ເຊເວັ່ນ ອີເລຟເວັ່ນສາຂາ ທຳອິດ ໃນ ສປປ.ລາວເປີດໃຫ້ບໍລິການແລ້ວໃນນະຄອນຫຼວງວຽງຈັນ

        ເຊເວັ່ນ ອີເລຟເວັ່ນ ສາຂາ ທຳອິດ ໃນ ສປປ.ລາວ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ ເມື່ອວັນພະຫັດ ວັນທີ 7 ກັນຍາ 2023 ທີ່ຜ່ານມາ ຕັ້ງຢູ່ທີ່ຖະໜົນສຸພານຸວົງ ບ້ານໜອງປາໃນ ເມືອງສີໂຄດຕະບອງ ໃນນະຄອນຫຼວງວຽງຈັນ. ໂດຍ ມີພິທີເປີດໃນຕອນເຊົ້າໄດ້ຮັບກຽດຈາກ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ

ອ່ານເພີ່ມ...

ແຈ້ງການ ຈຳໜ່າຍພັນທະບັດ ທະນາຄານແຫ່ງ ສປປ ລາວ ສະກຸນເງິນກີບ ງວດທີ 3 ຈຳນວນ 3.000.000.000.000 ກີບ (ສາມພັນຕື້ກີບ),

ເງື່ອນໄຂຂອງຜູ້ທີ່ສາມາດຊື້ພັນທະບັດ: ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຖິ່ນຖານຢູ່ ສປປ ລາວ (ຍົກເວັ້ນທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ) ຜູ້ທີ່ມີເງື່ອນໄຂ ແລະ ມີຄວາມສົນໃຈສາມາດສັ່ງຈອງໃນລະຫວ່າງ ວັນທີ 6-8 ກັນຍາ 2023 ໂດຍສັ່ງຈອງຜ່ານທະນາຄານທຸລະກິດ ທີ່ເປັນຕົວແທນຈຳໜ່າຍ 7 ແຫ່ງ ດັ່ງນີ້: 1. ທະນາຄານ

ອ່ານເພີ່ມ...

ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ມີມາດຕະການເດັດຂາດຕໍ່ກັບປ້າຍໂຄສະນາ.

ເລີ່ມແຕ່ຕົ້ນເດືອນສິງຫາ 2023 ຮອດປັດຈຸບັນ, ໜ່ວຍງານກວດກາ-ຄຸ້ມຄອງປ້າຍຂອງສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳຮ່ວມກັບ ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ໄດ້ພ້ອມກັນເອົາໃຈໃສ່ລົງກວດກາບັນດາປ້າຍທີ່ບໍ່ຖືກຕ້ອງຂອງຜູ້ປະກອບການດຳເນີນທຸລະກິດຕ່າງໆພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ທັງໝົດ 91 ປ້າຍ, ໃນນີ້ມີປ້າຍທີ່ຖືກຕ້ອງຕາມລະບຽບກົດໝາຍ 7 ປ້າຍ, ສ່ວນປ້າຍທີ່ບໍ່ຖືກຕ້ອງຕາມລະບຽບການເຊັ່ນ: ຂະໜາດຕົວໜັງສື, ສະຫຼະພະຍັນຊະນະ, ປ້າຍບໍ່ມີພາສາລາວ, ປ້າຍພິມເປັນພາສາໄທ ແລະ ປ້າຍເນື້ອໃນບໍ່ສອດຄ່ອງກັບໃບທະບຽນວິສາຫະກິດລວມມີ 85 ປ້າຍ. ປັດຈຸບັນໄດ້ມີຜູ້ປະກອບການຈຳນວນໜຶ່ງທີ່ໄດ້ໃຫ້ການຮ່ວມມືເຂົ້າມາພົວພັນປະກອບເອກະສານຕັ້ງປ້າຍຂອງຕົນໃຫ້ຖືກຕ້ອງລວມ 15 ປ້າຍ.

ອ່ານເພີ່ມ...

