ປະທານປະເທດລາວບິນກົງສູ່ກໍາປູເຈຍໃຫ້ກໍາລັງໃຈນັກກິລາວທີ່ຊີເກມຄັ້ງທີ 32

ໃນລະຫວ່າງການເດີນທາງຢ້ຽມຢາມທາງລັດຖະກິດ ຣາຊະອານາຈັກ ກໍາປູເຈຍ ແລະ ເຂົ້າຮ່ວມພິທີເປີດກິລາຊີເກມ ຄັ້ງທີ 32ທີ່ນະຄອນຫລວງພະນົມເປັນ,ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງສປປລາວໄດ້ເດີນທາງໄປພົບປະໂອ້ລົມ ແລະໃຫ້ກຳລັງໃຈທິມນັກກິລາລາວທີ່ເຂົ້າຮ່ວມການແຂ່ງຂັນງານມະຫາກຳກິລາຊີເກມຄັ້ງທີ 32 ທີ່ນະຄອນຫຼວງພະນົມເປັນປະເທດກຳປູເຈຍເປັນເຈົ້າພາບ ລະຫວ່າງວັນທີ 05-17 ພຶດສະພາ 2023 ນີ້.

ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ກໍ່ໄດ້ກ່າວເນັ້ນ ແລະໃຫ້ກຳລັງໃຈນັກກິລາວ່າ:ທຸກປະເພດກິລາຕ້ອງຍາດໄດ້ໄຊຊະນະ ກໍ່ຄືໄດ້ຫຼຽນຄຳກັບສູ່ປະເທດ ແຕ່ຖ້າບໍ່ໄດ້ ກໍ່ໃຫ້ຫຼີ້ນຊະນະໃຈປະຊາຊົນລາວເຮົາທີ່ສົ່ງກຳລັງໃຈມາໃຫ້ ແລະຫຼີ້ນໃຫ້ຊະນະໃຈເຈົ້າພາບໄປພ້ອມກັນ.

ຕາມຂໍ້ມູນໃຫ້ຮູ້ວ່າ: ສປປ ລາວ ຕັ້ງເປົ້າຈະສູ້ຊົນຍາດໃຫ້ໄດ້ 5 ຫຼຽນຄຳ ໃນການແຂ່ງຂັນຊີເກມຄັ້ງທີ 32,ໂດຍການແຂ່ງຂັນຈະດຳເນີນໄປລະຫວ່າງວັນທີ 5-17 ພຶດສະພາ. ໃນການແຂ່ງຂັນຊີເກມຄັ້ງທີ 31 ຜ່ານມາ ສປປ ລາວສາມາດຍາດໄດ້ 2 ຫຼຽນຄຳ. ສໍາລັບພະນົມເປນເກມ 2023 ປີນີ້, ເຈົ້າພາບປະເທດກຳປູເຈຍກຳນົດຊິງໄຊທັງໝົດ 46 ປະເພດກິລາ. ໃນນັ້ນ, ສປປ ລາວສົ່ງນັກກິລາເຂົ້າຮ່ວມທັງໝົດ 576 ຄົນ, ຍິງ 131 ຄົນ ຈາກ 31 ປະເພດປະກອບມີ ບານເຕະ, ກອ໋ບ, ດອກປີກໄກ່, ຊ໋ອບເທັນນິດ, ປິ່ງປ່ອງ, ບານບ້ວງ, ອີສະປອດ, ຟັນດາບ, ບານສົ່ງຫາດຊາຍ, ກິລາຂ້າມສິ່ງກີດຂວາງ ແລະ ມວຍປໍ້າຈູຈິດຊູ. ປັດຈຸບັນ, ສປປ ລາວ ສາມາດຍາດໄດ້ 1 ຫຼຽນຄໍາ ແລະ 3 ຫຼຽນທອງລວມເປັນ 4 ຫຼຽນ.

ແຫຼ່ງຂໍ້ມູນ: ກົມກິລາລະດັບສູງ

error: Content is protected !!