ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ນັບມາຮອດວັນທີ 2 ທັນວາ 2023, ທາງລົດໄຟ ຈີນ-ລາວ ເປີດນຳໃຊ້ຄົບຮອບ 2 ປີ. ໃນສອງປີຜ່ານມາ, ທາງລົດໄຟ ຈີນ-ລາວ ຂົນສົ່ງຜູ້ໂດຍສານໄດ້ 24,2 ລ້ານເທື່ອຄົນ ແລະໄດ້ຂົນສົ່ງສິນຄ້າ 29,1 ລ້ານໂຕນ, ໄດ້ເສີມຂະຫຍາຍບົດບາດທີ່ເປັນຊ່ອງທາງຄຳດ້ານການຂົນສົ່ງນັບມື້ນັບພົ້ນເດັ່ນຂຶ້ນ, ເພີ່ມພະລັງຊີວິດໃໝ່ໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງພາກພື້ນ.
Author: admin
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 10 ປີ 2023 ບັນລຸໄດ້ ປະມານ 985 ລ້ານໂດລາສະຫະລັດ
ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ລາຍງານວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 10 ປີ 2023 ບັນລຸໄດ້ ປະມານ 985 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ ປະມານ 361 ລ້ານໂດລາສະຫະລັດ,
ພິທີເປີດການນໍາໃຊ້ເວັບໄຊ້ ສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024
ໃນວັນທີ 17 ພະຈິກ 2023 ຜ່ານມາ, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ, ຜູ້ປະຈໍາການຄະນະກໍາມາການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໄດ້ເປັນປະທານພິທີເປີດການນໍາໃຊ້ເວັບໄຊ ສໍາລັບການເປັນປະທານອາຊຽນຂອງ
4 ເຄັດລັບເບິ່ງແຍງຜິວຍາມໜາວ ທີ່ສາວໆຄວນຮູ້
1. ທາເບບີອອຍ ຫຼັງຈາກອາບນຳ້ແລ້ວໃໝ່ໆ: ຫຼັງອາບນຳ້ໃໝ່ໆ ໂດຍສະເພາະຄົນທີ່ອາບນຳ້ອຸ່ນໃນຍາມໜາວ ຜິວຈະແຫ້ງ່າຍ, ໃຫ້ໃຊ້ເບບີອອຍ ທາທົ່ວໂຕໃນຂະນະທີ່ໂຕປຽກໝາດໆ ບໍ່ຕ້ອງຖ້າໃຫ້ແຫ້ງ ຈະເຮັດໃຫ້ຜິວນຸ່ມຊຸ່ມຊື່ນ. ເບບີອອຍຈະບຳລຸງໃຫ້ຜິວນຽນເງົາ. 2. ທາຄີມບຳລຸງທັງເຊົ້າ ແລະ ກ່ອນເຂົ້ານອນ: ນອກຈາກນີ້ ຄວນໝັ່ນທາຄີມບຳລຸງທຸກຄັ້ງ ເຊົ້າ-ແລງ ໂດຍສະເພາະຄົນທີ່ຢູ່ໃນຫ້ອງແອເຢັນ ເປັນປະຈຳ ເພາະຜິວຈະຂາດຄວາມຊຸ່ມຊື່ນ. ສະນັ້ນ ຄວນທາຄີມເລື້ອຍໆ ໃຫ້ເປັນນິດໄສ
ເຈົ້າໜ້າທີ່ ຊີ້ແຈງເລື່ອງຮຽກເງິນຈາກນັກທ່ອງທ່ຽວໄທປັບໃໝຕາມລະບຽບການພຽງແຕ່ 700.000 ກີບ ບໍ່ແມ່ນ 5 ພັນບາດ ຕາມທີ່ເປັນຂ່າວ
ພັທ ກິດ່ອນ ກິວົງໄຊ ຮອງຫົວໜ້າຄະນະຄຸ້ມຄອງດ່ານ ຫົວໜ້າດ່ານ ຕມ ສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໄດ້ຖະແຫຼງຊີ້ແຈງກ່ຽວກັບເຫດການທີ່ກຳລັງເປັນກະແສໃນສື່ສັງຄົມອອນລາຍ ທີ່ສັງຄົມໃຫ້ຄວາມສົນໃຈ ກ່ຽວກັບຄຼິບວິດີໂອເຈົ້າໜ້າທີ່ ຕມ ສາກົນ ຂົວມິດຕະພາບລາວໄທ ແຫ່ງທີ 1 ຮຽກເກັບເງິນ ຈຳນວນ 5.000 ບາດຈາກນັກທ່ອງທ່ຽວໄທທີ່ບໍ່ໄດ້ຈຳກາເຂົ້າປະເທດ ໃນຄັ້ງວັນທີ 12
ກົມກົງສຸນ ເລັ່ງແກ້ໄຂບັນຫາໜັງສືຜ່ານແດນທີ່ຕົກຄ້າງ
