ນັກວິໄຈອາເມຣິກາ ພັດທະນາລະບົບ AI ຊ່ວຍຄົນເຈັບທີ່ເວົ້າບໍ່ໄດ້

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ຜົນການສຶກສາທີ່ເຜີຍແຜ່ໃນວາລະສານເນເຈີ ນູໂຣໄຊແອນ (Nature Neuroscience) ລະບຸວ່າ: ຄະນະນັກວິໄຈອາເມຣິກາໄດ້ພັດທະນາລະບົບປັນຍາ ປະດິດ (AI) ລຸ້ນໃໝ່ ຊຶ່ງອາດຈະຊ່ວຍເຫຼືອຜູ້ທີ່ມີສະຕິສຳປະຊັນຍະສົມບູນ ແຕ່ບໍ່ສາມາດເວົ້າສື່ສານອອກມາໄດ້ເຊັ່ນ ຄົນເຈັບທີ່ຮ່າງກາຍອ່ອນແອຈາກພະຍາດຫຼອດເລືອດສະໝອງ (Stroke).

ລະບົບຖອດຄວາມໝາຍ ຫຼື ທີ່ເອີ້ນວ່າ ຊີແມນຕິກ ດີໂຄເດີ (Semantic Decoder) ສາມາດແປ ກິດຈະກຳສະໝອງຂອງມະນຸດໃນຄະນະທີ່ຮັບຟັງເລື່ອງລາວ ຫຼື ຈິນຕະນາການວ່າ ກຳລັງເລົ່າເລື່ອງຢູ່ຢ່າງມິດໆໃຫ້ອອກມາເປັນຂໍ້ຄວາມຕໍ່ເນື່ອງ. ຜູ້ທີ່ຖືກທົດລອງບໍ່ຈຳເປັນຕ້ອງເຂົ້າຮັບການຜ່າຕັດປ່ຽນຖ່າຍເພື່ອໃຊ້ງານລະບົບນີ້ ເຮັດໃຫ້ຂະບວນການທັງໝົດບໍ່ກ້າວກ່າຍຮ່າງກາຍ ຊຶ່ງແຕກຕ່າງຈາກລະບົບການຖອດລະຫັດທາງພາສາອື່ນໆທີ່ຢູ່ໃນລະຫວ່າງການພັດທະນາ. ລະບົບດັ່ງກ່າວ ຊຶ່ງພັດທະນາໂດຍຄະນະນັກວິໄຈຈາກມະຫາວິທະຍາໄລເທັກຊັສ ອອສຕິນ (UT Austin) ສາມາດສ້າງຄຳເວົ້າໃໝ່ທີ່ບໍ່ແມ່ນ ແບບຄຳຕໍ່ຄຳ ແຕ່ສາມາດກູ້ຄືນສ່ວນສຳຄັນຂອງສິ່ງທີ່ຜູ້ໃຊ້ກຳລັງໄດ້ຍິນດ້ວຍ.

ທ່ານ ອາເລັກ ທູດ ຜູ້ຊ່ວຍສາສະດາຈານດ້ານປະສາດວິທະຍາ ແລະ ວິທະຍາສາດຄອມພິວເຕີປະຈຳມະຫາວິທະຍາໄລ UT Austin ລະບຸວ່າ ລະບົບຖອດຄວາມໝາຍດັ່ງກ່າວຖືວ່າເປັນຄວາມຄືບ ໜ້າສຳຄັນສຳລັບວິທີການທີ່ບໍ່ກ້າວກ່າຍຮ່າງກາຍ ມັນຕ່າງຈາກລະບົບທີ່ເຄີຍມີມາ ຊຶ່ງໂດຍປົກກະຕິແລ້ວມັກຖອດຄຳເວົ້າອອກມາເປັນຄຳໆດຽວ ຫຼື ປະໂຫຍກສັ້ນໆ ພ້ອມທັງກ່າວວ່າ ພວກເຮົາກຳລັງຈະໃຊ້ລະບົບນີ້ຖອດລະຫັດທາງພາສາແບບຕໍ່ເນື່ອງພາຍໃຕ້ຂອບເວລາດົນກວ່າເກົ່າ ແລະ ບວກກັບແນວ ຄິດທີ່ສະລັບຊັບຊ້ອນ.

error: Content is protected !!