ບໍລິຄຳໄຊ-ໜອງຄາຍ ເພີ່ມທະວີຮັກສາຄວາມສະຫງົບຕາມຊາຍແດນລາວ-ໄທຄັ້ງທີ 14

ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ໄທລະຫວ່າງແຂວງບໍລິຄຳໄຊ ສປປ ລາວ-ຈັງຫວັດໜອງຄາຍ ຣາຊະອານາຈັກໄທຄັ້ງທີ 14 ໄດ້ຈັດຂຶ້ນໃນວັນທີ 30 ພຶດສະ ພານີ້ ທີ່ໂຮງແຮມພັນລ້ານບູຕິກ ຣີສອດ ອໍາເພີເມືອງໜອງຄາຍ ຈັງຫວັດໜອງຄາຍ ຣາຊະອານາຈັກໄທ, ຝ່າຍແຂວງບໍລິຄຳໄຊນຳໂດຍທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນແຂວງບໍລິຄຳໄຊ, ຝ່າຍຈັງຫວັດໜອງຄາຍນໍາໂດຍທ່ານ ລາຊັນ ຊຸ້ນຫົ້ວ ຜູ້ວ່າຣາຊະການຈັງຫວັດໜອງຄາຍ ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນຈັງຫວັດໜອງຄາຍ, ມີຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ສອງຝ່າຍໄດ້ລາຍງານການທົບທວນຄືນ ຜົນການເຄື່ອນໄຫວຈັດຕັ້ງປະຕິບັດຕາມເນື້ອໃນບົດບັນທຶກກອງປະຊຸມ ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ແຂວງບໍລິຄຳໄຊ-ຈັງຫວັດໜອງຄາຍຄັ້ງທີ 13 ໃນປີ 2019 ທີ່ແຂວງບໍລິຄໍາໄຊ ສປປ ລາວ ໃນໄລຍະຜ່ານມາ, ພ້ອມກັນນັ້ນຄະນະຜູ້ແທນສອງຝ່າຍໄດ້ຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອແລກປ່ຽນເນື້ອໃນຮ່ວມກັນ, ດ້ວຍບັນຍາກາດອັນດີບົນພື້ນຖານແນໃສ່ການສ້າງຊາຍແດນຂອງສອງປະເທດກາຍເປັນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ ຮັກສາໄດ້ຜົນປະໂຫຍດຂອງປະຊາຊົນທັງສອງຝ່າຍ. ເພື່ອເປັນບ່ອນອີງໃຫ້ແກ່ການພົວພັນຮ່ວມມື, ແລກປ່ຽນວຽກງານຮ່ວມກັນລະຫວ່າງແຂວງບໍລິຄໍາໄຊ-ຈັງຫວັດໜອງຄາຍໃນຊຸມປີຕໍ່ໜ້າ. ສອງຝ່າຍເຫັນດີເປັນເອກະພາບໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ, ການອຳນວຍຄວາມສະດວກ ແລະ ຄວາມປອດໄພໃນການເຂົ້າ-ອອກເມືອງ, ການຮ່ວມມືໃນການປ້ອງກັນ ແລະ ສະກັດກັ້ນບັນຫາຢາເສບຕິດ, ການຮ່ວມມືໃນການຄຸ້ມຄອງການດຳເນີນກິດຈະກຳຕ່າງໆຕາມລຳນ້ຳຂອງ, ການສົ່ງເສີມວຽກງານດ້ານຕ່າງໆ ແລະ ການແລກປ່ຽນວັດທະນະທຳປະເພນີ, ການສົ່ງເສີມການຮ່ວມມືດ້ານແຮງງານ, ການຮ່ວມມືທາງດ້ານການຕ້ານການຄ້າມະນຸດ ແລະ ການປະສານງານຮ່ວມກັນ. ຮ່ວມລົງນາມຄັ້ງນີ້, ຝ່າຍແຂວງບໍລິຄຳໄຊໂດຍທ່ານ ກອງແກ້ວ ໄຊສົງຄາມ, ຝ່າຍຈັງຫວັດໜອງຄາຍແມ່ນທ່ານ ລາຊັນ ຊຸ້ນຫົ້ວ ໂດຍມີຄະນະກໍາມະການ 2 ຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ຂ່າວ-ພາບ: ສາຍສະໝອນ

error: Content is protected !!