ໂຣກຣິດສີດວງທະວານ ເກີດຈາກຫຍັງ?

ໂຣກຣິດສີດວງທະວານໜັກ (Hemorrhiods) ຫຼື ຮຽກງ່າຍໆວ່າ “ໂຣກຣິດສີດວງທະວານ” ເປັນໂຣກທີ່ພົບເລື້ອຍໆ, ເມື່ອເປັນແລ້ວ ກໍ່ໃຫ້ເກີດຄວາມທຸກທໍລະມານ ແລະ ເຮັດໃຫ້ການໃຊ້ຊີວິດປະຈຳວັນບໍ່ສະດກ, ແຕ່ສາມາດປົວໃຫ້ຫາຍໄດ້ ຕັ້ງແຕ່ເລີ່ມຕົ້ນຂອງໂຣກ.
ໂຣກຣິດສີດວງທະວານ ຄືການທີ່ຫຼອດເລືອດດຳທີ່ລຳໄສ້ໃຫຍ່ ແລະ ທະຫວານໜັກ ມີອາການບວມ, ໂປ່ງພອງ ແລະ ມີຫຼອດເລືອດບາງສ່ວນປ່ອນອອກມາຈາກ ທະວານໜັກ ເຊິ່ງເກີດຈາກຫຼາຍສາເຫດ ດັ່ງນີ້:

  • ພາວະທ້ອງອືດຊຳເຮື້ອ (ເກີດຈາກອາຫານ-ການກິນ)
  • ຖອກທ້ອງເລື້ອຍໆ (ເກີດຈາກອາຫານ-ການກິນ)
  • ພຶດຕິກຳການເບັ່ງອາຈົມແຮງໆ
  • ມັກນັ່ງຖ່າຍໜັກດົນໆ ໂດຍສະເພາະຄົນທີ່ມັກຫຼິ້ນມືຖືໃນເວລາຖ່າຍ
  • ໃຊ້ຢາສວນອາຈົມ ຫຼື ຢາລະບາຍດຸເກີນຄວາມຈຳເປັນ
  • ມີພາວະຕັບແຂງ ເຊິ່ງມີເຮັດໃຫ້ເລືອດດຳອຸດຕັນ ຈົນເຮັດໃຫ້ເສັ້ນເລືອດດຳບໍລິເວນທະວານໜັກພອງ
  • ອາຍຸຫຼາຍຂຶ້ນ ເຮັດໃຫ້ກ້າມຊີ້ນຢ່ອນຍານ ຈົນເຮັດໃຫ້ເບາະຮອງເລື່ອນລົງມາ ຈົນຍື່ນອອກມາຈາກທະວານໜັກ
  • ຄົນໃນຄອບຄົວ ມີປະຫວັດເປັນໂຣກຣິດສີດວງທະວານ
  • ພຶດຕິກຳທີ່ຕ້ອງຍົກເຄື່ອງ ຫຼື ອອກແຮງເລື້ອຍໆ.

ຣິດສີດວງທະວານ ແບ່ງອອກເປັນ 2 ປະເພດ ຄື:

  1. ຣິດສີດວງທະວານພາຍໃນ: ໝາຍເຖິງ ຣິດສີດວງ ທີ່ເກີດເໜືອທະວານໜັກຂຶ້ນໄປ, ປົກກະຕິ ຫຼອດເລືອດທີ່ພອງ ຈະບໍ່ໂຜ່ອອກມາໃຫ້ເຫັນ ແລະ ຄຳບໍ່ໄດ້ ແລະ ບໍ່ກໍ່ໃຫ້ເກີດອາການ ຖ້າຍັງບໍ່ມີພາວະແຊກຊ້ອນ.
  2. ຣິດສີດວງທະວານພາຍນອກ: ໝາຍເຖິງ ຣິດສີດວງ ບໍລິເວນປາກຮອຍຫ່ຽວຂອງທະວານໜັກ, ສາມາດເຫັນ ແລະ ຄຳເບິ່ງຕິ່ງ ທີ່ປົກຄຸມຫຼອດເລືອດພອງໄດ້, ອາດຈະມີຄວາມເຈັບ ເພາະວ່າ ຕິ່ງເນື້ອມີປາຍປະສາດຮັບຄວາມຮູ້ສຶກ.

