ຂ່າວດີກ່ອນປີໃໝ່! ອັດຕາເງິນເຟີ້ປະຈຳເດືອນ ທັນວາ ປີ 2023 ຫຼຸດລົງຢູ່ທີ່ 24.37%

ສະພາບອັດຕາເງິນເຟີ້ ມາຮອດເດືອນ ທັນວາ ປີ 2023, ອັດຕາເງິນເຟີ້ຂອງ ສປປ ລາວ ຢູ່ໃນທ່າອ່ຽງສືບຕໍ່ຫລຸດລົງຢ່າງຕໍ່ເນື່ອງ ຈາກເດືອນກຸມພາປີ 2023 ເນື່ອງຈາກທຽບກັບຖານອັດຕາເງິນເຟີ້ປີ 2022 ທີ່ມີຖານອັດຕາເງິນເຟີ້ສູງ. ເຖິງຢ່າງໃດ ກໍ່ຕາມ, ລາຄາສິນຄ້າໂດຍລວມໃນເດືອນທັນວາ 2023 ແມ່ນຍັງສືບຕໍ່ເພີ່ມຂຶ້ນ, ແຕ່ເປັນການເພີ່ມຂຶ້ນໃນຈັ່ງຫວະທີ່ ຊ້າລົງກ່ວາເດືອນທີຜ່ານມາເລັກໜ້ອຍ ໃນນັ້ນ ດັດຊະນີລາຄາສິນຄ້າລວມຢູ່ໃນລະດັບ 208,4 ເຊິ່ງເພີ່ມຂຶ້ນຈາກ 167,4 ໃນເດືອນທັນວາ 2022 ເຮັດໃຫ້ອັດຕາເງິນເຟີ້ລວມຂອງ ສປປ ລາວ ໃນເດືອນທັນວາ 2023 ຢູ່ໃນລະດັບ 24,4% (ເດືອນ ພະຈິກ 25,2%) ແລະ ສະເລ່ຍໝົດປີ 2023 ຢູ່ໃນລະດັບ 31,2%. ໝວດສິນຄ້າທີ່ມີອັດຕາເງິນ ເຟີ້ເພີ່ມຂຶ້ນສູງແມ່ນ ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 35,9%, ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມ ຂຶ້ນ 33,4%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 29,5%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 25,9%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 25,1%, ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 24,0%.

ສາຍເຫດຕົ້ນຕໍທີ່ເຮັດໃຫ້ອັດຕາເງິນເຟີ້ຍັງສູງໃນປະຈຸບັນກໍ່ຍັງແມ່ນມາຈາກປັດໄຈຄືກັບເດືອນຜ່ານໆມາ ເຊັ່ນ:

1. ຖານການຜະລິດພາຍໃນບໍ່ເຂັ້ມແຂງ ເອື່ອຍອິງການນຳເຂົ້າ, ດັ່ງນັ້ນ ເມື່ອອັດຕາແລກປ່ຽນເງິນກີບສືບຕໍ່ ອ່ອນຄ່າ ຫລື ເງິນຕາຕ່າງປະເທດແຂງຄ່າຂຶ້ນ ແມ່ນເຮັດໃຫ້ສິນຄ້ານຳເຂົ້າລວມທັງສິນຄ້າທີ່ເປັນປັດໄຈການຜະລິດມີ ລາຄາສູງຂຶ້ນ. ໃນນັ້ນ ເງິນກີບທຽບໃສໂດລາ (ໄລຍະຕົ້ນເດືອນ 12 ປີ 2023 ທຽບໃສ່ໄລຍະດຽວກັນ ປີ 2022) ອ່ອນຄ່າ 20,8% ແລະ ທຽບໃສ່ບາດອ່ອນຄ່າ 22,7%;

2. ຄວາມສາມາດຄຸ້ມຄອງ ແລະ ແຊກແຊງຕະຫຼາດອັດຕາ ແລກປ່ຽນມີຄວາມຈຳກັດ ແລະ ຍັງມີສ່ວນຕ່າງລະຫວ່າງອັດຕາແລກປ່ຽນຕະຫຼາດນອກລະບົບ ແລະ ອັດຕາຂອງ ທະນາຄານທຸລະກິດທີ່ສູງ, ໃນນັ້ນ ສ່ວນຕ່າງຂອງອັດຕາແລກປ່ຽນຂອງຕະຫຼາດນອກລະບົບ ແລະ ທະນາຄານ ໃນ ໄລຍະ ຕົ້ນເດືອນທັນວາ 2023 ຢູ່ໃນລະດັບ 10,1%;

3. ການຄຸ້ມຄອງລາຄາສິນຄ້າ ແລະ ບໍລິການຍັງບໍ່ທັນໄດ້ດີ ເທົ່າທີ່ຄວນ ຫຼາຍລາຍການສິນຄ້າທີ່ຢູ່ໃນບັນຊີລາຍການຄຸ້ມຄອງ (ບັນຊີ ກ) ຍັງສືບຕໍ່ເພີ່ມຂຶ້ນ.

error: Content is protected !!