1 ປີ ຜ່ານມາ ແຂວງອັດຕະປື ດຶງດູດນັກທ່ອງທ່ຽວໄດ້ 160.000 ກວ່າຄົນ

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ໃນໄລຍະ 1 ປີ ຜ່ານມາ, ແຂວງອັດຕະປື ໄດ້ດໍາເນີນກິດຈະກຳຢ່າງຕັ້ງໜ້າຕາມແຜນການ ເຮັດໃຫ້ວຽກງານສົ່ງເສີມການທ່ອງທ່ຽວ ມີຄວາມຄືບໜ້າຫລາຍ ໂດຍສາມາດດຶງດູດນັກທ່ອງທ່ຽວໄດ້ 160.067 ຄົນ (ພາຍໃນ 31.217 ຄົນ, ຊາຍແດນ 91.096 ຄົນ, ສາກົນ 37.754 ຄົນ) ທຽບໃສ່ແຜນການປະຕິບັດໄດ້ 113,84%, ສາມາດສ້າງລາຍຮັບໄດ້ 74 ຕື້ກີບ, ທຽບໃສ່ແຜນການປະຕິບັດໄດ້ 113,84% ຕິດພັນກັບການຈັດງານສໍາຄັນຕ່າງໆ ເຊັ່ນ: ບຸນລະນຶກບຸນຄຸນພະເຈົ້າໄຊຍະເຊດຖາທິຣາດ, ສະເຫລີມສະຫລອງປີທ່ອງທ່ຽວລາວ 2024 ແລະ ໄດ້ເຂົ້າຮ່ວມວາງສະແດງຜະລິດຕະພັນ ການທ່ອງທ່ຽວລະດັບພາກພື້ນ ເພື່ອໂຄສະນາແຫລ່ງທ່ອງທ່ຽວຂອງແຂວງ ໃຫ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງ.

ທ່ານ ອ໋ອງຄຳ ຄູນສະໄໝ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວແຂວງອັດຕະປື ໄດ້ລາຍງານກອງປະຊຸມສະຫລຸບວຽກງານປະຈຳປີ 2025 ແລະ ແຜນການປີ 2026 ພາຍໃຕ້ຄໍາຂວັນ “ທັນສະໄໝ ອະນຸລັກ ປະທັບໃຈ” ໃນທ້າຍອາທິດຜ່ານມາວ່າ: ນອກນີ້, ຍັງໄດ້ພັດທະນາແຫລ່ງທ່ອງທ່ຽວ, ສໍາຫລວດຂຶ້ນບັນຊີແຫລ່ງທ່ອງທ່ຽວໄດ້ 90 ແຫ່ງ ທຽບໃສ່ແຜນການປະຕິບັດໄດ້ 100%; ສໍາຫລວດ ແລະ ກໍານົດຂອບເຂດສໍາລັບໂຄງການຕ່າງໆ ເຊັ່ນ: ອ່າງນໍ້າເຂື່ອນເຊກະໝານ 1, ສວນອະນຸສອນສະຖານລົດຕັງປາງສົງຄາມ ເພື່ອກະກຽມການພັດທະນາໃນອະນາຄົດ ແລະ ໄດ້ລົງສໍາຫລວດຖ້ຳພູແດງ, ເສັ້ນທາງໂຮ່ຈີ່ມິງ ລວມທັງການເປີດປະມູນ ການສໍາປະທານພັດທະນາແຫລ່ງທ່ອງທ່ຽວຕາດແຊພະ ແລະ ຕາດແຊປ້ອງໄລ, ເອົາໃຈໃສ່ຄຸ້ມຄອງແຫລ່ງທ່ອງທ່ຽວຢ່າງຕໍ່ເນື່ອງ ໂດຍໄດ້ອອກໃບອະນຸຍາດໃໝ່ 2 ຫົວໜ່ວຍ ແລະ ສືບຕໍ່ໃບອະນຸຍາດ 13 ຫົວໜ່ວຍ, ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມ, ກວດກາ ແລະ ປະເມີນດ້ານມາດຕະຖານ ຂອງສະຖານບໍລິການເປີດໃໝ່ ກ່ອນອອກອະນຸຍາດດໍາເນີນທຸລະກິດທ່ອງທ່ຽວ 2 ຫົວໜ່ວຍ. ພ້ອມນີ້, ໄດ້ລົງຕິດຕາມກວດກາການບໍລິການ ແລະ ແກ້ໄຂຫົວໜ່ວຍທີ່ລະເມີດລະບຽບການ 2 ຫົວໜ່ວຍ ແລະ ໄດ້ອອກແຈ້ງການໃຫ້ຫົວໜ່ວຍທຸລະກິດ ປະຕິບັດຕາມໂມງເວລາເປີດ-ປິດຢ່າງເຂັ້ມງວດ.