ອາການຂອງ ຣິດສີດວງທະວານ ແບ່ງອອກເປັນ 4 ໄລຍະ ເຊິ່ງຄວາມຮຸນແຮງ ຈະເພີ່ມຕາມໄລຍະທີ່ເປັນ ເຊັ່ນ:
ໄລຍະທີ1: ມີເສັ້ນເລືອດດຳພອງໃນ ທະວານໜັກ, ຈະມີເລືອດໄຫຼອອກມາ ເວລາເບັ່ງອາຈົມ, ຖ້າທ້ອງອືດ ເລືອດກໍຈະອອກຫຼາຍຂຶ້ນ.
ໄລຍະທີ2: ຫົວຣິດສີດວງທະວານໃຫຍ່ຂຶ້ນ, ເລີ່ມໂຜ່ອອກມາພົ້ນ ທະວານໜັກ, ເວລາເບັ່ງອາຈົມ ຈະອອກມາໃຫ້ເຫັນຫຼາຍຂຶ້ນ ແລະ ຫົດກັບໄດ້ເອງຫຼັງຈາກຂັບຖ່າຍ.
ໄລຍະທີ3: ຫົວຣິດສີດວງທະວານ ຈະໂຜ່ອອກມາຫຼາຍກວ່າເກົ່າ, ເວລາໄອຈາມ ຫຼື ຍົກເຄື່ອງຂອງໜັກໆ ທີ່ຕ້ອງຄຶງໜ້າທ້ອງ ຈະເກີດການເບັ່ງ ໃຫ້ຫົວຣິດສີດວງທະວານ ອອກມາຂ້າງນອກ ແລະ ບໍ່ສາມາດຫົດກັບເຂົ້າໄປໄດ້ເອງ, ຕ້ອງໃຊ້ນິ້ວມືຊ່ວຍດັນກັບເຂົ້າໄປ.
ໄລຍະທີ4: ຫົວຣິດສີດວງທະວານໃຫຍ່ຂຶ້ນຫຼາຍ ສາມາດເບິ່ງເຫັນຈາກພາຍນອກໄດ້ຢ່າງຈະແຈ້ງ, ມີອາການບວມ, ອັກເສບ ແລະ ອາການແຊກຊ້ອນທີ່ຮຸນແຮງຫຼາຍ ເຊິ່ງຈະມີເລືອດອອກມາຢູ່ສະເໝີ, ອາດເປັນນຳ້ເຫຼືອງເມືອກມື່ນ ແລະ ມີອາຈົມອອກມາໄດ້ ເຮັດໃຫ້ເກີດຄວາມເປິເປື້ອນ ແລະ ປຽກຊຸ່ມຕະຫຼອດເວລາ. ນອກຈາກນີ້ ອາດມີອາການຄັນທີ່ຂອບປາກທະວານ, ບາງຄັ້ງອາດເນົ່າ ແລະ ອັກເສບຫຼາຍຂຶ້ນ ຈົນນຳໄປສູ່ອາການຕິດເຊື້ອໄດ້ງ່າຍ ແລະ ຖ້າມີເລືອດອອກຢູ່ເລື້ອຍໆ ຈະເຮັດໃຫ້ຊີດ, ອ່ອນເພຍ, ນຳ້ໜັກໂຕຫຼຸດລົງ ແລະ ເກີດອາການໜ້າມືດໄດ້.

ການປົວຣິດສີດວງທະວານ:
ຣິດສີດວງທະວານ ສາມາດປິ່ນປົວໄດ້ຫຼາຍວິທີ ແລະ ປົວໃຫ້ຫາຍຂາດໄດ້ ຖ້າຫາກເປັນຢູ່ໃນໄລຍະ 1-2. ໃນໄລຍະການປິ່ນປົວ ຜູ້ປ່ວຍຕ້ອງເບິ່ງແຍງເລື່ອງອາຫານການກິນ, ລວມທັງການບໍ່ຍົກເຄື່ອງຂອງໜັກອີກດ້ວຍ. ອາຫານທີ່ຂະລຳ ກໍລວມມີ: ອາຫານດອງ, ໜໍ່ໄມ້, ອາຫານເຜັດ, ນຳ້ເມົາ, ປາສູບ, ອາຫານທະເລ ຫຼື ອາຫານເຍື່ອງອື່ນໆ ທີ່ທ່ານໝໍແນະນຳ.
ການປິ່ນປົວຂອງແຕ່ລະຄົນ ອາດມີວິທີຕ່າງກັນ, ແຕ່ວິທີທີ່ນິຍົມຫຼາຍໃນປັດຈຸບັນແມ່ນ ການໃຊ້ສະໝຸນໄພ (ບໍ່ແມ່ນຢາຫຼວງ) ທີ່ມີທັງແບບ ຄີມທາ ແລະ ແບບແຄັບຊູນ ໃຊ້ກິນ ເຊິ່ງສ່ວນໃຫຍ່ ຜະລິດມາຈາກຕົ້ນ ເພັດສັງຄາດ.
ແນວໃດກໍດີ, ຖ້າທ່ານເປັນ ໂຣກຣິດສີດວງທະວານ ໄລຍະ 3-4 ທີ່ຖືວ່າ ເປັນຫຼາຍແລ້ວ ແນະນຳໃຫ້ໄປພົບແພດ ເພື່ອປິ່ນປົວໃຫ້ຖືກວິທີ.

error: Content is protected !!