ກົມພາສີ ມອບ ຢາເສບຕິດ ໃຫ້ກົມຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ

ວັນທີ 20 ກໍລະກົດ 2023 ທີ່ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ໄດ້ມີພິທີ ມອບ-ຮັບ ຂອງກາງປະເພດ ຢາເສບຕິດ ລະຫວ່າງ ກົມພາສີ ກະຊວງການເງິນ ແລະ ກົມຕຳຫລວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ ຈຳນວນ 96,77 ກິໂລກະກຣາມ ໂດຍການເປັນປະທານຂອງ ທ່ານ ພູເຂົາຄຳ ວັນນະວົງໄຊ ຫົວໜ້າກົມພາສີ ກະຊວງການເງິນ, ມີ ທ່ານ ພັທ ຈັນເພັງ ປັນຍາວົງ ຮອງຫົວໜ້າກົມຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ, ຕາງໜ້າຈາກຫ້ອງການກະຊວງການເງິນ, ພາສີປະຈໍານະຄອນຫລວງ, ຫົວໜ້າດ່ານພາສີສາກົນສະໝາມບິນວັດໄຕ, ຫົວໜ້າດ່ານພາສີສາກົນຂົວມິດຕະພາບ I ແລະ ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ພູເຂົາຄຳ ວັນນະວົງໄຊ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງເຈົ້າໜ້າທີ່ ພະແນກ ສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ແລະ ເຈົ້າໜ້າທີ່ດ່ານພາສີສາກົນສະໝາມບິນວັດໄຕ ທີ່ໄດ້ຮ່ວມມືປະສານສົມທົບ ຢຶດຢາເສບຕິດທີ່ຈະສົ່ງອອກໄປຕ່າງປະເທດ ປະກອບມີ: ເຮໂຣອິນ, ຢາໄອສ໌, ຢາບ້າ, ຢາຝິ່ນ, ກັນຊາອັດແທ່ງ , ນ້ຳໜັກ ລວມທັງໝົດ 96,77 ກິໂລກຣາມ ແລະ ຜູ້ຖືກຫາ ໄດ້ມອບໃຫ້ເຈົ້າໜ້າທີ່ຕໍາຫລວດ ດຳເນີນຄະດີຕາມກົດໝາຍ.

ນອກຈາກນີ້, ກົມພາສີ ກະຊວງການເງິນ ໄດ້ລົງເລິກໃນການນຳພາ-ຊີ້ນຳ ຕໍ່ວຽກງານສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ໃນຂອບເຂດທົ່ວປະເທດ ຢ່າງເປັນປົກກະຕິ, ເຮັດໃຫ້ວຽກງານສາມາດເຄື່ອນໄຫວຕາມໜ້າທີ່, ຂອບເຂດສິດທີ່ໄດ້ຮັບມອບໝາຍ ຢ່າງມີປະສິດທິຜົນສູງ ໂດຍສະເພາະ ແມ່ນໄດ້ນຳພາ-ຊີ້ນຳ ວຽກງານສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ຢ່າງໄກ້ສິດ ແລະ ເປັນປະຈຳ; ການຫັນເອົາວຽກງານດັ່ງກ່າວມາລວມສູນຕາມສາຍຕັ້ງ ແມ່ນສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ເງື່ອນໄຂຕົວຈິງໃນປັດຈຸບັນ. ພ້ອມກັນນັ້ນ, ກໍໄດ້ດໍາເນີນການແກ້ໄຂຄະດີທາງພາສີ ແລະ ປະກອບສໍານວນຄະດີສົ່ງໃຫ້ໄອຍະການປະຊາຊົນ ສົ່ງຟ້ອງຂຶ້ນສານຕັດສິນ ຕາມຂະບວນການຍຸດຕິທໍາໄດ້ຫລາຍຄະດີ, ບັງຄັບໃຊ້ກົດໝາຍຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ລະເມີດຕໍ່ກົດໝາຍວ່າດ້ວຍພາສີ ລວມທັງຜູ້ສົມຮູ້ຮ່ວມຄິດໃນການກະທໍາຜິດ ແນໃສ່ເຮັດໃຫ້ການລັກລອບຫລົບຫລີກພາສີຫລຸດໜ້ອຍຖອຍລົງເທື່ອລະກ້າວ.

ຂ່າວ-ພາບ: ກະຊວງການເງິນ

error: Content is protected !!