ຮ່ວມພະລັງນໍ້າໃຈ ສິລະປິນ ລະດົມທຶນຊ່ວຍ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ຢູ່​ ອຸດົມໄຊ

ສະມາຄົມສິລະປິນແຫ່່ງຊາດ, ກົມສິລະປະ-ວັດທະນະທຳ ກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຈັດຄອນເສີດ ຮ່ວມພະລັງນໍ້າໃຈສິລະປິນ ເພື່ອເປັນການລະດົມວັດຖຸ-ປັດໄຈ, ເຄື່ອງອຸປະໂພກ, ບໍລິໂພກ ໄປຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ-ນໍ້າຖ້ວມ ຢູ່ແຂວງ​ ອຸດົມໄຊ ໃນຕອນຄໍ່າວັນທີ 23 ກັນຍາ 2022, ທີ່ກອງສິລະປະກອນແຫ່ງຊາດ ໂດຍມີ ທ່ານ ນາງ ສວນສະຫັວນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີພັນລະຍາ-ຄອບຄົວການນຳ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ບົວເງິນ ຊາພູວົງ ສິລະປິນແຫ່ງຊາດ, ປະທານສະມາຄົມສິລະປີນແຫ່ງຊາດລາວ ໄດ້ໃຫ້ຮູ້ວ່າ: ການຈັດຄອນເສີດຄັ້ງນີ້, ໄດ້ເຕົ້າໂຮມເອົາບັນດາສິລະປິນລາວ ທີ່ມີຊື່ສຽງ ແລະ ເປັນທີ່ນິຍົມຂອງມວນຊົນ ຂອງລາວ, ມາຈາກຫລາຍຄ້າຍເພງ ທັງລູກທົ່ງບ້ານນາ ແລະ ເພງສະຕິງ ມາເຕົ້າໂຮມເປັນຈິດໜຶ່ງໃຈດຽວກັນ ໃນການສະແດງສຽງເພງທີ່ມ່ວນອອນຊອນ ແລະ ສະແດງໃຫ້ເຫັນເຖິງວິຖີການດຳລົງຊີວິດ, ຄວາມສາມັກຄີຂອງພີ່ນ້ອງຊາວລາວບັນເຜົ່າ ເພື່ອສົ່ງກຳລັງໃຈແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພທີ່ຮ້າຍແຮງຈາກນໍ້າຖ້ວມ ທີ່ເກີດຂື້ນໃນເດືອນສິງຫາຜ່ານມາ, ເຮັດໃຫ້ປະຊາຊົນລາວເປັນຈຳ ນວນຫລາຍໄດ້ຮັບຜົນກະທົບ ເປັນຕົ້ນແມ່ນຢູ່ແຂວງອຸດົມໄຊ. ພ້ອມນີ້, ທ່ານຍັງຮຽກຮ້ອງໃຫ້ສັງຄົມ ມີສ່ວນຮ່ວມໃນການປະກອບສ່ວນ ເຄື່ອງນຸ່ງຫົ່ມວັດຖຸ-ປັດໄຈ ແລະ ສົ່ງກຳລັງໃຈໃຫ້ປະຊາຊົນແຂວງອຸດົມໄຊ ຊ່ວຍກັນ.

ນັບແຕ່ເລີ່ມຕົ້ນການສະແດງແຕ່ ເວລາ 16:30 ໂມງຮອດ ເວລາ 19:00 ໂມງ, ມີຜູ້ໃຈບຸນຮ່ວມປະກອບສ່ວນຊຸກຍູ ເຄື່ອງອຸປະໂພກ-ບໍລິໂພກ ພ້ອມດ້ວຍວັດຖຸ ລວມເປັນມູນຄ່າທັງໝົດ 250 ລ້ານກີບ, ໃນນີ້ເງິນສົດ 63 ລ້ານກວ່າກີບ ຊຶ່ງລາຍໄດ້ທັງໝົດທີ່ໄດ້ຮັບໃນຄັ້ງນີ້ ຈະນຳໄປຊ່ວຍບັນເທົາທຸກແກ່ ພີ່ນ້ອງປະຊາຊົນລາວບັນດາເຜົ່າ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ທີ່ແຂວງ​ ​ອຸດົມໄຊ.

ຂ່າວ: ຍຸພິນທອງ

error: Content is protected !!