ພາບຈາກ:INTHY EXPLORER

ທ່ານ ອ໋ອງຄຳ ຄູນສະໄໝ ໃຫ້ຮູ້ຕື່ມວ່າ: ໄລຍະ 1 ປີຜ່ານມາ, ຂະແໜງວັດທະນະທຳ ແລະ ທ່ອງທ່ຽວ ໄດ້ປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ຂອງແຂວງອັດຕະປື (2021-2025) ຕາມພາລະບົດບາດ ໂດຍໄດ້ສຸມໃສ່ຈັດຕັ້ງປະຕິບັດ ແຜນພັດທະນາວຽກງານວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ມີຜົນສໍາເລັດຢ່າງເປັນຮູບປະທຳ ໂດຍສະເພາະ ໄດ້ດຳເນີນກິດຈະກຳຢ່າງຕັ້ງໜ້າຕາມແຜນການທີ່ວາງໄວ້; ໄດ້ສືບຕໍ່ສົ່ງເສີມການສ້າງຄອບຄົວວັດທະນະທໍາ ໄດ້ 1.141 ຄອບຄົວ, ເທົ່າກັບ 190,16% ຂອງແຜນການ; ສ້າງບ້ານວັດທະນະທໍາ ໄດ້ 3 ບ້ານ, ເທົ່າກັບ 50% ຂອງແຜນການ ປະເມີນຄືນບ້ານວັດທະນະທໍາທີ່ປະກາດໄປແລ້ວ 13 ບ້ານ, ເທົ່າກັບ 130% ຂອງແຜນການ; ໄດ້ຊຸກຍູ້ເມືອງສະໜາມໄຊ ຈັດພິທີປະກາດບ້ານວັດທະນະທໍາ 3 ບ້ານ ທີ່ສ້າງສຳເລັດຕັ້ງແຕ່ປີ 2024 ແລະ ໄດ້ສຸມໃສ່ການອະນຸລັກມໍລະດົກ ວັດທະນະທໍາ ທີ່ເປັນເອກະລັກຂອງທ້ອງຖິ່ນ ເຊັ່ນ: ການສະເໜີພິຈາລະນາຢັ້ງຢືນແບບສາລາໂຮງທໍາ ແລະ ພະທາດ ເຈດີ ວັດບ້ານອິນທີ ເມືອງສະໜາມໄຊ, ວາງແຜນບູລະນະປະຕິສັງຂອນວັດຫລວງ ເມືອງໄຊເສດຖາ ແລະ ສ້າງແຜນການລົງເກັບກຳຂໍ້ມູນເຮືອນເຜົ່າຕັ້ງເດີມ ຂອງບັນດາເຜົ່າຕ່າງໆ ເພື່ອເປັນຂໍ້ມູນພື້ນຖານໃນການອະນຸລັກ ພ້ອມທັງມີການຮ່ວມມືກັບພາກສ່ວນຕ່າງໆ ເພື່ອສົ່ງເສີມສິລະປະ-ວັດທະນະທຳ, ລວມທັງການຈັດຝຶກອົບຮົມສິລະປະພື້ນເມືອງໃຫ້ເຍົາວະຊົນ ເຊັ່ນ: ມີການຮ່ວມມືກັບຄະນະວິທະຍາໄລແຫ່ງຊາດ ລົງເກັບກຳຂໍ້ມູນ ສິລະປະພື້ນບ້ານຢູ່ 2 ເມືອງ (ສາມັກຄີໄຊ ແລະ ພູວົງ) ແລະ ໄດ້ຮ່ວມກັບໂຄງການມູນລະນິທິ ມໍລະດົກລາວ ຈັດຝຶກອົບຮົມສິລະປະພື້ນເມືອງໃຫ້ກັບເຍົາວະຊົນ ເພື່ອປູກຈິດສຳນຶກ ໃນການອະນຸລັກຮັກສາສິລະປະ-ວັດທະນະທຳ, ເຄື່ອນໄຫວສິລະປະການສະແດງຮັບໃຊ້ງານສໍາຄັນຕ່າງໆ 07 ຄັ້ງ, ອອກໃບອະນຸຍາດ ການສະແດງໃຫ້ສິລະປິນຕ່າງປະເທດ 1 ຄັ້ງ ແລະ ອະນຸຍາດການສະແດງກາງແຈ້ງໃນບຸນຕ່າງໆ 2 ຄັ້ງ, ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການຈັດບຸນປະເພນີ ແລະ ກິດຈະກຳສໍາຄັນຕ່າງໆ ຂອງແຂວງ ເຊັ່ນ: ບຸນປີໃໝ່ລາວ, ງານປະກວດສິລະປະການສະແດງ, ງານສະແດງສິລະປະຮັບໃຊ້ວຽກງານ ສໍາຄັນຂອງພັກ-ຂອງຊາດ, ຈັດພິທີມອບ-ຮັບ ແລະ ສົມໂພດຫໍຫລັກເມືອງແຂວງອັດຕະປື.

ທີ່ມາ: ປະເທດລາວ

How can my calendar go away on her computer and restore hers back on her computer?? Skip to content The unfortunately named Casio Loopy was a Japan-only bit home video game console released in. Het was geen comfortabele schuilplaats want men kon er slechts in gebukte houding zitten. Step 2: Once you have copied url of your song after this open wondershare tunesgo and go in the download tab. TopHat2: accurate alignment of transcriptomes in the presence of insertions, deletions and gene fusions. He almost got hit by a car and completely lost control of the bike as he tried to swerve around it. Notice how you get the sticky relationship as the list includes a link back to your blog which the user will see every time they use the list even months after. If the ball doesn't knock over the wall at first, try selecting mParticles World and reducing the Apply Gravity Acceleration value for example, to. Paal Flaata er kjent for sin usedvanlig vakre stemme og storslagne vokalprestasjoner. Uniform provision, Occupational Health Screening, and Disclosure and Barring Service checks are included in your fees. In the first of a two-part discussion, the team explains how a designer analyzes games as he plays. In, the game was held in Toronto at Rogers Centre, and for the second year in row the cup was won on a team's home field, with Toronto beating Calgary 35— Sleep in the bed to save your game and do the benchmark in the options menu from there citation needed.
error: Content is protected !!