ອຸດົມໄຊ ມີຫລາຍສະຖານທີ່ທ່ອງທ່ຽວ ທີ່ຄວນໄປສຳຜັດ

ແຂວງອຸດົມໄຊ ຕັ້ງຢູ່ທາງພາກເໜືອຂອງລາວ ປະກອບດ້ວຍ 12 ຊົນເຜົ່າ, ມີ 7 ເມືອງຄື: ເມືອງໄຊ, ເມືອງຫລາ, ເມືອງນາໝໍ້, ເມືອງງາ, ເມືອງແບງ, ເມືອງຮຸນ ແລະ ເມືອງປາກແບງ, ເປັນແຂວງໜຶ່ງທີ່ມີທັດສະນີຍະພາບທີ່ສວຍງາມ ເຊິ່ງສິ່ງທີ່ພົ້ນເດັ່ນຂອງແຂວງແມ່ນມີສະ ຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳ ແລະ ທຳມະຊາດ ທີ່ງົດງາມຫລາຍແຫ່ງ ທີ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຄວນໄປສຳຜັດ ເຊິ່ງຈະສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວທີ່ມາທ່ຽວແລ້ວ ຢາກກັບຄືນມາທ່ຽວອີກ.

ທ່ານ ເພັງ ສຸດາວອນ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງອຸດົມໄຊ ໄດ້ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ແຂວງອຸດົມໄຊ ມີສະຖານທີ່ທ່ອງທ່ຽວທາງດ້ານວັດທະ ນະທຳ ແລະ ທຳມາຊາດທີ່ສວຍສົດງົດງາມຫລາຍແຫ່ງ ແລະ ຍັງມີອີກຫລາຍແຫ່ງທີ່ລໍຖ້າການພັດ ທະນາ. ແຕ່ເຖິງຢ່າງໃດກໍຕາມ, ເມື່ອນັກທ່ອງທ່ຽວໄດ້ມາທ່ອງທ່ຽວແຂວງອຸດົມໄຊແລ້ວ ຮັບຮອງວ່າຢາກກັບຄືນມາທ່ຽວຕື່ມອີກ ເພາະວ່າແຂວງອຸດົມໄຊ ປະກອບມີຫລາຍເຜົ່າ, ມີຮີດຄອງປະເພນີ, ການນຸ່ງຖືທີ່ແຕກຕ່າງກັນ, ມີເອກະລັກສະເພາະເຜົ່າ. ດັ່ງນັ້ນ, ຈຶ່ງມີຫລາຍສິ່ງຫລາຍຢ່າງທີ່ໜ້າຄົ້ນຫາໜ້າທ່ຽວຊົມ, ສິ່ງສຳຄັນ ຊາວແຂວງອຸດົມໄຊ ມີໄມຕີຈິດມິດຕະພາບ ຍິນດີຕ້ອນຮັບແຂກຄົນທີ່ ມາຢ້ຽມຢາມສະຖານທີ່ທ່ອງທ່ຽວຕ່າງໆ ແຂວງອຸດົມໄຊ.

ສຳລັບ ບັດດາສະຖານທີ່ທ່ອງທ່ຽວ ທີ່ໂດດເດັ່ນຂອງແຂວງ ປະກອບມີ: ຢ້ຽມຊົມກາບໄຫວ້ພະເຈົ້າສິງຄຳ ທີ່ວັດພະເຈົ້າສິງຄຳ, ແຕ່ກ່ອນເອີ້ນວ່າວັດກາງ ເພາະເປັນວັດໃຫຍ່ທີ່ຊາວເມືອງຫລາພາກັນກາບໄຫວ້ ໂດຍສ້າງຂຶ້ນປະມານ 2 ພັນກວ່າປີແລ້ວ, ຊຶ່ງຕັ້ງຢູ່ເທິງພູເຂົາຄວາຍ ບ້ານປາກຫລາ (ດຽວນີ້ໂຮມເປັນບ້ານດອນສະອາດ); ທາດໄຊມຸງຄຸນລັດຕະນະມິ່ງເມືອງ ເປັນສະຖານທີ່ສັກກາລະບູຊາຂອງຊາວອຸດົມໄຊ, ທາດໄຊມຸງຄຸນລັດຕະນະມິ່ງເມືອງ ສ້າງຂຶ້ນໃນສະໄໝເຈົ້າໄຊຍະເສດຖາທິລາດ ປະມານ 400-500 ກວ່າປີມາແລ້ວ. ນອກນັ້ນ, ຍັງມີນ້ຳກັດຢໍລະປ່າ, ຊຶ່ງຕັ້ງຢູ່ເຂດບ້ານແຟນ ເມືອງໄຊ ຫ່າງຈາກເທສະບານເມືອງປະມານ 20 ກວ່າກິໂລແມັດ, ຢູ່ໃນເຂດປ່າສະ ຫງວນພູຫີຜີ ທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່ ແລະ ຊີວະນາໆພັນອັນອຸດົມສົມບູນ ກາຍເປັນສິ່ງດຶງດູດໃຈຂອງນັກທ່ອງທ່ຽວ.

ພ້ອມນີ້, ຍັງມີຖໍ້າຈອມອອງ ຫ່າງຈາກເທດສະບານເມືອງໄຊ ປະມານ 40 ກວ່າກິໂລແມັດ, ຖືກຄົ້ນພົບໃນປີ 2005, ເປັນຖ້ຳໃຫຍ່ກວ້າງຂວາງ, ມີຄວາມຍາວ 16 ກິໂລແມັດ, ກວ້າງ 15-50 ແມັດ ແລະ ສູງປະມານ 25-100 ແມັດ, ພາຍໃນຖ້ຳມີນົມຜາ, ຫີນຍ້ອຍ, ຫີນງອກ ທີ່ທຳມະຊາດປັ້ນແຕ່ງທີ່ສວຍງາມ ຢັ່ງຢາຍກ່າຍກອງສະລັບສັບຊ້ອນຕາມສອງຝາກຖ້ຳ. ຜ່ານການສຳຫລວດຂອງນັກວິທະຍາສາດ ຈາກສະຫະພາບເອີຣົບ ໃນປີ 2010 ຖ້ຳດັ່ງກ່າວ ໄດ້ພັດທະນາໃຫ້ເປັນແຫລ່ງທ່ອງທ່ຽວລະດັບຊາດ ແລະ ໄດ້ຮັບທຶນພັດທະນາພື້ນຖານໂຄງລ່າງ ຈາກທະນາຄານພັດທະນາອາຊີ ຫລື ADB.

ຂ່າວ-ຮູບ: ມະນີລັດ

error: Content is protected !!