ລາວ-ຮົງກົງ ຫາລືເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ-ການຄ້າ

ວັນທີ 11 ທັນວາ 2023 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ພົບປະກັບ ທ່ານ Yau Ying Wah ລັດຖະມົນຕີກະຊວງເສດຖະກິດ-ການຄ້າ ແລະ ທ່ານ HUI Ching Yu ລັດຖະມົນຕີກະຊວງການເງິນ ເຂດປົກຄອງພິເສດ ຮົງກົງ ສປ.ຈີນ ເພື່ອປືກສາຫາລືເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນຂອງສອງຝ່າຍລະຫວ່າງລາວ-ຮົງກົງ ກໍຄື ສປ ຈີນ ໂດຍສະເພາະການຫາລືເຂົ້າເປັນຄູ່ຮ່ວມມືເສດຖະກິດຮອບດ້ານກັບຮົງກົງ ໃນຂອບ RCEP ແລະ ການຊຸກຍູ້ສົ່ງເສີມເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

ການພົບປະຄັ້ງນີ້ສອງຝ່າຍໄດ້ສະເໜີຫຼາຍບັນຫາແລກປ່ຽນເຊິ່ງກັນ ແລະ ກັນ ເພື່ອເສີມຂະຫຍາຍ ແລະ ພັດທະນາເສດຖະກິດ ການຄ້າ ແລະ ການລົງທຶນ ເພີ່ມມູນຄ່າການຄ້າຮ່ວມກັນ ເຊິ່ງໃນປີ 2022 ຜ່ານມາ ສອງຝ່າຍໄດ້ມີການຄ້າ ແລະ ການລົງທຶນຮ່ວມກັນ ເຊິ່ງລວມມີມູນຄ່າ 100 ລ້ານກວ່າໂດລາສະຫະລັດ ຫຼຸດຈາກປີ 2021 ປະມານ 12,55% ຈັດເປັນຄູ່ຄ້າອັນດັບທີ 12 ຂອງຄູ່ຄ້າຕ່າງປະເທດກັບລາວ ແລະ ການລົງທຶນປີ 2022 ມີ 55 ໂຄງການ ມີມູນຄ່າການລົງທຶນ 644 ລ້ານໂດລາສະຫະລັດ ຈັດເປັນອັນດັບ 7 ຂອງການລົງທຶນຕ່າງປະເທດຢູ່ລາວ.

ນອກນີ້ ສອງຝ່າຍຍັງໄດ້ຫາລືການສືບຕໍ່ຮ່ວມມືຊ່ວຍເຫຼືອສະໜັບສະໜູນ ກ່ຽວກັບການສະເໜີບົດໂຄງການ ພາຍໃຕ້ສັນຍາເຂດການຄ້າເສລີ ອາຊຽນ-ຮົງກົງ ໃນອານາ ຄົດ ແລະ ການປັບປຸງສັນຍາ ຮ່ວມມື (AHKFTA) ສະເໜີການສືບຕໍ່ສືກສາຄວາມເປັນໄປໄດ້ໃນການແຕ່ງຕັ້ງ ທີ່ປືກສາເສດຖະກິດ-ການຄ້າ ຂອງສອງຝ່າຍ ເພື່ອເສີມຂະຫຍາຍການຮ່ວມມືດ້ານເສດຖະກິດການຄ້າ ແລະ ການລົງທຶນ ໃຫ້ມີຜົນສຳ ເລັດຫຼາຍຂຶ້ນ ເຊິ່ງປັດຈຸບັນກຳລັງຢູ່ໃນຂັ້ນຕອນຂອງການນຳສະເໜີຫາກະຊວງການຕ່າງປະເທດ ເພື່ອຂໍຄຳເຫັນ ແລະ ໃຫ້ທິດຊີ້ນຳກ່ຽວກັບທີ່ປືກສາເສດຖະກິດ-ການຄ້າຢ່າງລະອຽດຕື່ມອີກ.

ແຫຼງ່ຂ່າວ ວຽງຈັນໃໝ່

error: Content is protected !!