ກຳປູເຈຍ ເກັບພາສີຈາກການຄ້າເອເລັກໂຕຣນິກຫລາຍກວ່າ20ລ້ານໂດລາສະຫະລັດ

ສຳນັກ​ຂ່າວ​ ຊິນ​ຮວາ ​ຂອງ ສປ ຈີນ,ເມື່ອບໍ່ດົນມານີ້, ກົມ​ພາສີ ກຳປູ​ເຈຍ ​ເປີດ​ເຜີຍ ການ​ເກັບ​ ພາສີ ລາຍ​ໄດ້ຈາກ ການ​ຄ້າ ​ເອ​ເລັກ​ໂຕຣນິກ (e-commerce) ​ແລະ ການ​ບໍລິ ຫານ​ ​ເອ​ເລັກ​ໂຕຣນິກ ​ໃນ​ໄລຍະ​ໄຕ​ມາດ​ ທຳ​ອິດ ​ປີ​ນີ້ ສູງ​ເຖິງ 20,9 ລ້ານ​ໂດ​ລາ​ ສະຫະລັດ ພາຍຫລັງ ກຳປູ​ເຈຍ ​ເລີ່​ມ​ເກັບ​ ພາສີ​ ມູນ​ຄ່າ​ເພີ່ມ 10% ຈາກ ອີ​ຄອນ​ເມີ​ສ ກັບ​ບໍລິສັດ​ຕ່າງໆ​ເຊັ່ນ ​ກູ​ເກີ​ລ(Google), ​ເມ​ຕາ(Meta), ອາ​ເມ​ຊອນ(Amazon), ​ໄມ​ໂຄຣຊອບ (Microsoft), ຢູທູບ(Youtube), ຕິກ​ຕ໋ອກ(Tiktok),​ ເນັດ​ຟຣິກ(Netflix) ​ແລະ ອື່ນໆ​ອີກ ຕັ້ງ​ແຕ່​ ວັນ​ທີ1 ​ເມສາ2022 ​ເຮັດ​ໃຫ້​ ມີ​ລາຍ​ໄດ້ ​ຈາກ​ການ​​ເຮັດ​ ທຸລະ​ກິດ ອີ​ຄອນ​ເມີ​ສ ​ເກືອບ 44 ລ້ານ​ໂດ​ລາ ​ສະຫະລັດ ​​ໃນ​ປີ​ກາຍ​ນີ້

error: Content is protected !!