ຈັດຂຶ້ນຢ່າງຍິ່ງໃຫຍ່ ງານນະມັດສະການຜາສາດຫີນວັດພູຈໍາປາສັກ ປະຈໍາປີ​ 2026.

ງານນະມັດສະການຜາສາດຫີນວັດພູຈໍາປາສັກ ປະຈໍາປີ​ 2026 ຈັດຂຶ້ນ​ໃນວັນທີ​ 31 ມັງກອນ -​ ວັນທີ 2​ ກຸມພາ​ 2026.​ ມື້ເປີດງານບຸນ​ຢ່າງເປັນທາງການ ຈັດຂຶ້ນໃນຕອນຄໍ່າວັນທີ 31 ມັງກອນ 2026 ຢູ່ເດີ່ນສະຖານບູຮານວັດພູ​ ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ທ່ານ ປອ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງຈຳປາສັກ, ແຂກພາຍໃນ ແລະ​ ຕ່າງປະເທດ​ ຕະຫຼອດ​ຮອດມວນຊົນຊາວລາວ ແລະ​ ຊາວ ແຂວງຈໍາປາສັກ​ ເຂົ້າຮ່ວມ.​

ໂອກາດກ່າວເປີດງານ,​ ທ່ານ​ ປອ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງຈໍາປາສັກ ຕາງໜ້າອົງຄະນະພັກ​ -​ ອົງການປົກຄອງ ແລະ ປະຊາຊົນລາວບັນດາເຜົ່າທົ່ວແຂວງຈໍາປາສັກ ມີຄໍາເຫັນວ່າ: ງານບຸນນະມັດສະການຜາສາດຫີນ ວັດພູຈຳປາສັກ ປະຈໍາປີ 2026 ໃນຄັ້ງນີ້, ເຊິ່ງເປັນການຈັດຂຶ້ນໃນທ່າມກາງບັນຍາກາດ ທີ່ທົ່ວພັກ-ລັດ ແລະ ປວງຊົນລາວ ບັນດາເຜົ່າ ພວມເບີກ ບານມ່ວນຊື່ນ ຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ເປັນການສ້າງຂະບວນການຕ້ອນຮັບໃຫ້ແກ່ບັ້ນ ດໍາເນີນການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ແຂວງ ຊຸດທີ V ແລະ ເປັນການສະເຫຼີມສະຫຼອງຄົບຮອບ 25 ປີ ທີ່ສະຖານບູຮານວັດພູຈໍາປາສັກ ໄດ້ຖືກຮັບຮອງເປັນມໍລະດົກໂລກ.

ໃນໄລຍະຜ່ານມາ ພັກ ແລະ ລັດຖະບານ ກໍຄື ແຂວງຈໍາປາສັກຍາມໃດກໍ ໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການອະນຸລັກ ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາ-ຮີດຄອງປະເພນີ ອັນດີງາມຂອງຊາດ ໂດຍສະເພາະເພື່ອວັດທະນະທຳທາງດ້ານ ປູສະນີຍະສະຖານຜາສາດຫີນວັດພູ, ໂດຍມີການຈັດງານສະເຫຼີມ ສະຫຼອງບຸນນະມັດສະການຜາສາດຫີນວັດພູຈຳປາສັກ ໃນທຸກໆປີ ໃນມື້ຂຶ້ນ 15 ຄໍ່າ ເດືອນ 3 ເຊິ່ງເປັນສະຖານທີ່ ອະລິຍະທຳບູຮານເກົ່າແກ່ ທາງດ້ານປະຫວັດສາດ ແລະ ວັດທະນະທຳ ຂອງຊາດລາວເຮົາ, ແມ່ນກຸ່ມສະຖານບູຮານ ທີ່ຖືກຮັບຮູ້ ແລະ ມີຊື່ສຽງມາ ເປັນເວລາຫຼາຍພັນປີ, ເປັນຕົວແທນອັນສໍາຄັນທາງດ້ານສະຖາປັດຕະຍະກຳໃນ ສະໄໝກ່ອນ ແລະ ສະຖານ ບູຮານວັດພູຈໍາປາສັກແຫ່ງນີ້ ໄດ້ຖືກສ້າງຂຶ້ນ ໃນລະຫວ່າງສະຕະວັດ ທີ VII (7) ແຫ່ງຄຣິດ ຕະສັກກະຫຼາດ ເຊິ່ງໄດ້ມີ ການສືບຕໍ່ບູລະນະ-ປະຕິສັງຂອນ ເປັນແຕ່ລະໄລຍະ ອະນຸລັກຮັກສາ ໃຫ້ສົມບູນຄົບຖ້ວນ;

ເມື່ອກ່ອນສະຖານທີ່ບູຮານແຫ່ງນີ້ ແມ່ນເຄີຍຈັດງານ ບູຊາພະສິວະ ໃນຄືນພະຈັນເຕັມດວງ (ຄືນວັນເພັງຂອງເດືອນສາມ) ເຊິ່ງເອີ້ນຄືນນັ້ນວ່າ: “ຊີ ວະຣາຕີ” ເປັນງານບູຊາ, ບວງສວງເທບພຣະເຈົ້າ, ມາຮອດສັດຕະວັດທີ XIII (13) ອິດທິພົນ ຂອງສາສະໜາພຸດ ໄດ້ແຜ່ລາມເຂົ້າມາ ແລະ ເຊື່ອມເຂົ້າກັບສາສະໜາ ຮິນດູ ສະຖານທີ່ບູຮານ ແຫ່ງນີ້ ຈຶ່ງໄດ້ມີການສ້າງ ພະພຸດທະຮູບຂຶ້ນມາ ເພື່ອສັກກາລະບູຊາ ໄປຄວບຄູ່ກັບມີແຖ່ນ ສີວະລຶງຄະ ທີ່ເປັນຕົວແທນໃຫ້ແກ່ ພະສີວະ (ເທບພະເຈົ້າຂອງສາສະໜາຮິນດູ );

