ວັນທີ 27 ເມສາ 2023, ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ຮັບເອົາການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ ສໍາລັບໂຄງການພັດທະນາທ້ອງຖິ່ນ ຜ່ານການເລັ່ງລັດ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ເຂດພາກໃຕ້ຂອງ ສປປ ລາວ ມູນຄ່າ 800 ລ້ານເຢນ, ຕາງໜ້າລັດຖະບານ ສປປ ລາວ ລົງນາມໂດຍ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ
ບ້ານເມືອງ
ກັກໂຕສາວ ພ້ອມຢາສູບໄຟຟ້າ 870 ອັນ ທີ່ ແຂວງ ຄຳມ່ວນ ມາດຳເນີນຄະດີ
ໃນວັນທີ 19 ເມສາ 2023 ທາງເຈົ້າຫນ້າທີ່ພະແນກຕໍາຫຼວດ ສະກັດກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ມີກຸ່ມຄົນບໍ່ດີຈໍານວນຫນຶ່ງຈະມີການຊື້-ຂາຍ ຢາເສບຕິດ ປະເພດ ຢາສູບໄຟຟ້າ ຢູ່ເຂດບ້ານ ໜອງບົວຄຳ ເມືອງ ທ່າແຂກ ແຂວງ ຄໍາມ່ວນ ເມື່ອໄດ້ຮັບການລາຍງານຄືແນວນັ້ນທາງເຈົ້າຫນ້າທີ່ວິຊາສະເພາະ ຈື່ງໄດ້ລົງຕິດຕາມກວດກາສະຖານທີ່ດັ່ງກ່າວ ຜ່ານການກວດກາຕິດຕາມເຫັນວ່າ
ໄລຍະ 3 ເດືອນຕົ້ນປີ 2023 ທີ່ຜ່ານມາ ອັດຕະປື ໄດ້ທັບມ້າງທຳລາຍຄະດີຢາເສບຕິດໄດ້ທັງໝົດ 28 ເລື່ອງ
ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ຢາເສບຕິດ ເປັນພິດເປັນໄພຕໍ່ສັງຄົມ ເປັນສິ່ງກົດໜ່ວງຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຍັງມີຄົນຈໍານວນບໍ່ໜ້ອຍຕົກເປັນທາດຂອງຢາເສບຕິດ ຊຶ່ງຜ່ານມາໜ່ວຍງານທີ່ກ່ຽວຂ້ອງໄດ້ພະຍາຍາມ ເອົາໃຈໃສ່ຢັບຢັ້ງດ້ວຍຫລາຍຮູບການ, ແຕ່ຢາເສບຕິດຍັງມີລັກສະນະເພີ່ມຂຶ້ນຢູ່ໃນທຸກປີ. ທ່ານ ພົນຈັດຕະວາ ສີເວີນແກ້ວ ສີວົງສາ ກໍາມະການພັກແຂວງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງອັດຕະປື ໄດ້ລາຍງານໃນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 8 ສະໄໝທີ XI ໃນວັນທີ
ຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ ສະຫລຸບ-ຍ້ອງຍໍຜົນງານ 5 ປີ
ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ ສະຫລຸບຂະ ບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຍ້ອງຍໍຜົນງານ 5ປີ(2016-2020) ແລະ ປະກາດເນື້ອໃນຂໍ້ແຂ່ງຂັນຮອດປີ 2025 ຈັດຂຶ້ນໃນ ວັນທີ 25 ເມສາ 2023 ໂດຍການເປັນປະທານຂອງ ທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ,
ສສ ຫວຽດນາມ-ກຳປູເຈຍ ຮ່ວມມືພັດທະນາ ບັນດາແຂວງ ຕາມຊາຍແດນ
ຕາມຂ່າວຈາກ ວິທະຍຸສາກົນ ຫວຽດນາມ,ວັນທີ 25 ເມສາ, ຢູ່ແຂວງ ໄຕນິງ, ທ່ານ ເຈິ່ນລືວກວາງ, ຮອງນາຍົກ ລັດຖະມົນຕີ ສສ ຫວຽດນາມ ພ້ອມກັບ ທ່ານ Samdech Krolahom Sar Kheng, ຮອງນາຍົກ ລັດຖະ ມົນຕີ, ລັດຖະມົນຕີ ກະຊວງພາຍໃນ
ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ 2023 ຈະສຸມໃສ່ 9 ຫົວຂໍ້ສໍາຄັນ.
