ອີງຕາມແຈ້ງການຂອງ ກະຊວງໂຍທາທິການແລະຂົນສົ່ງ ສະບັບເລກທີ 24669/ຫກ. ລົງວັນທີ 7 ຕຸລາ 2022. ທາງສະຖານີລົດເມ ຈະໄດ້ຈັດຕັ້ງປະຕິບັດລາຄາຄ່າໂດຍສານສະບັບປັບປຸງໃຫ່ມ ຕາມແຈ້ງການຂອງ ກະຊວງ ຍທຂ ເຊີ່ງຈະເລີ່ມປະຕິບັດນໍາໃຊ້ລາຄາດັ່ງກ່າວນັບແຕ່ວັນທີ 19 ຕຸລາ 2022 ເປັນຕົ້ນໄປ.
Author: admin
ອັດຕະປື ຈູດທໍາລາຍຢາເສບຕິດ 95 ພັນກວ່າເມັດ
ໃນວັນທີ 18 ຕຸລາ ນີ້ ທີ່ຫໍປະຊຸມໃຫຍ່ ແຂວງ ອັດຕະປື ໄດ້ຈັດພິທີຈູດທຳລາຍຢາເສບຕິດ ເຂົ້າຮ່ວມມີ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າ ແຂວງ ອັດຕະປື, ມີ ທ່ານ ພົນຈັດຕະວາ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາການນໍາແຂວງ
ຕມ. ໜອງຄາຍ ຈັບແກ້ງຄ້າມະນຸດ! ລັກລອບພາ ສາວ ລາວ ຂາຍບໍລິການ
ໃນວັນທີ 14 ຕຸລາ ທີ່ຜ່ານມາ, ເຈົ້າໜ້າໄທໄດ້ບຸກເຂົ້າກັກໂຕ ຜູ້ຖືກຫາ 2 ຄົນ ທີ່ຫຼົບໜີ ໃນພື້ນທີ່ ເມືອງທ່າບໍ່ ແຂວງ ໜອງຄາຍ ມາສອບສວນ. ພວກກ່ຽວຫຼົບໜີຈາກຂໍ້ຫາ ຮ່ວມກັນໃຫ້ທີ່ພັກອາໄສ, ຫຼົບຫຼີກ ແລະ ໃຫ້ຄວາມຊ່ວຍເຫຼືອ ແກ່ແຮງງານຕ່າງດ້າວທີ່ເຂົ້າປະເທດຜິດກົດໝາຍ, ມີສ່ວນກ່ຽວຂ້ອງໃນການຊ່ວຍເຫຼືອສະໜັບສະໜູນການຄ້າມະນຸດ ແລະ ຮ່ວມຂະບວນການດັ່ງກ່າວຢ່າງຕໍ່ເນື່ອງ, ພວກກ່ຽວມີໜ້າທີ່ຮັບເດັກຍິງ
ຈີນ ສາມາດແກ້ໄຂບັນຫາເຈົ້າໜ້າທີ່ລັດ ຜິດວິໄນ 761,000 ກວ່າຄະດີ
ໃນໄລຍະ 10 ປີຜ່ານມາ, ຄະນະກຳມາທິການເພື່ອກວດກາ ລະບຽບວິໄນສູນກາງ ພັກກອມມູນິດຈີນສາມາດແກ້ໄຂຄະດີ ເຈົ້າໜ້າທີ່ຂອງລັດ ກົດເຫລັກ 8 ຂໍ້ ວ່າດ້ວຍການປັບປຸງຫລັກປະຕິ ບັດຂອງພັກ-ລັດ ແລະ ການສ້າງສາຍພົວພັນອັນໃກ້ຊິດກັບປະຊາຊົນທັງໝົດ 761,000 ກວ່າຄະດີ. ທ່ານ ສຽວ ເປີຍ ຮອງຫົວໜ້າ ຄະນະກຳມາທິການ ເພື່ອກວດກາລະບຽບວິໄນສູນກາງຂອງພັກກອມມູນິດຈີນ, ເຊິ່ງເປັນໜ່ວຍງານຕໍ່ຕ້ານການສໍ້ລາດບັງຫລວງຂັ້ນສູງສຸດຂອງ ສປ
ລາວ ກຽມພັດທະນາພະລັງງານສະອາດ ຢູ່ສາມແຂວງພາກເໜືອ
ໃນວັນທີ 17 ຕຸລາ 2022, ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອເກັບກໍາຂໍ້ມູນຂອບເຂດເນື້ອທີ່ ແລະ ສຶກສາຄວາມເປັນໄປໄດ້ ໂຄງການພັດ ທະນາພະລັງງານສະອາດ ຄົບວົງຈອນ ຢູ່ແຂວງຜົ້ງສາລີ, ຫລວງນໍ້າທາ ແລະ ອຸດົມໄຊ ລະຫວ່າງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ
ຈຳພອນ ຟື້ນຟູລະບົບນິເວດ ການຂະຫຍາຍພັນຂອງປາຝາອອງ ບ້ານ ດອນແດງ
