ຢ່າ​ໃຫ້​ລູກ ​ກິນ​ອາຫານ​ຈານ​ດ່ວນ​ຫຼາຍ

ອາຫານ​ຈານ​ດ່ວນ ​ເຊັ່ນ: ​ແຮມເບີ​ເກີ, ​ໄກ່​ທອດ, ມັນຝຣັ່ງທອດ ​ແລະ ​ອີກ​ສາລະພັດ​ເຍື່ອງ ​ທີ່​ເຮົາ​ຄຸ້ນ​ຕາ​ໃນຮ້ານ​ຄ້າ ​ແລະ ​ຫ້າງ​ຊັບ​ພະ​ສິນຄ້າ​​ໃຫຍ່ໆນັ້ນ ຖື​ເປັນ​ອາຫານ​ທີ່​ເປັນ​ໂທດ​ຕໍ່​ຄົນເຮົາ. ການ​ປ່ອຍ​ໃຫ້​ລູກ ​ໄດ້​ຊີມ​ອາຫານ​ເຫຼົ່າ​ນີ້ ຈະ​ເຮັດ​ໃຫ້​ເຂົາ​ຕິດ​ໃຈ​ໃນຣົດຊາດ​ຂອງ​ມັນ​ໄດ້​ງ່າຍ.

ອາຫານຈຳພວກ​ນີ້​ ຖືກ​ຜະລິດ​ຂຶ້ນ​ເພື່ອ​ໃຫ້​ສະດວກ​ໃນ​ການ​ບໍລິ​ໂພ​ກ ​ແຕ່​ມັນ​ມີ​ໄຂມັນ ​ແລະ​ ຜົງ​ແປ້ງ​ນົວ​​ປົນ​ຢູ່​ຫຼາຍ ເຊິ່ງ​ຖ້າ​ຫາກ​ລູກ​ຂອງ​ທ່ານ ​ຍັງ​ຢູ່​ໃນ​ໄວ​ປະຖົມ​ ກິນ​ເຂົ້າ​ໄປ ມັກ​ຈະ​ຕິດ​ໃຈໃນຣົດຊາດ​ຂອງ​ມັນ ເພາະວ່າ ​ອາຫານ​ມັນ, ຫວານ ​ແລະ​ ຂອງ​ທອດ ລ້ວນ​ແຕ່​ເຣັດ​ໃຫ້​ຈະ​ເລີ​ນອາຫານ​ທັງ​ນັ້ນ, ລວມ​ເຖິງການ​ໃຊ້​ສານ​ທີ່​ເປັນ​​ແປ້ງ​ນົວ​ຢູ່​ນຳ ກໍ​ຍິ່ງ​ເຮັດ​ໃຫ້​ເດັກ​ຕິດ​ໃຈ​ຢ່າງ​ງ່າຍດາຍ​.

ຖ້າ​ຫາກ​​ເດັກ​ ກິນ​ອາຫານ​ເຫຼົ່າ​ນີ້​ຕໍ່​ເນື່ອງ​ກັນ ​ເປັ​ນ​ເວລາ​ດົນໆ ຮ່າງກາຍ​ຈະ​ສະ​ສົມ​ໄຂມັນ ​ເຮັດ​ໃຫ້​ເກີດ​ໂຣກຕຸ້​ຍ​​ໄດ້​ງ່າຍ ​ແລະ ຍັງ​ເຮັດ​ໃຫ້​ຮ່າງກາຍ ​ຂາດ​ສານ​ອາຫານ​ອື່ນໆ ທີ່​ຈຳ​ເປັນ ​ເຮັດ​ໃຫ້​ພັດທະນາ​ການ​ທາງ​ຮ່າງກາຍ ​ແລະ ສະໝອງ ​ບໍ່​ເຕີບ​ໂຕ​ຕາມ​ທີ່​ຄວນ​ຈະ​ເປັນ. ຖ້າ​ປ່ອຍໄປ​ດົນໆ ​ເດັກ​ຍິ່ງ​ຈະ​ສະ​ສົມ​ເປັນ​ພຶດຕິ​ກຳ​ການ​ກິນ ​ແລ້ວ​ສຸດ​ທ້າຍ​ກໍ​ຈະ​ແກ້​ໄຂ​ຍາກ ​ເຮັດ​ໃຫ້​ເຂົາ​ເບື່ອ​ອາຫານ​ແບບ​ປົກກະຕິ ​ແລະຢາກກິນ​ອາຫານ​ຈານ​ດ່ວນ​ຫຼາຍຂຶ້ນ​ເລື້ອຍໆ.

ວິທີແກ້ໄຂ:

1. ຢ່າ​ຊື້ ຫຼື ​ຈັດ​ອາຫານ​ຈານ​ດ່ວນ​ໃຫ້​ລູກ: ປະ​ເດັນ​ນີ້​ເປັນ​ຈຸດ​ສຳຄັນ ຖ້າ​ຫາກ​ພໍ່​ແມ່​ບໍ່​ຊື້​ໃຫ້​ລູກ​ກິນ​ຈົນ​ຕິດ​ເປັນນິດ​ໄສ ກໍ​ຈະ​ຫຼຸດ​ໂອກາດ​ສ່ຽງ​ໄດ້.

2. ພະຍາຍາມ​ໃຫ້​ລູກ​ກິນ​ອາຫານ​ທີ່​ຫຼາກ​ຫຼາຍ: ພໍ່​ແມ່​ຄວນ​ຫາ​ອາຫານ​ທີ່​ມີ​ຄວາມ​ຫຼາຍ​ຫຼາຍ, ​ເປັນຕາ​ຢາກິນ ​ແລະ​ ບໍ່​ຄວນຊຳ້​ແບບ​ເກີນ​ໄປ ​ເພື່ອ​ໃຫ້​ພວກ​ເຂົາ​ໄດ້​ກິນ​ອາຫານ​ທີ່​ຫຼາກ​ຫຼາຍ ​ເປັ​ນການ​ສ້າງ​ຄວາມ​ແປກ​ໃໝ່ ​ແລະ ກະ​ຕຸ້ນ​ຄວາມ​ຢາກ​ອາຫານ​ໄດ້​ດີ.

3. ​​ປຸງແຕ່ງອາຫານ​ຈານ​ດ່ວນ​ເອົາ​ເອງ: ຖ້າ​ຫາກຈຳ​ເປັນ​ແທ້ໆ​ ທີ່​ລູກ​ຂອງ​ທ່ານຢາກກິນ​ອາຫານ​ຈານ​ດ່ວນ ພໍ່​ແມ່​ຄວນ​ປຸງ​ແຕ່ງອາຫານ​ເຫຼົ່າ​ນັ້ນ​​ເອົາ​ເອງ​ເພື່ອ​​ໃຫ້​ລູກ​ໄດ້​ຮັບ​ສານ​ອາຫານ​ທີ່​ດີ ​ຈາກ​ອາຫານ​ເຫຼົ່າ​ນັ້ນ. ຖ້າ​ຢາກ​ໃຫ້​ເຂົາ​ກິນ​ອາຫານ ​ທີ່​ເຮົາ​ແຕ່ງ ທ່ານ​ຄວນ​ໃຫ້​ເຂົາ​ມີ​ສ່ວນ​ຮ່ວມ ​ໃນ​ການ​ເຮັດ​ອາຫານ​ເຍື່ອງ​ນັ້ນໆ ​ແລ້ວ​ກິນ​ນຳ​ລູກ.

error: Content is protected !!