ໂດຍປະຕິບັດຕາມແຜນດໍາເນີນງານ ຂອງລັດຖະບານ ແລະປະຕິບັດຕາມການມອບໝາຍຂອງ ທ່ານນາຍົກລັດຖະມົນຕີ, ວັນທີ 25-26 ເມສາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ນໍາພາ ແລະເປັນປະທານກອງປະຊຸມສະໄໝສາມັນ ປະຈຳເດືອນເມສາ 2023, ໂດຍມີບັນດາທ່ານສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ, ແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ແບບເຊິ່ງໜ້າ ແລະຜູ້ຕາງໜ້າບັັນດາແຂວງ ແລະນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.
ອຸດົມໄຊ ມີຫລາຍສະຖານທີ່ທ່ອງທ່ຽວ ທີ່ຄວນໄປສຳຜັດ
ແຂວງອຸດົມໄຊ ຕັ້ງຢູ່ທາງພາກເໜືອຂອງລາວ ປະກອບດ້ວຍ 12 ຊົນເຜົ່າ, ມີ 7 ເມືອງຄື: ເມືອງໄຊ, ເມືອງຫລາ, ເມືອງນາໝໍ້, ເມືອງງາ, ເມືອງແບງ, ເມືອງຮຸນ ແລະ ເມືອງປາກແບງ, ເປັນແຂວງໜຶ່ງທີ່ມີທັດສະນີຍະພາບທີ່ສວຍງາມ ເຊິ່ງສິ່ງທີ່ພົ້ນເດັ່ນຂອງແຂວງແມ່ນມີສະ ຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳ ແລະ ທຳມະຊາດ ທີ່ງົດງາມຫລາຍແຫ່ງ ທີ່ນັກທ່ອງທ່ຽວທັງພາຍໃນ ແລະ
ສາລະວັນ ປະກາດ 16 ບ້ານເປັນບ້ານສາທາລະນະສຸກແບບຢ່າງ-ຢຸດຕິຖ່າຍຊະຊາຍ
ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມືອງສາລະວັນ ປະກາດ 16 ບ້ານເປັນບ້ານສາທາລະນະສຸກແບບຢ່າງ ແລະ ຢຸດຕິການຖ່າຍຊະຊາຍ ໃນວັນທີ 24 ເມສາ 2023 ໂດຍມີ ທ່ານ ໜູຄໍາ ສີສະຫວັດ ຮອງເຈົ້າເມືອງສາລະວັນ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ທ່ານ ວົງດາວ ສຸລິນທາ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ
ເປີດງານວາງສະແດງສິນຄ້າ ຈີນ-ອາຊຽນຄັ້ງທີ 20
ວັນທີ 24 ເມສາ2023 ທີ່ຜ່ານມານີ້, ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ໄດ້ເດີນສາຍວາງສະແດງຢູ່ ສປປ ລາວເປັນຄັ້ງທໍາອິດ ພ້ອມທັງຈັດງານວາງສະແດງສິນຄ້າສົ່ງອອກແຂວງກວາງຊີ ສປຈີນ ເຊິ່ງຈະດໍາເນີນໄປເຖິງວັນທີ 26 ເມສາ 2023 ພາຍໃຕ້ການສະໜັບສະໜູນໂດຍເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ ແລະກະຊວງອຸດສາຫະກຳ ແລະການຄ້າ ສປປ ລາວ ແລະຮ່ວມຈັດໂດຍກອງເລຂາ ງານວາງສະແດງຈີນ-ອາຊຽນ, ພະແນກການຄ້າແຂວງກວາງຊີ ແລະກົມສົ່ງເສີມການຄ້າ.
ປກສ ແຂວງ ບໍ່ແກ້ວ ກວດພົບເຮໂຣອີນ 400 ແທ່ງ ໜັກ 160 ກິໂລ
ໃນຄັ້ງວັນທີ 20 ເມສາ 2023 ນີ້ ເຈົ້າໜ້າທີ່ຕຳຫຼວດປະຈຳຈຸດນໍ້າເກີງ ໄດ້ປະຕິບັດໜ້າທີ່ກວດກາພາຫະນະເຂົ້າ-ອອກ, ຮອດເວລາປະມາ 14 ໂມງ 30 ນາທີໄດ້ພົບເຫັນລົດຈີບ ຢີ່ຫໍ້ MAZDA ສີປອນທອງ, ປ້າຍທະບຽນ ຂຫ 8899 ຫຼວງພະບາງ ແລ່ນມາແຕ່ ເມືອງ ຕົ້ນເຜີ້ງ ມຸ່ງໜ້າໄປ ເມືອງ










