ແຫລ່ງຂ່າວຈາກ ບໍລິສັດ ລົດໄຟ ລາວ-ຈີນ ໃຫ້ຮູ້ວ່າ: ບໍລິສັດ ລົດໄຟລາວ-ຈີນ ຈະເພີ່ມຖ້ຽວລົດໄຟ EMU ຖ້ຽວ C86/5 ຈາກນະ ຄອນຫລວງວຽງຈັນ(ນວ) ໄປສະຖານີ ເມືອງໄຊ ໃນລະຫວ່າງ ວັນທີ 28-31 ກໍລະກົດ 2022 ເນື່ອງຈາກປະລິມານຜູ້ໂດຍສານທີ່ຕ້ອງການຊື້ປີ້ເດີນທາງໃນໄລຍະນີ້ ມີຈຳນວນຫລວງຫລາຍ; ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ
Author: admin
ໂຮງຮຽນປະຖົມຫ້ວຍຕ່າງ ເມືອງ ປາກລາຍ ເສຍຫາຍຈາກນໍ້າຖ້ວມ ມູນຄ່າ 250 ລ້ານກວ່າກີບ
ແຫລ່ງຂ່າວຈາກ ເມືອງ ປາກລາຍ, ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ວັນທີ 26ກໍລະກົດ 2022 ນີ້, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ, ທ່ານ ກອງສີ ວົງສີ ເຈົ້າເມືອງປາກລາຍ ພ້ອມຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ແລະ ຂະໜງການກ່ຽວຂ້ອງ ລົງຕິດຕາມກວດກາເບິ່ງຜົນເສຍຫາຍຈາກໄພນໍ້າຖ້ວມ ໂຮງຮຽນປະຖົມບ້ານຫ້ວຍຕ່າງ
ລົດໄຟ ລາວ-ຈີນ ຕົກລົງເພີ່ມຂະບວນຖ້ຽວລົດໄຟ ເພື່ອຕອບສະໜອງການເດີນທາງ
ໃນວັນທີ 27 ກໍລະກົດ 2022 ເພຈບໍລິສັດລົດໄຟ ລາວ-ຈີນ ຈໍາກັດ ແຈ້ງວ່າ ເນື່ອງຈາກປະລິມານຜູ້ໂດຍສານທີ່ຕ້ອງການຊື້ປີ້ເດີນທາງໃນໄລຍະນີ້ມີເປັນຈຳນວນຫລວງຫຼາຍ, ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ເຫັນເຖິງຄວາມສຳຄັນຕໍ່ການບໍລິການຕໍ່ທຸກໆທ່ານ, ເພື່ອສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຄວາມຈິງໃຈຂອງພວກເຮົາ, ພວກເຮົາໄດ້ເຮັດແບບສອບຖາມເຖິງຄວາມຄິດເຫັນຂອງທຸກໆທ່ານເຖິງຮູບແບບການຊື້ປີ້ ແລະ ການບໍລິການ, ຜ່ານການສັງລວມເຖິງຄຳຄິດເຫັນຈຳນວນຫຼາຍ ສົມທົບກັບເງື່ອນໄຂທີ່ພວກເຮົາມີໃນປະຈຸບັນ, ຜ່ານການຄົ້ນຄ້ວາ ບໍລິສັດທາງລົດໄຟ ລາວ-ຈີນ
ເປີດໂຄງການສໍາຫຼວດ ແລະ ກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ແຂວງ ຊຽງຂວາງ ໄລຍະ II
ພີທີເປີດໂຄງການສໍາຫຼວດ ແລະ ກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ແຂວງ ຊຽງຂວາງ ໄລຍະ II ໄດ້ຈັດຂຶ້ນວັນທີ 25 ກໍລະກົດ 2022 ທີ່ ໂຮງແຮມ ຄລາວພລາຊາ ມີທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ
ໄດ້ຮັບແຈ້ງຈາກພົນລະເມືອງດີ ຈົນສາມາດຈັບຜູ້ຄ້າຂາຍຢາເສບຕິດໄດ້
ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງ ວຽງໄຊ, ແຂວງ ຫົວພັນ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ ມີບຸກຄົນບໍ່ດີເຄື່ອນໄຫວ ຄ້າ – ຂາຍຢາເສບຕິດ ຢູ່ຂອບເຂດ ບ້ານ ຫ້ວຍຫຍ້າ, ເມືອງ ວຽງໄຊ, ແຂວງ ຫົວພັນ , ຈາກນັ້ນເຈົ້າໜ້າທີ່ ປກສ ເມືອງ ວຽງໄຊ ຈິ່ງໄດ້ນຳເອົາກຳລັງ,
ທາງລົດໄຟ ລາວ-ຈີນ ບວກກັບການທ່ອງທ່ຽວຜົນຮັບຈະໄດ້ຫຍັງ?
