ຜົນການວິໄຈສະບັບໃໝ່ ພົບຂໍ້ມູນຂອງອາການລອງໂຄວິດ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ຜົນວິໄຈການສຶກສາສະບັບໃໝ່ທີ່ໄດ້ເຜີຍແຜ່ໃນວາລະສານສະມາຄົມການແພດອາເມຣິກາ (JAMA) ໄດ້ເປີດເຜີຍລາຍລະອຽດໃໝ່ກ່ຽວກັບອາການລອງໂຄວິດ (Long Covid-19) ຊຶ່ງເປັນພາວະຫຼັງການຕິດເຊື້ອພະຍາດໂຄວິດ-19 ທີ່ສາມາດສົ່ງຜົນກະທົບຕໍ່ອະໄວຍະເກືອບທຸກສ່ວນໃນຮ່າງກາຍ.

ໂດຍອີງຕາມຜົນການສຶກສາວິເຄາະຂໍ້ມູນຂອງອາເມຣິກາເກືອບ 10.000 ຄົນ ຊຶ່ງຫຼາຍຄົນເຄີຍຕິດເຊື້ອພະຍາດໂຄວິດ-19 ໂດຍຄະນະນັກວິໄຈທີ່ໄດ້ຮັບທຶນສະໜັບສະໜູນຈາກສະຖາບັນສຸຂະພາບແຫ່ງຊາດອາເມຣິກາພົບວ່າ ອາການທາງຄຣີນິກ ຈະແຕກຕ່າງກັນ ແລະ ຄວບຄຸມອາການເມື່ອຍ, ສະ ໝອງຊ້າ ແລະ ວິນຫົວ ໂດຍເກີດຂຶ້ນມາດົນຫຼາຍເດືອນ ຫຼື ຫຼາຍປີຫຼັງຈາກປິ່ນປົວຫາຍດີ. ທີມວິໄຈຍັງພົບວ່າ ອາການລອງໂຄວິດພົບໄດ້ຫຼາຍ ແລະ ຮຸນແຮງ ໃນຜູ້ທີ່ເຂົ້າຮ່ວມການສຶກສາທີ່ຕິດເຊື້ອກ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ສາຍພັນໂອໄມຄຣອນໃນປີ 2021 ພ້ອມທັງກ່າວຕື່ມວ່າ ການສຶກກົນໄກທາງຊີວະວິທະຍາແຊກຊ້ອນຂອງອາການລອງໂຄວິດ-19 ນັ້ນສຳຄັນຕໍ່ການພັດທະນາວິທີປິ່ນປົວແບບລະອຽດລວມເຖິງການຄົ້ນຫາກົນລະຍຸດການປິ່ນປົວທີ່ມີປະສິດທິພາບ.

ນັກວິໄຈຫວັງວ່າ ການສຶກສາສະບັບນີ້ຈະເປັນກ້າວຕໍ່ໄປສູ່ການປິ່ນປົວທີ່ມີສັກກະຍະພາບສຳລັບອາການລອງໂຄວິດ ຊຶ່ງສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະຫວັດດີພາບຂອງຄົນອາເມຣິກາຫຼາຍລ້ານຄົນ.

error: Content is protected !!