Newgen ກຽມປ່ອຍເພງໃໝ່ຕົ້ນເດືອນ ກຸມພາ ນີ້!

ຄ້າຍເພງ Newgen entertainment ກຽມປ່ອຍເພງໃໝ່ ຂອງຄ້າຍໃນ ວັນທີ 7 ກຸມພາ 2023 ນີ້ ແລະ ເປັນການກັບມາອີກຄັ້ງຂອງໜຸ່ມ Tom Newgen ທີ່ ft ກັບນັກຮ້ອງໃນສັງກັດ L_x ແລະ Master Z, ໂດຍເພງທີ່ຈະປ່ອຍອອກມານີ້ ແມ່ນຊື່ວ່າ “smoker” ໂດຍມີນ້ອງໆ ຈາກຄ້າຍຮ່ວມ ft ຄື ອາເລັກ ຊື່ໃນວົງການ L_x ແລະ ແຈັກກີ້ ຫຼື Master Z.
ສຳລັບເນື້ອຫາຂອງເພງນີ້ ຈະເວົ້າເຖິງການຫຼົງໄຫຼໃນສະເໜ່ ແລະ ມີຄວາມຄິດຮອດແຕ່ຄົນໆ ນັ້ນ ຕັ້ງແຕ່ທຳອິດທີ່ພົບເຫັນ. ສ່ວນເພງໂຕຈິງຈະເປັນແນວໃດນັ້ນຢ່າລືມຕິດຕາມນຳກັນເດີ້ຜ່ານຊ່ອງທາງ YouTube: Newgen entertainment, Facebook: Newgen entertainment Fb: Tom Newgen ແລະ ຝາກທຸກຄົນສະໜັບສະໜຸນ ແລະ ຊຸກດັນວົງການເພງບ້ານເຮົາ ໃຫ້ກັບມາຄຶກຄື້ນ ແລະ ອອກສູ່ລະດັບສາກົນໃຫ້ໄດ້.

error: Content is protected !!