼັກການ ແລະ ວິທີການວິຊາສະເພາະ
900 ກວ່າຄົນເສຍຊີວິດຈາກອຸບັດຕິເຫດໃນປີ 2022
ໃນປີ 2022 ຜ່ານມາ, ທົ່ວປະເທດມີອຸປະຕິເຫດເກີດຂຶ້ນທັງໝົດ 6.440 ຄັ້ງ, ທຽບໃສ່ປີ 2021 ເພີ່ມຂຶ້ນ 864 ຄັ້ງເທົ່າກັບ 15,49%, ມີພະຫະນະເປ່ເພ 11.358 ຄັນ, ໄດ້ຮັບບາດເຈັບ 10.132 ຄົນ, ເສຍຊິວິດ 947 ຄົນ (ເພີ່ມຂຶ້ນ 116 ຄົນ),
ໄຟຟ້າລາວ ກຽມປັບປຸງລາຄາໄຟຟ້າ ພາກອຸດສາຫະກໍາ,ທຸລະກິດ ແລະ ປະເພດອື່ນໆ ຍົກເວັ້ນ ປະເພດທີ່ຢູ່ອາໄສ
ລັດວິສາຫະກິດໄຟຟ້າລາວ (ຟຟລ) ກຽມປັບປຸງໂຄງສ້າງລາຄາໄຟຟ້າ ໃນພາກອຸດສາຫະກໍາ 8 ປະ ເພດ ຄື: ປະເພດທູດ ແລະ ອົງການຈັດຕັ້ງສາກົນ; ປະເພດທຸລະກິດທົ່ວໄປ, ໄຟຟ້າສໍາຮອງ ແລະ ໄຟຟ້າຊົ່ວຄາວ; ປະເພດທຸລະກິດສຶກສາ ແລະ ກິລາ; ປະເພດທຸລະກິດບັນເທີງ; ປະເພດສໍານັກງານລັດບໍລິຫານ; ປະເພດກະສິກໍາ; ປະເພດອຸດສາຫະກຳ; ປະເພດທາງລົດໄຟ ແຕ່ຈະຍົກເວັ້ນປະເພດທີ່ຢູ່ອາໄສ.
ເກີດແຜ່ນດິນໄຫວ ໃນບໍລິເວນແຂວງຜົ້ງສາລີ ຄວາມແຮງສັ່ນສະເທືອນ 3.2 ຣີກເຕີ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດ ແຜ່ນດິນໄຫວ ຈາກສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ໃນວັນທີ 01 ກຸມພາ 2023 ເວລາ 08:15 ໂມງ ໄດ້ພົບສັນຍານເກີດແຜ່ນດິນໄຫວ 01 ຄັ້ງ ໃນບໍລິເວນ ແຂວງຜົ້ງສາລີ ມີຈຸດສູນກາງສັ້ນຂະໜານທີ່ 22.160 ອົງສາ ເໜືອ ແລະ ເສັ້ນແວງທີ່
ງານວາງສະແດງ ຜະລິດຕະພັນ ລາວ ປະຈໍາປີ 2023 ຈະຈັດຂຶ້ນໄວໆນີ້
ເຊີນຊວນມວນຊົນເຂົ້າຮ່ວມຊົມ ແລະ ເລືອກຊື້ສິນຄ້າ, ຜະລິດຕະພັນ ທີ່ຜະລິດ ແລະ ປະກອບຢູ່ ສປປ ລາວ ໃນງານຜະລິດຕະພັນລາວ ປະຈໍາປີ 2023 ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 10-19 ກຸມພາ ທີ່ຈະເຖິງນີ້ ທີ່ສູນການຄ້າລາວ-ໄອເຕັກ.ພິທີຖະແຫຼງຂ່າວງານຜະລິດຕະພັນລາວ 2023 (Made In Laos 2023) ໄດ້ຈັດຂຶ້ນໃນວັນທີ 30
ສູນການສຶກສາດ້ານຜະດຸງຄັນ 3 ແຫ່ງ ໃນ ລາວ ຖືກຮັບຮອງໄດ້ມາດຕະຖານສາກົນ
