ສສ ຫວຽດນາມ-ກຳປູເຈຍ ຮ່ວມມືພັດທະນາ ບັນດາແຂວງ ຕາມຊາຍແດນ

ຕາມ​ຂ່າວ​ຈາກ ວິທະຍຸ​ສາກົນ ຫວຽດນາມ,​ວັນທີ 25 ເມສາ, ຢູ່ແຂວງ ໄຕນິງ, ທ່ານ ເຈິ່ນລືວກວາງ, ຮອງນາຍົກ ລັດຖະມົນຕີ ສສ ຫວຽດນາມ ພ້ອມກັບ ທ່ານ Samdech Krolahom Sar Kheng, ຮອງນາຍົກ ລັດຖະ ມົນຕີ, ລັດຖະມົນຕີ ກະຊວງພາຍໃນ ກຳປູເຈຍ ເປັນປະທານຮ່ວມ ກອງປະ ຊຸມຮ່ວມມື ແລະ ພັດທະນາ ບັນດາແຂວງ ເຂດຊາຍແດນ ຫວຽດ ນາມ- ກຳປູເຈຍ ຄັ້ງທີ 12.ຕະຫລອດ ໄລຍະຜ່ານມາ, ສອງປະເທດ ຍັງຮັກສາ ການພົວພັນ ຮ່ວມມື ອັນດີງາມ ແລະ ສົມທົບກັນ ຢ່າງແໜ້ນແຟ້ນ ໃນທຸກ ຂົງເຂດ ແລະ ທຸກຂັ້ນ ຈາກສູນກາງ ລົງຮອດທ້ອງຖິ່ນ, ໃນນັ້ນ ມີບັນດາ ແຂວງຕິດກັບ ຊາຍແດນ. ດັ່ງນັ້ນ ເມື່ອແລກປ່ຽນ ກ່ຽວກັບ ທິດທາງ ການ ຮ່ວມມື ລະຫວ່າງ ບັນດາ ແຂວງ ເຂດຊາຍແດນ ຫວຽດນາມ-ກຳປູເຈຍ ໃນໄລຍະ​ໃໝ່ນີ້ ທັງສອງຝ່າຍ ໄດ້ເຫັນດີ ເປັນເອກະພາບ ສືບຕໍ່ ສົມທົບກັນ, ສ້າງບັນດາ ຂອບນິຕິກຳ ແລະ ກົນໄກ ຮ່ວມມື ໃຫ້ສົມ ບູນແບບ ແລະ ເໝາະສົມ ເພື່ອແນໃສ່ ສ້າງເງື່ອນໄຂ ອຳນວຍ ຄວາມສະດວກ ໃຫ້ແກ່ ການຮ່ວມມື ລະຫວ່າງ ບັນດາແຂວງ ຕິດກັບ ຊາຍແດນ. ພ້ອມ​ທັງ ຮັກສາ ການເຕີບໂຕ ການຄ້າ ສອງຝ່າຍ ເວົ້າລວມ ແລະ ບັນດາການເຄື່ອນໄຫວ ພົວພັນແລກປ່ຽນການຄ້າ ເວົ້າສະເພາະ, ສົ່ງເສີມ ວິສາຫະກິດ ສອງປະເທດ ຊອກຫາກາລະໂອກາດ ພ້ອມກັນ ພັດທະນາ ເຂດເສດຖະກິດ ພິເສດ ກຳປູເຈຍ-ຫວຽດນາມ ຢູ່ບັນດາ ແຂວງ ຂອງ ກຳປູເຈຍ ຕິດກັບ ຊາຍແດນ ຫວຽດນາມ-ກຳປູເຈຍ

error: Content is protected !!