ນາຍົກລັດຖະມົນຕີ ເດີນທາງເຖິງ ສ. ອິນໂດເນເຊຍ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43.

ຄະນະຜູ້ແທນຂັ້ນສູງຂອງລາວ ນຳໂດຍ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນ ທາງເຖິງສະຫນາມບິນສາກົນ ໂຊກາໂນ ຮັດຕະ (Soekarno Hatta), ນະຄອນ ຫຼວງ ຈາກາກຕາ, ສາທາລະນະລັດ ອິນໂດເນເຊຍ ໃນວັນທີ 4 ກັນຍາ 2023,

ອ່ານເພີ່ມ...

ຊີ້ແຈງ ກໍລະນີການຫ້າມການຜະລິດແປຮູບໜໍ່ໄມ້ ການເກັບຊື້-ຂາຍໜໍ່ໄມ້ແຫ້ງຢູ່ພາຍໃນເມືອງແອດ

ຈາກກໍລະນີທີ່ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງແອດ ແຂວງຫົວພັນ ໄດ້ອອກແຈ້ງການ, ສະບັບ ເລກທີ 663 ຫກປມ, ລົງວັນທີ 23 ສິງຫາ 2023 ກ່ຽວກັບການຫ້າມການຜະລິດແປຮູບໜໍ່ໄມ້, ການເກັບຊື້-ຂາຍໜໍ່ໄມ້ແຫ້ງຢູ່ພາຍໃນເມືອງແອດ ເຮັດໃຫ້ສັງຄົມມີຄວາມສົນໃຈ ແລະ ເກີດການວິພາກວິຈານຫຼາຍພໍສົມຄວນ. ​ຕໍ່ບັນຫານີ້, ທ່ານ ທອງສຸກ ສົມພາວັນ, ເຈົ້າເມືອງ

ອ່ານເພີ່ມ...

ມາດຕະການໃນການແກ້ໄຂໄພເງິນເຟີ້ທີ່ມອບໝາຍໃຫ້ທະນາຄານແຫ່ງ ສປປ ລາວ ປະຕິບັດ

ຄຳສັ່ງນາຍົກລັດຖະມົນຕີ ສະບັບເລກທີ 13/ນຍ ໃນວັນທີ 29 ສິງຫາ 2023 ໄດ້ວາງມາດມາດຕະການໃນການແກ້ໄຂໄພເງິນເຟີ້ ໃນນັ້ນ ໄດ້ມອບໃຫ້ທະນາຄານແຫ່ງ ສປປ ລາວ ປະຕິບັດຄືດັ່ງນີ້: 1) ຄຸ້ມຄອງປະລິມານເງິນ M2 ໃຫ້ຢູ່ໃນຂອບທີ່ສາມາດຄວບຄຸມໄດ້; ຄຸ້ມຄອງ, ຕິດຕາມ ແລະ ຈໍາກັດການເພີ່ມຂຶ້ນ ຂອງອັດຕາເງິນເຟີ້ ເຮັດໃຫ້ຫຼຸດລົງ. ພ້ອມທັງ

ອ່ານເພີ່ມ...