ວິທະຍຸສາກົນແຫ່ງປະເທດ ຈີນ (CRI) ໄດ້ລາຍງານວ່າ: ເມື່ອບໍ່ດົນ ມານີ້, ງານຊື້-ຂາຍການທ່ອງທ່ຽວສາກົນຈີນ 2022 ໄດ້ຈັດຂຶ້ນຢູ່ນະຄອນ ຄຸນມິງ ແຂວງຢຸນນານ ສປ ຈີນ. ຕາມຂ່າວແຈ້ງວ່າ: ງານຊື້-ຂາຍເທື່ອນີ້ໄດ້ ຈັດການເຄື່ອນໄຫວໂຄສະນາການທ່ອງທ່ຽວ ວັດທະນະທຳ ຈີນ-ລາວ ໂດຍສະເພາສອງປະເທດລາວ-ຈີນ ຮ່ວມກັນອອກແຮງໂຄສະນາ ຊັບພະຍາກອນທ່ອງທ່ຽວດ້ານວັດທະນະທຳອັນອຸດົມສົມບຸນທີ່ລຽບຕາມ ທາງລົດໄຟ ລາວ-ຈີນ. ສົ້ນເໜືອຂອງທາງລົດໄຟ
6 ເດືອນ ນໍ້າປະປາ ອັດຕະປື ຜະລິດນໍ້າໄດ້ 255,740 ແມັດກ້ອນ
ຕາມການລາຍງານຈາກ ທ່ານ ແກ້ວວິຊຽນ ສີຊານົນ ຜູ້ອໍານວຍການ ລັດວິສາຫະກິດ ນໍ້າປະປາ ແຂວງ ອັດຕະປື ລາຍງານຕໍ່ກອງປະຊຸມສະຫລຸບຕີລາຄາຄືນວຽກງານການເຄື່ອນໄຫວຂອງລັດວິສາຫະກິດນໍ້າປະປາ ແຂວງ ອັດຕະປື ປະຈໍາ 6 ເດືອນຕົ້ນປີ 2022 ທີ່ຈັດຂຶ້ນເມື່ອບໍ່ດົນນີ້ວ່າ: ໃນ 6 ເດືອນຕົ້ນປີ 2022 ນີ້, ນ້ຳປະປາ ແຂວງອັດຕະປື,
ເປີດນໍາໃຊ້ລະບົບຖານຂໍ້ມູນອອນລາຍຄຸ້ມຄອງການສຶກສາ-ກິລາ ຢູ່ ລາວ
ກະຊວງສຶກສາທິການ ແລະ ກິລາ ໄດ້ເປີດນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງການສຶກສາ ແລະ ກິລາ ຂອງ ສປປ ລາວ (LESMIS) ຢ່າງເປັນທາງການໃນວັນທີ 25 ກໍລະກົດ 2022 ເຊິ່ງເປັນລະບົບດີຈິຕອລ ທີ່ຈະຊ່ວຍອຳນວຍຄວາມສະດວກໃນການເຂົ້າເຖິງຂໍ້ມູນດ້ານການສຶກສາ, ວິທະຍາສາດ ແລະ ກິລາ ໃນ ສປປ ລາວ ຢ່າງວ່ອງໄວ ເພື່ອຊ່ວຍສະໜັບສະໜູນການຕິດຕາມ,
ເມືອງ ໄຊເສດຖາ ອອກແຈ້ງການກ່ຽວກັບການຕິດຕັ້ງໂປຣແກຣມບັນຊີ ພິມໃບເກັບເງິນອາກອນມູນຄ່າເພີ່ມ
ວັນທີ 25 ກໍລະກົດ 2022 ນີ້, ສ່ວຍສາອາກອນ ເມືອງ ໄຊເສດຖາ ນະ ຄອນຫລວງ ວຽງຈັນ ອອກແຈ້ງການກ່ຽວກັບການຕິດຕັ້ງໂປຣແກຣມບັນຊີ ສາມາດພິມໃບເກັບເງິນອາກອນມູນຄ່າເພີ່ມ ເພື່ອລະດົມ, ຊຸກຍູ້ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການຂະຫຍາຍຖານວິສາຫະກິດ ເປົ້າໝາຍທີ່ຈະເຂົ້າໃນລະບົບອາກອນມູນຄ່າເພີ່ມ ໃຫ້ໄດ້ຕາມລະດັບຄາດໝາຍ ຫລື ລື່ນແຜນການທີ່ກໍານົດໄວ້ ເຊິ່ງກົມສ່ວຍສາອາກອນ ແລະ ກົມຄຸ້ມຄອງບັນຊີ,
ຢູໂຣບ ອະນຸມັດວັກຊີນປ້ອງ ກັນໝາກສຸກລີງ
ບໍລິສັດ Bavarian Nordic ບໍລິສັດວັກຊີນຂອງເດນມາກ ໄດ້ຮັບການອະນຸມັດແລ້ວ ສຳລັບວັກຊີນປ້ອງກັນພະຍາດ ໝາກສຸກລີງ ຫຼື ຝີດາດລີງ ໃນສະຫະລັດ ອາເມຣິກາ ແລະ ແຄນນາດາ. ອ້າງອີງຈາກ DW ໄດ້ລາຍງານວ່າ: ບໍລິສັດເຕັກໂນໂລຊີ ຊີວະພາບ ຂອງ ເດນມາກ ກ່າວວ່າ ຄະນະກຳມະການເອີຣົບ ໄດ້ອະນຸມັດວັກຊີນ Imvanex ທີ່ສາມາດປ້ອງກັນໄຂ້ ສຳລັບພະຍາດໝາກສຸກລີງ










