
ເມື່ອອາທິດຜ່ານມາ, ຢູ່ແຂວງຄຳມ່ວນ ຂອງ ສປປ ລາວໄດ້ຈັດພິທີສະເຫຼີມສະຫຼອງຜົນສຳເລັດຂອງການຜະລິດໂປຕາສຊຽມ 1 ລ້ານໂຕນຂອງບໍລິສັດລາວຄາຍຢວນ, ພາຍຫຼັງບໍລິສັດດັ່ງກ່າວໄດ້ດໍາເນີນກິດຈະການມາແຕ່ປີ 2008 ເປັນຕົ້ນມາ. ໂດຍໃຫ້ກຽດຕັດແຖບຜ້າ ພ້ອມລັ່ນຄ້ອງ 9 ບາດ ຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທີ່ປຶກສາລັດຖະບານ ແລະມີທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງ ແຜນການ ແລະການລົງທຶນ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄຳມ່ວນ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ພ້ອມດ້ວຍການນຳສູນກາງ, ທ້ອງຖິ່ນເຂົ້າຮ່ວມ.

ງານສະເຫລີມສະຫລອງຜົນສຳເລັດການຜະລິດໂປຕາສຊຽມຄຼໍເຣດ 1 ລ້ານໂຕນ, ບໍ່ພຽງແຕ່ເປັນເຫດການສຳຄັນໃນຂະບວນການພັດທະນາຂອງ ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດເທົ່ານັ້ນ, ແຕ່ຍັງເປັນອີກໜຶ່ງເຫດການທີ່ສຳຄັນໃນການພັດທະນາອຸດສາຫະກຳຂອງ ສປປ ລາວ ເຊິ່ງເປັນບໍລິສັດທໍາອິດທີ່ປະສົບຜົນສໍາເລັດໃນການຂຸດຄົ້ນ ແລະປຸງແຕ່ງບໍ່ແຮ່ໂປຕາສຊຽມຄລໍຣີດໃນລາວ, ໃນໄລຍະການພັດທະນາຕັ້ງແຕ່ປີ 2008 ເປັນຕົ້ນມາ, ພາຍໃຕ້ການເບິ່ງແຍງຊ່ວຍເຫຼືອ ແລະສະໜັບສະໜູນຈາກທຸກພາກສ່ວນທັງຢູ່ສູນກາງ ແລະທ້ອງຖິ່ນ ແລະໄດ້ປະກອບສ່ວນສໍາຄັນໃນການພັດທະນາທ້ອງຖິ່ນຂອງ ສປປ ລາວ, ລວມທັງເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ປັດຈຸບັນ, ປຸ໋ຍໂປຕາສຊຽມ ຂອງບໍລິສັດລາວຄາຍ ຢວນໄດ້ຈໍາໜ່າຍຢູ່ 20 ກວ່າປະເທດ, ທີ່ສ້າງຊື່ສຽງທາງດ້ານອຸດສາຫະກໍາປຸ໋ຍໂປຕາສຊຽມໃນໂລກ ແລະເປັນບໍລິສັດແຫ່ງດຽວທີ່ເຂົ້າໃນໂຄງການຫຼັກ 5 ປີຄັ້ງທີ 14 ຂອງກະຊວງວິທະຍາສາດ ແລະເຕັກໂນໂລຊີຂອງ ສປ ຈີນ.
ຂ່າວ: ສູນຂ່າວພະລັງງານ ແລະບໍ່ແຮ່
Despite the release of some of the captives, after the payment of ransoms, most the baptized Turks continued to remain on the island the medieval Cypriot historian Leontios Machairas recalled that the baptized Turks were not permitted to leave Nicosia when the Mamlukes approached the city after the battle of Khirokitia in. Unfortunately for research scientists, public speaking is part of the job and can affect how successful you are at getting your ideas heard, advancing your career and receiving more funding.