ເພື່ອຕອບສະໜອງຕາມຄຳເຊີນຂອງ ທ່ານ ພົນເອກ ປຣະຢຸດ ຈັນໂອຊານາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍ ພັນລະຍາ ແລະ ຄະນະ ຈະເດີນທາງຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ ໃນລະຫວ່າງວັນທີ 1-2
Author: admin
ທະຫານ ແຂວງ ສະຫວັນນະເຂດ ມອບຂອງກາງຢາບ້າ 9 ແສນກວ່າເມັດ ໃຫ້ກອງບັນຊາການ ປກສ ແຂວງ
ໃນວັນທີ 25 ພຶດສະພາ 2022 ນີ້ ຢູ່ທີ່ສູນບັນຊາການທະຫານແຂວງ ລະຫວ່າງກອງບັນຊາການທະຫານແຂວງສະຫວັນນະເຂດ ກັບກອງບັນຊາການ ປກສ ແຂວງ ໄດ້ຈັດພິທີມອບ-ຮັບຂອງກາງຢາເສບຕິດປະເພດ ຢາບ້າຈຳນວນ 457 ມັດເທົ່ກັບ 914,000 ເມັດ ທີ່ອ້າຍນ້ອງເຈົ້າໜ້າທີ່ທະຫານຊາຍແດນ 326 ທະຫານແຂວງສະຫວັນນະເຂດ ຢຶດໄດ້ໃນວັນທີ 24 ພຶດສະພາ 2022 ນີ້
ສະຖານີລົດໄຟ ນາໝໍ້ ຈະເລີ່ມໃຫ້ ບໍລິການຜູ້ໂດຍສານ ຕັ້ງແຕ່ວັນທີ 1 ມີຖຸນາເປັນຕົ້ນໄປ
ສະຖານີ ນາໝໍ້ ໃກ້ຈະດຳເນີນທຸລະກຳຂົນສົ່ງຜູ້ໂດຍສານ ເລີ່ມແຕ່ ວັນທີ 1 ມີຖຸນາ ເປັນຕົ້ນໄປ ຊຶ່ງປັດຈຸບັນຈະມີລົດໄຟທຳມະດາຖ້ຽວ K12/1 ລົງຈອດຢູ່ສະຖານີດັ່ງກ່າວ. / ຜູ້ໂດຍສານທີ່ມີຄວາມຕ້ອງການເດີນທາງໄປ ນາໝໍ້ ແຂວງ ອຸດົມໄຊ ແມ່ນສາມາດເລີ່ມຊື້ປີ້ລົດໄຟໄດ້ແລ້ວ.
ຈະມີການປັບປ່ຽນຄ່າປີ້ລົດໄຟ ລາວ-ຈີນ ທຸກໆສະຖານີ
ວັນທີ 30 ພຶດສະພາ 2022 ນີ້, ທາງເພຈ ບໍລິການຊື້ປີ້ລົດໄຟ ໄດ້ອອກແຈ້ງການເຖິງຜູ້ໂດຍສານວ່າ: ຈະມີການປັບປ່ຽນຄ່າປີ້ລົດໄຟ ລາວ-ຈີນ ທຸກໆສະຖານີ, ໂດຍອີງຕາມອັດຕາແລກປ່ຽນ 2200 ກີບ/1ຢວນ, ເຊິ່ງຈະເລີ່ມແຕ່ວັນທີ 01 ມິຖຸນາ 2022 ເປັນຕົ້ນໄປ ແລະ ຍັງໄດ້ແຈ້ງເພີ່ມອີກວ່າ: ຖ້າມີການປ່ຽນແປງຈະແຈ້ງໃຫ້ທ່ານຊາບອີກຄັ້ງ.
