ປະຊາຊົນ 45 ຄອບຄົວ ເຂດນໍ້າງອນ ເມືອງຊານໄຊ ໄດ້ຮັບແນວພັນພືດ

ວັນທີ 17 ກຸມພາ 2023 ພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ໄດ້ນໍາເອົາແນວພັນພືດ ໄປມອບໃຫ້ປະຊາຊົນ ຈໍານວນ 45 ຄອບຄົວ ຢູ່ເຂດນໍ້າງອນ ເມືອງຊານໄຊ ແຂວງອັດຕະປື,ເຊິ່ງແນວພັນພືດທີ່ນໍາໄປມອບ ຄັ້ງນີ້ ປະກອບມີ: ແນວພັນຜັກກະລໍ່າປີ,ຜັກກາດຂາວ,ຜັກກາດດອກ,ຜັກກາດນາ, ໝາກເຂືອ ແລະ ອື່ນໆ ລວມມີທັງໝົດ 270 ຊອງ,ມູນຄ່າ 2 ລ້ານ 7 ແສນກີບ,ໃນນັ້ນ ມອບໃຫ້ກຸ່ມການຜະລິດ ດອນສາງມີ 31 ຄອບຄົວ ແລະ ກຸ່ມການຜະລິດ ດອນຈັນມີ 14 ຄອບຄົວ.
ພິທີມອບ-ຮັບໄດ້ຈັດຂື້ນຢ່າງເປັນທາງການເມື່ອວັນທີ 17 ກຸມພາ 2023 ທີ່ເຂດບ້ານນໍ້າງອນ,ໃຫ້ກຽດມອບໂດຍທ່ານ ເພັດທະນົງສັກ ຄຳພູນວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ຮັບໂດຍບັນດາຄອບຄົວເປົ້າໝາຍທີ່ໄດ້ຮັບແນວພັນພືດດັ່ງກ່າວ
ໃນໂອກາດກ່າວມອບທ່ານ ເພັດທະນົງສັກ ຄຳພູນວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງໄດ້ມີຄຳເຫັນວ່າ: ຈຸດປະສົງ ທີ່ລົງມາມອບແນວພັນພືດຜັກກິນໃບ ແລະ ຜັກກິນຫມາກ ເທື່ອນີ້ ແມ່ນເພື່ອຊຸກຍູ້ສົ່ງເສີມປະຊາຊົນ ເຂດນໍ້າງອນ ເມືອງຊານໄຊ ໄດ້ເຮັດການຜະລິດປູກພືດຜັກກິນໃບ,ຜັກກິນໝາກແບບປອດສານພິດ ທັງເປັນການຊຸກຍູ້ ແລະ ສົ່ງເສີມປະຊາຊົນຜະລິດເປັນສິນຄ້າ ອອກສູ່ຕະຫຼາດ ພາຍໃນເທດສະບານເມືອງ ແລະ ແຂວງ ເພາະວ່າ ເຂດນໍ້າງອນ ເປັນເຂດການຜະລິດທີ່ມີຄວາມເໝາະສົມ ໃນການປູກຝັງ ເປັນຕົ້ນ ສະພາບດິນຟ້າອາກາດ ນໍ້າຊົນລະປະທານ ມີພຽງພໍຕໍ່ການຜະລິດ ແລະ ໃນຕໍ່ໜ້ານີ້ ທາງພະແນກກະສິກຳ ແລະ ປ່າໄມ້ແຂວງ ກໍ່ຄືອຳນາດການປົກຄອງເມືອງຊານໄຊ ຍັງຈະໄດ້ມີແຜນສືບຕໍ່ຂະຫຍາຍກຸ່ມການຜະລິດ ໃຫ້ໄດ້ຫຼາຍຫຼັງຈາກນັ້ນ ເມື່ອຂະຫຍາຍກຸ່ມການຜະລິດສຳເລັດແລ້ວ ແມ່ນຈະໄດ້ພ້ອມກັນຈັດຕັ້ງກຸ່ມການເກັບຊື້ ເພື່ອເຮັດໃຫ້ປະຊາຊົນ ມີລາຍຮັບທີ່ດີຂຶ້ນຈາກການປູກພືດຜັກຂາຍເປັນສິນຄ້າ ແລະ ພາໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ .
ຂ່າວ: ສິດຕິພອນ

error: Content is protected !!