ການຈັດ ງານຢູ່ສະຖານບູຮານແຫ່ງນີ້ ແລະ ວັນດຽວກັນນີ້ ຈຶ່ງໄດ້ຄ່ອຍໆ ປັບປ່ຽນມາເປັນງານວັນບຸນ ສໍາຄັນ ທາງພະພຸດທະສາສະໜາ ໂດຍເປັນວັນມາຄະບູຊາ ບຸນນະມັດສະການຜາສາດຫີນ ວັດພູຈຳປາສັກ ຈົນຮອດປະຈຸບັນນີ້.

ພ້ອມນີ້ຍ້ອນຄວາມເອົາໃຈໃສ່ ຂອງພັກ-ລັດ ແລະ ຄວາມເປັນເຈົ້າການຂອງພໍ່ແມ່ປະຊາຊົນ ບັນດາເຜົ່າ ໃນການອະນຸລັກປົກປັກຮັກສາ ຈິ່ງເຮັດໃຫ້ ກຸ່ມຜາສາດຫີນວັດພູ ຖືກຮັບຮອງຈົດ ເຂົ້າທະບຽນມໍລະດົກໂລກ ໂດຍອົງການ ຢູເນັດສະໂກ (UNESCO) ໃນວັນທີ 16 ທັນວາ 2001 ເຊິ່ງມາຮອດປັດຈຸບັນ ກໍເປັນເວລາຄົບຮອບ 25 ປີ ພໍດີ .

#ພາຍໃນງານປີນີ້, ປະກອບມີ ຫຼາກຫຼາຍກິດຈະກຳ ທີ່ໜ້າສົນໃຈ ເປັນຕົ້ນ: (1) ພິທີເປີດ ທີ່ຍິ່ງໃຫຍ່ຕະການຕາ ດ້ວຍລະບົບແສງ-ສີ-ສຽງ ( ປະຫວັດຄວາມເປັນມາ ຂອງການກໍ່ສ້າງ ຜາສາດຫີນວັດພູ), ການສະແດງຮູບພາບປະກອບຕ່າງໆ ໂດຍການ ນໍາໃຊ້ ໂດຣນ (Drone) ຈໍານວນ 590 ລຳ ແລະ ການຍິງ ພຸໄຟ ຈໍານວນ 250 ລູກ, (2) ທ່ຽວງານວາງສະແດງ-ຈໍາໜ່າຍ ສິນຄ້າ, (3) ຊົມການແຂ່ງຂັນກິລາພື້ນເມືອງ, (4) ຊົມການສະແດງ ສິລະປະດົນຕີ, (5) ຮັບປະທານອາຫານທ້ອງຖິ່ນ ທີ່ເປັນເອກະລັກຂອງເມືອງຈຳປາສັກ (ຕົ້ມໄກ່ໃສ່ໄຂ່ ມົດແດງ,…), (6) ຮ່ວມກອງປະຊຸມສໍາມະນາ ວິທະຍາສາດ ໃນຫົວຂໍ້ກ່ຽວກັບການເຂົ້າເປັນ ມໍລະດົກໂລກວັດພູຈໍາປາສັກ ຄົບຮອບ 25 ປີ, (7) ນະມັດສະ ການກາບໄຫວ້-ບູຊາ ພະພຸດ ທະຮູບ ແລະ ໃນຄໍ່າຄືນ ຂອງວັນທີ 01 ກຸມພາ 2026 ເຂົ້າຮ່ວມພິທີທາງສາດສະ ໜາ, ຟັງທຳ ມະ, ສູດປະຣິຕະມຸງຄຸນ ຕະຫຼອດຄືນ ແລະ (😎 ໃນຕອນເຊົ້າຂອງວັນທີ 02 ກຸມພາ 2026 ເລີ່ມແຕ່ເວລາ 7:00 ໂມງ ເຂົ້າຮ່ວມພິທີຕັກບາດ, ຖວາຍສັງຄະທານ ແດ່ພະສົງ ຫລາຍຮ້ອຍອົງ.

ຕອນແລງ​ ກໍມີພິທີວຽນທຽນ ເນື່ອງໃນວັນມາຄະບູຊາ.​ ທັງນີ້,​ ກໍເພື່ອເສີມຂະຫຍາຍມູນເຊື້ອປະຫວັດສາດ,​ ຮີດຄອງປະເພນີ ອັນດີງາມຂອງຊາດລາວ ໃຫ້ສາກົນໄດ້ຮັບຮູ້ ພ້ອມທັງເປັນການດຶງດູດນັກທ່ອງທ່ຽວ.

ຂ່າວ​-ພາບ​: ຈັນທະວີສັກ

error: Content is protected !!