ປີນີ້ ທົ່ວປະເທດມີແຜນປູກໄມ້ ໃນເນື້ອທີ່ 37, 200 ເຮັກຕາ
ໃນປີ 2022 ນີ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບຄະນະພັກ, ອົງການປົກຄອງທ້ອງຖິ່ນທົ່ວປະເທດ ກະກຽມແຜນການ ແລະ ຂະບວນການປູກໄມ້ຢູ່ທ້ອງຖິ່ນ ໃຫ້ເປັນຂະ ບວນຟົດຟື້ນ ໂດຍມີແຜນການ ຄື: ເກັບແກ່ນ 20,000 ກິໂລກຣາມ, ກ້າເບ້ຍ 34 ລ້ານກວ່າເບ້ຍ ແລະ ປູກໄມ້ 37,200
ນາຍົກລັດຖະມົນຕີ ຊີ້ນຳວຽກງານ ແຂວງ ຈຳປາສັກ
ຕອນບ່າຍ ວັນທີ 28 ພຶດສະພາ 2022, ພາຍຫລັງສໍາເລັດການຊີ້ນໍາ ແລະ ຊຸກຍູ້ວຽກງານ ແຂວງ ອັດຕະປື, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ການນຳຫລັກແຫລ່ງ ແຂວງຈຳປາສັກ ໂດຍການນຳພາຄະນະໃຫ້ຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມຂອງທ່ານ ວິໄລວົງ ບຸດດາຄຳ
ຜົນສໍາເລັດ ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XI
ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ໄດ້ໄຂຂຶ້ນ ໃນວັນທີ 18 ພຶດສະພາ ແລະ ປິດລົງ ໃນວັນທີ 26 ພຶດສະພາ 2022 ທີ່ສໍານັກງານສູນກາງພັກ ນະຄອນຫລວງ ວຽງຈັນ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.
ສ.ເກົາຫຼີ ມີຄວາມຕ້ອງແຮງງານ ລາວ ໃນແຕ່ລະປີຫຼາຍກວ່າ 1,500 ຄົນ
ອີງຕາມແຈ້ງການຂອງກະຊວງການຈ້າງງານ ແລະ ແຮງງານຂອງ ສ.ເກົາຫຼີ, ຊຶ່ງເປັນໂອກາດດີໃຫ້ແກ່ແຮງງານລາວທີ່ຕ້ອງການໄປເຮັດວຽກຢູ່ ສ.ເກົາຫຼີ, ສຳລັບປີ 2022 ມີຄວາມຕ້ອງການແຮງງານ ລາວ ໃນລະບົບໄລຍະຍາວ 3-5 ປີ (EPS) ຈຳນວນ 500-1,000 ຄົນຕ່ໍປີ ແລະ ລະບົບໄລຍະສັ້ນ 3-6 ເດືອນ (SW) ມີຄວາມຕ້ອງການໃນແຕ່ລະເດືອນຫຼາຍກວ່າ 1,000
ການທ່ອງທ່ຽວຢູ່ ນະຄອນ ຫຼວງພະບາງ ກັບມາຄຶກຄື້ນພາຍຫຼັງເປີດປະເທດ
ການທ່ອງທ່ຽວ ຢູ່ນະຄອນ ຫຼວງພະບາງ ແຂວງ ຫຼວງພະບາງ ກັບມາມີບັນຍາກາດຄຶກຄື້ນອີກຄັ້ງ ໂດຍຜ່ານເສັ້ນທາງລົດໄຟ ລາວ-ຈີນ ທີ່ສະດວກສະບາຍ ວ່ອງໄວ ປະຢັດເວລາໃນການເດີນທາງ ພາຍຫຼັງທີ່ລັດຖະບານເປີດປະເທດ ເຮັດໃຫ້ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ແຂວງ ຫຼວງພະບາງ ເປັນຈຳນວນຫຼາຍ ຜູ້ປະກອບການທຸລະກິດດີໃຈ ຊີວິດການເປັນຢູ່ດີຂຶ້ນ. ທ່ານນາງ ຕູ່ ມິ່ງບຸບຜາ ເຈົ້າຂອງທຸລະກິດຂາຍເສື້ອຜ້າ ຊຶ່ງມີເສື້ອຜ້າຍິງ-ຊາຍ ແລະ
Alice Sombath ນັກເຕະດາວຮຸ່ງເຊື້ອສາຍລາວ ທີ່ໜ້າຈັບຕາເບິ່ງທີ່ສຸດໃນປີ 2022
ອາລິດ ສົມບັດ (Alice Sombath) ກອງຫຼັງທີມຊາດ ຝຣັ່ງ ເຊື້ອສາຍ ລາວ ອາຍຸ 18 ປີ ລົງສະໜາມນຳທັບ ໂອລິມປິກ ລີຢົງ ຈາກ ຝຣັ່ງ ເອົາຊະນະ ບາເຊໂລນາ ຈາກສະເປນ 3-1 ຄວ້າແຊ້ມ UEFA Women’s Champion
