ນະຄອນປາກເຊ ໄດ້ຮັບລາງວັນມາດຕະຖານເມືອງທອ່ງທ່ຽວສະອາດອາຊຽນ ປີ​ 2026​–2028 ແລະ ໄດ້ຮັບລາງວັນມາດຕະຖານໂຮງແຮມຂຽວອາຊຽນ 7 ແຫ່ງ

ທ່ານ ນາງ ເຕດາວັນ ແກ້ວພິລາວັນ ກຳມະການພັກແຂວງ ຫົວໜ້າພະແນກວັດທະນະທຳ ແລະ​ ການທ່ອງທ່ຽວ​ແຂວງ​ຈໍາປາສັກ​ ສປປ​ ລາວ​ ໄດ້ເຂົ້າຮ່ວມງານມະຫາກຳທ່ອງທ່ຽວອາຊຽນ​ ທີ່ຈັດຂຶ້ນ​ໃນວັນ 30 ມັງກອນ​2026​ ຢູ່ປະເທດພິລິປິນ ເພື່ອເຂົ້າຮ່ວມຮັບລາງວັນ​ ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ປີ​ 2026​-2028​ ທີ່ນະຄອນ​ປາກເຊ​ ແຂວງ​ຈໍາປາສັກ​ ໄດ້ຮັບ.​

ນະຄອນປາກເຊ ແຂວງຈຳປາສັກ ເປັນ 1 ໃນ 4 ຕົວເມືອງ ຂອງ ສປປ ລາວ ທີ່ໄດ້ຮັບລາງວັນມາດຕະຖານເມືອງສະອາດອາຊຽນ ປີ​ 2026​-2028.​ ນອກນີ້,​ ແຂວງຈຳປາສັກ ຍັງໄດ້ຮັບລາງວັນມາດຕະຖານໂຮງແຮມຂຽວອາຊຽນ 7 ແຫ່ງ ປະກອບມີ​ ໂຮງແຮມຈຳປາພາເລດ, ໂຮງແຮມປອນອາລິນາ, ໂຮງແຮມນາກະສັງພາລາໄດ, ​ໂຮງແຮມເດີຣິເວຍລາ, ໂຮງແຮມແສນສົດຊືນ,​ ຣີສອດຕາດຟານ, ຣີສອດທົ່ງຫວາຍໂຮມສະເຕ​ ແລະ​ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 1 ແຫ່ງ ຄື: ແຫຼ່ງທ່ອງທ່ຽວນໍ້າຕົກຕາດຟານ.

ແຫຼ່ງຂໍ້ມູນ: ໜັງສືພິມຈໍາປາໃໝ່

error: Content is protected !!