ສົກຮຽນໃໝ່ 2023-2024 ສືບຕໍ່ກ້າວສູ່​ຄຸ​ນ​ນະ​ພາບ​ໃໝ່

ສົກຮຽນໃໝ່ ປີ 2023-2024 ໄດ້ໄຂຂຶ້ນໃນມື້ນີ້ ດ້ວຍ​ບັນ​ຍາ​ກາດ​ອັນ​ຟົດ​ຟື້ນມ່ວນ​ຊື່​ນໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ເມື່ອເວົ້າເຖິງການພັດທະນາປະເທດຊາດ, ຍາມໃດພັກ-ລັດຖະບານ ເຮົາກໍ່​​ໄດ້​ຖື​ເອົາ​ການ​ພັດທະນາ​ ຊັບພະຍາກອນ​ມະນຸດ ​ເປັນວຽກງານສໍາຄັນ, ໄດ້ ເອົາໃຈໃສ່ເປັນພິເສດ ຕໍ່ການສ້າງເງື່ອນໄຂ ແລະ ໂອກາດທີ່ເທົ່າທຽມກັນ ໃຫ້ແກ່ທຸກຄົນໄດ້ເຂົ້າເຖິງການສຶກສາ, ປັບປຸງ ແລະ ຍົກຄຸນນະພາບ ຂອງການຮຽນການສອນ ແລະ ພັດທະນາຊັບພະຍາກອນມະນຸດຂອງຊາດ ໃຫ້ມີຄວາມຮູ້ຄວາມສາມາດ ຕອບສະໜອງ ໄດ້

ອ່ານເພີ່ມ...

Meta ປະກາດກຽມປິດ Messenger Lite ໃນລະບົບແອນດຣອຍ

Meta ປະກາດກຽມປິດການໃຊ້ງານຂອງແອັບ Messenger Lite ໃນລະບົບແອນດຣອຍ. Meta ບໍລິສັດແມ່ຂອງ Facebook ກຽມຢຸດການໃຫ້ບໍລິການແອັບພຣິເຄຊັ່ນ “Messenger Lite” ໃນອຸປະກອນທີ່ເປັນລະບົບແອນດຣອຍ (Android) ໂດຍຈະຖອນອອກຈາກ Google Play Store ແລະ ຢຸດໃຫ້ບໍລິການໃນວັນທີ 18 ກັນຍາ 2023 ເປັນຕົ້ນໄປ. ທັ້ງນີ້

ອ່ານເພີ່ມ...

ຈູດທໍາລາຍອຸປະກອນຫຼິ້ນການພະນັນ

ໃນວັນທີ 28 ກໍລະກົດ 2023, ເຈົ້າໜ້າທີ່ກົມຕໍາຫຼວດສືບສວນ-ສອບສວນ ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ລົງມ້າງເປົ້າໝາຍມີການບໍລິການຫຼິ້ນການພະນັນ 4 ຈຸດຢູ່ຂອບເຂດເທດສະ ບານເມືອງໄຊ ແຂວງອຸດົມໄຊ. ໃນນີ້, ຢູ່ຫົວໜ່ວຍທຸລະກິດໂຮງແຮມ 3 ຈຸດ ສາມາດກັກຕົວເປົ້າໝາຍມີສ່ວນກ່ຽວຂ້ອງໃຫ້ການບໍລິການຫຼິ້ນການພະນັນ (ຕູ້ເກມໄຟຟ້າ) ໄດ້ຈໍານວນ 5 ຄົນ ພ້ອມທັງຢຶດຂອງກາງອຸປະກອນການພະນັນອີກຫຼາຍປະເພດ.

ອ່ານເພີ່ມ...

ສູນສະຖິຕິແຫ່ງຊາດ ເຜີຍ! ອັດຕາເງິນເຟີ້ ໃນລາວ ເດືອນສິງຫາ ຢູ່ທີ່ 25,9%.

ສູນສະຖິຕິແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ໃນເດືອນສິງຫາ 2023 ທ່າອ່ຽງລາຄາສິນຄ້າຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ດັດຊະນີລາຄາສິນຄ້າໂດຍລວມຂອງເດືອນສິງຫາ 2023 ຢູ່ໃນລະດັບ 195,10 ຊຶ່ງເພີ່ມຂຶ້ນຈາກ 154,99 ໃນເດືອນສິງຫາ 2022 ເຮັດໃຫ້ອັດຕາເງິນເຟີ້ລວມຂອງ ສປປ ລາວ ໃນເດືອນສິງຫານີ້ ຢູ່ໃນລະດັບ 25,9% (ເດືອນກໍລະກົດ ຢູ່ໃນລະດັບ 27,8%). ເມື່ອທຽບລາຄາສິນຄ້າ ແລະ

ອ່ານເພີ່ມ...
error: Content is protected !!