ສະຫະພັນຜະດຸງຄັນສາກົນ (ICM) ເປັນອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ມີພາລະບົດບາດຮັບຮອງມາດຕະຖານສາກົນ ແລະ ທັງເປັນຕົວແທນຕາງໜ້າໃຫ້ແກ່ວຽກງານຜະດຸງຄັນໃນທົ່ວໂລກ ໄດ້ປະກາດຢ່າງເປັນທາງການຮັບຮອງເອົາ ສູນການສຶກສາຜະດຸງຄັນ 3 ແຫ່ງໃນ ສປປ ລາວຄື: ວິທະຍາໄລ ວິທະຍາສາດສຸຂະພາບ ແຂວງຈໍາປາສັກ, ຫຼວງພະບາງ ແລະ ແຂວງຊຽງຂວາງ ໄດ້ມາດຕະຖານສາກົນ ພິທີປະກາດ ຮັບຮອງເອົາໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ ນະຄອນຫຼວງວຽງຈັນ. ໂຄງການຮັບຮອງມາດຕະຖານການສຶກສາຜະດຸງຄັນຂອງສະຫະພັນຜະດຸງຄັນສາກົນ
ບ້ານ ນາໃໝ່ ແລະ ບ້ານ ນາສຳພັນ ມີໄຟຟ້າຊົມໃຊ້ແລ້ວ
ອາທິດຜ່ານມານີ້, ທີ່ບ້ານນາສຳພັນເມືອງ ໂພນທອງ ແຂວງ ຫຼວງພະບາງ ຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງ ແລະ ສູນໄຟຟ້າປະຈຳເມືອງໄດ້ເປີດໄຟຟ້າລະບົບແຮງກາງໃຫ້ປະຊາຊົນບ້ານນາໃໝ່ແລະບ້ານນາສຳພັນໄດ້ຊົມໃຊ້, ມີທ່ານສົມວອນແກ້ວຄຳພອນສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງໂພນທອງພ້ອມດ້ວຍຜູ້ຕາງໜ້າຂະແໜງການທີ່ກ້ຽວຂ້ອງຂອງເມືອງ, ການຈັດຕັ້ງທັງ2ບ້ານແລະປະຊາຊົນພາຍໃນບ້ານເຂົ້າຮ່ວມ. ໃນພິທີທ່ານສົມພົງແກ້ວມະນີວົງຫົວໜ້າສູນໄຟຟ້າປະຈຳເມືອງໄດ້ອະທິບາຍກ່ຽວກັບການຊົມໃຊ້ໄຟຟ້າໃຫ້ປະຊາຊົນໄດ້ຮັບຮູ້ແລະເຂົ້າໃຈເປັນຕົ້ນການເປີດ-ປິດ, ການຮັກສາບູລະນະລະບົບໄຟຟ້າແລະ ການຊົມໃຊ້ໃນຊີວິດປະຈຳວັນໃຫ້ຖືກຕາມຫຼັກການຮັບປະກັນບໍ່ໃຫ້ເກີດຜົນກະທົບດ້ານລົບ. ສຳລັບການກໍ່ສ້າງຕາຂ່າຍໄຟຟ້າໄດ້ເລີ່ມລົງມືແຕ່ປີ 2018 ມາຮອດປີ 2022, ໃນນັ້ນໄດ້ກໍ່ສ້າງຕາຂ່າຍແຮງກາງ 22 kv ທັງໝົດ 18
ເຢຍລະມັນ ຂາດແຄນຄູສອນ ຢ່າງໜັກ ໃນຮອບ 50 ປີ
ສຳນັກຂ່າວ ຊິນຮວາຂອງ ສປຈີນ, ທ່ານ ໄຮ-ປິເຕີ ໄມດິງເງີ ປະທານ ສະມາຄົມ ຄູ ສອນ ຂອງ ເຢຍລະມັນ ເປີດເຜີຍວ່າ: ລະບົບ ການສຶກສາ ຂອງ ເຢຍລະມັນ ພວມຜະເຊີນກັບ ພາວະຂາດແຄນ ຄູສອນ ຄັ້ງໃຫຍ່ ທີ່ສຸດ ໃນຮອບ 50