ກົມກົງສຸນ ກະຊວງການຕ່າງປະເທດ ຂໍຖືເປັນກຽດແຈ້ງມາຍັງພໍ່ແມ່, ປະຊາຊົນ, ພະນັກງານ, ທະ ຫານ, ຕຳຫລວດ ຊາບວ່າ: ໃນໄລຍະຜ່ານມາ, ຄວາມຮຽກຮ້ອງຕ້ອງການຂໍນຳໃຊ້ໜັງສືຜ່ານແດນຂອງປະຊາຊົນລາວເຮົາ ແມ່ນມີຈໍານວນຫລວງຫລາຍ ເຊິ່ງເປັນປະລິມານເກີນຂີດຄວາມສາມາດໃນການຮອງຮັບຕົວຈິງຂອງລະບົບການອອກໜັງສືຜ່ານແດນຂອງກົມກົງສຸນ ທີ່ມີຢູ່. ສະນັ້ນ, ຈຶ່ງເຮັດໃຫ້ການອອກໜັງສືຜ່ານແດນໃນໄລຍະຜ່ານມາໃຊ້ເວ ລາດົນ ບໍ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງ ການຂອງສັງຄົມໄດ້; ການສຳພາດເກັບກຳຂໍ້ມູນໃນສະພາບປົກກະຕິຢູ່ກົມກົງສຸນ ສາມາດພິຈາລະນາຮັບໄດ້ແຕ່ 300 ຄົນ/ມື້, ແຕ່ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ
ປະຕູໄຊ ຈະເປີດໃຫ້ເຂົ້າຊົມຢ່າງເປັນທາງການໃນວັນທີ 2 ທັນວາ
ກອງປະຊຸມປຶກສາຫາລືກ່ຽວກັບການປະຕິສັງຂອນປະຕູໄຊ (ອານຸສາວະລີ) ຈັດຂຶ້ນວັນທີ 7 ພະຈິກ 2023 ທີ່ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາ ຫົວຫນ້າພະແນກການກ່ຽວຂ້ອງ ແລະ ປະທານບໍລິສັດ ລິດປັນຍາ ອອກແບບ-ກໍ່ສ້າງ ຈໍາກັດຜູ້ດຽວເຂົ້າຮ່ວມ. ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ປຶກສາຫາລື
9 ເດືອນຕົ້ນປີ 2023 ມີນັກທ່ອງທ່ຽວຕ່າງປະເທດ ມາທ່ອງທ່ຽວຢູ່ ສປປ ລາວ 2.498.691 ເທື່ອຄົນ
ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາແລະ ທ່ອງທ່ຽວ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະພາແຫ່ງຊາດ ແລະ ບັນດາ ສະມາຊິກສະພາແຫ່ງຊາດ ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 6 ພະຈິກ 2023 ວ່າ: 9 ເດືອນຕົ້ນປີ
ພິທີເຊັນສັນຍາລົງນາມການຮ່ວມມືເປັນໂຮງໝໍເຄືອຂ່າຍ ລະຫວ່າງ ໂຮງໝໍ ເຊດຖາທິຣາດ ແລະ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ
ໃນວັນທີ 03/11/2023 ທີ່ຜ່ານມານີ້, ໄດ້ມີພິທີເຊັນສັນຍາລົງນາມການຮ່ວມມືເປັນໂຮງໝໍເຄືອຂ່າຍ ລະຫວ່າງ ໂຮງໝໍ ເຊດຖາທິຣາດ ແລະ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ ເພື່ອເປັນເຄືອຂ່າຍໂຮງໝໍໃນ ສປປລາວ ໃນພິທີເຊັນສັນຍາລົງນາມການຮ່ວມມືເປັນໂຮງໝໍເຄືອຂ່າຍ ຕາງໜ້າເຊັນສອງຝ່າຍໂດຍ ທ່ານ ດຣ ຫວັງນະຄອນ ດິດຕະພົງ, ຜູ້ອຳນວຍການ ໂຮງໝໍເຊດຖາທິຣາດ ແລະ ທ່ານ
ທຫລ ວາງມາດຕະການເຂັ້ມເພື່ອຄຸ້ມຄອງເງິນຕາຕ່າງປະເທດ
ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ວາງມາດຕະການຢ່າງເຂັ້ມງວດ ເພື່ອຄຸ້ມຄອງເງິນຕາຕ່າງປະເທດ ໂດຍສະເພາະ ການປັບປຸງກົດໝາຍ, ນິຕິກຳ, ຂໍ້ຕົກລົງ, ລະບຽບການຕ່າງໆ ເພື່ອເປັນເຄື່ອງມືໃນການຄຸ້ມຄອງເງິນຕາຕ່າງປະເທດຢູ່ ສປປ ລາວ ໃຫ້ມີປະສິດທິຜົນຫລາຍຂຶ້ນກວ່າເກົ່າ ໃນເງື່ອນໄຂທີ່ຮູບແບບການເຊື່ອມໂຍງດ້ານເສດຖະກິດ-ການເງິນ ລະຫວ່າງປະເທດ ນັບມື້ນັບຫລາກຫລາຍ ແລະ ສະຫລັບສັບຊ້ອນ ໃຫ້ສາມາດຄຸ້ມຄອງເງິນຕາຕ່າງປະເທດ ໄດ້ລວມສູນ ເຂົ້າສູ່ລະບົບຫລາຍຂຶ້ນ. ທ່ານ