ແຫລ່ງຂ່າວຈາກ ແຂວງ ສະຫສັນນະເຂດ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຢູ່ແຫລ່ງທ່ອງທ່ຽວໜອງປາຝາ ບ້ານດອນແດງ ເມືອງຈຳພອນ ໄດ້ເປີດກອງປະຊຸມປຶກສາຫາລືຮ່ວມກັບຊຸມຊົນ ເພື່ອຟື້ນຟູລະບົບນິເວດ ການຂະຫຍາຍພັນຂອງປາຝາອອງ ເຊິ່ງໄດ້ ເລີ່ມວາງແຜນຈັດຕັ້ງປະຕິບັດວຽກງານຟື້ນຟູລະບົບນິເວດ ແລະ ປະຊາກອນປາຝາອອງແບບມີສ່ວນຮ່ວມກັບຊຸມຊົນ ໂອກາດນີ້, ທ່ານນາງ ແກ້ວອຸດອນ ຈຸນລະມຸນຕຣີ ຮອງຫົວໜ້າຫ້ອງການຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຈໍາພອນ ໄດ້ມີຄຳເຫັນແນະນຳກ່ຽວກັບການອະນຸລັກຮັກສາ
ກ້າວເຂົ້າເດືອນ ຕຸລາ ມີຜູ້ໂດຍສານຂີ່ລົດໄຟ ລາວ-ຈີນ 739 ລ້ານເທື່ອຄົນ
ພາຍຫລັງໄດ້ເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ມາຮອດປັດຈຸບັນ ແມ່ນ 10 ເດືອນກວ່າແລ້ວ ທີ່ແລ່ນໃຫ້ບໍລິການລູກຄ້າ ແລະ ເຫັນໄດ້ຄວາມຕ້ອງການຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າ ມາຮອດວັນທີ 3 ຕຸລາ ປີ 2022 ນີ້, ທາງລົດໄຟ ລາວ-ຈີນ ໄດ້ສະສົມໂຕເລກຜູ້ໂດຍສານທັງໝົດ 739 ລ້ານເທື່ອຄົນ ແລະ ການຂົນສົ່ງສິນຄ້າສະສົມໄດ້
ພາຍຸ Nesat ກໍາລັງເຂົ້າມາ ລາວ ແລ້ວ!
ມາຕິດຕາມ ການເດີນທາງຂອງ ພາຍຸ Nesat ໂດຍ ປັດຈຸບັນ ໄດ້ເຄື່ອນໂຕ ອອກຈາກປະເທດ ຟິລິປິນ ແລ້ວ ແລະ ກໍາລັງເດີນທາງ ມາທາງພາກກາງ ຂອງຫວຽດນາມ ແລະ ສປປ ລາວ, ຄາດວ່າ ຈະມາເຖິງ ລະຫວ່າງວັນທີ 21-22/10/2022. ຂໍໃຫ້ທຸກຄົນ ຈົ່ງມີສະຕິ ກຽມພ້ອມຮັບມື
ໄຟໄໝ້ ຮ້ານເຟີ 9,000 ບ້ານ ປາກກະດິງ ແຂວງ ບໍລິຄຳໄຊ
ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ເວລາປະມານ 22:00 ວັນທີ 17 ຕຸລາ 2022 ເກີດເຫດໄຟໄໝ້ຮ້ານເຟີ 9,000 ກີບ ເຂດບ້ານ ປາກກະດິງ, ເມືອງ ປາກກະດິງ, ແຂວງ ບໍລິຄຳໄຊ. ມີຄລິບ: https://www.facebook.com/100079684445393/videos/1082817439061663/
ພົບສົບຊາຍເສຍຊີວິດໄຫຼນໍ້າມາຄ້າງທີ່ເຂດ ບ້ານ ໜອງຂອນ ເມືອງ ສອງຄອນ
ລາຍງານຈາກປະຊາຊົນໃຫ້ຮູ້ ໃນວັນທີ 16 ຕຸລາ 2022 ນີ້ວ່າ: “ມີຄົນຕົກນ້ຳຕາຍໄຫລມາຄ້າງຢູ່ເຊບ້ານ ຫນອງຂອນ, ເມືອງ ສອງຄອນ. ແຂວງ ສະຫວັນນະເຂດ ບໍ່ຮູ້ວ່າເປັນຄົນທາງໃດ ໃສ່ໂສ້ງໃນສີຟ້າ ເສື້ອສີເຫລືອງ ຕອນນີ້ສົບຍັງຢູ່ເຊ” ມີຄລິບ https://www.facebook.com/100047811585036/videos/1937786466565006/ ສ່ວນສາເຫດຂອງການເສຍຊິວິດ ເຈົ້າໜ້າທີ່ຈະສືບສວນຕໍ່ໄປ. ສະແດງຄວາມເສຍໃຈກັບເຫດການຄັ້ງນີ້.










