ຄັ້ງທຳອິດ! ຊິລີໃຊ້ຫຸ່ນຍົນເຂົ້າຊ່ວຍໃນການຜ່າຕັດສຳເລັດ

ຕາມການລາຍງານສຳນັກຂ່າວຕ່າງປະເທດໃນວັນທີ 11 ທັນວາ 2023 ຜ່ານມາ, ໂຮງໝໍຂອງປະເທດຊິລີເປີດລະບົບທີ່ເອີ້ນວ່າ: MARS ເປັນຫຸ່ນຍົນທີ່ໃຊ້ໃນການຜ່າຕັດ ພັດທະນາໂດຍບໍລິສັດ ເລວິຕາ ແມັກເນຕິກ (Levita Magnetics) ທີ່ຢູ່ໃນລັດແຄລິຟໍເນຍ ສະຫະລັດອາເມຣິກາ ມັນໄດ້ຖືກກ່າວວ່າເປັນລະບົບການຜ່າຕັດປະຕິວັດວົງການ ເນື່ອງຈາກ MARS ຈະຄວບຄຸມພະລັງຂອງແມ່ເຫຼັກ ແລະ ເຄື່ອງຈັກໃນຂັ້ນຕອນການເຮັດວຽກກັບຮ່າງກາຍ ໃຫ້ມີຄວາມສ່ຽງນ້ອຍທີ່ສຸດ ແຕ່ໄດ້ປະສິດທິພາບສູງທີ່ສຸດ.

ຕາມການລາຍງານ: ຫຸ່ນຍົນ MARS ປະສົບຄວາມສຳເລັດໃນການຜ່າຕັດຄັ້ງທຳອິດທີ່ໂຮງໝໍ Luis Tisne ຢູ່ໃນກຸງຊານດິອາໂກ ປະເທດຊິລີ ໂດຍນຳມາໃຊ້ຜ່າຕັດຖົງນ້ຳດີອອກຈາກຮ່າງກາຍ ແພດໄດ້ລະບຸວ່າ: ຫຸ່ນຍົນດັ່ງກ່າວຈະຕິດແມ່ເລັກຂະນາດນ້ອຍເຂົ້າກັບຫຸ່ນຍົນເພື່ອຊ່ວຍຜ່າຕັດອະໄວຍະວະເຊັ່ນ: ຕັບ ແລະໃຊ້ແຂນຈັກທີ່ມີແຮງດຶງດູດສູງເຮັດວຽກຢູ່ເທິງທ້ອງຂອງຜູ້ປ່ວຍເພື່ອຄວບຄຸມອະໄວຍະວະຕ່າງໆຢ່າງແມັ້ນຍຳ ໂດຍລະບົບການເຮັດວຽກຂອງ MARS ຈະຊ່ວຍໃຫ້ທ່ານໝໍສາມາດຄວບຄຸມກ້ອງຊ່ອງໄດ້ດີຂຶ້ນ ສົ່ງຜົນໃຫ້ການເບິ່ງເຫັນດີຂຶ້ນ ແລະ ມີປະໂຫຍດຢ່າງຫຼວງຫຼາຍໃນຂັ້ນຕອນການຜ່າຕັດ.

ທັງນີ້ລະບົບການຜ່າຕັດ MARS ໄດ້ຮັບອະນຸຍາດຈາກສຳນັກງານຄະນະກຳມະການອາຫານ ແລະ ຢາຂອງສະຫະລັດໃນເດືອນກັນຍາທີ່ຜ່ານມາ ແລະ ຜ່າຕັດຄັ້ງທຳອິດສຳເລັດໃນເດືອນຕຸລາ ຖືໄດ້ວ່າເປັນຄວາມກ້າວໜ້າສຳຄັນທາງດ້ານການຜ່າຕັດທີ່ມີຜົນຂ້າງຄຽງນ້ອຍທີ່ສຸດ ຜູ້ປ່ວຍຈະມີບາດແຜນ້ອຍລົງ ເຈັບປວດນ້ອຍລົງ ແລະ ຟື້ນຕົວໄວຂຶ້ນ.

ທີ່ມາ: laopost

error: Content is protected !!