ວຽງຈັນເຊັນເຕີ ມອບໂຊກຄືນກຳໄລ​ ໃຫ້ລູກຄ້າ ສະຫລອງຄົບຮອບ 7 ປີ

ສູນການຄ້າວຽງຈັນເຊັນ ຮ່ວມກັບ ອົງການກາແດງລາວ ຈັດກິດຈະກຳ ມອບໂຊກຄືນກຳໄລໃຫ້ລູກຄ້າ, ລວມມູນຄ່າຫລາຍກວ່າ 700 ລ້ານກີບ ແລະ ກິດຈະກໍາຮັບບໍລິຈາກເລືອດ ພາຍໃຕ້ໂຄງການ “ໃຈອາສາບໍລິຈາກເລືອດເທົ່າກັບໃຫ້ ປີທີ 7” ເນື່ອງໃນໂອກາດສະຫລອງຄົບຮອບ 7 ປີ ໃນວັນທີ 27 ທັນວາ 2022 ໂດຍມີ ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ, ທ່ານນາງ ສະຫວັນທອງ ອຸ່ນມີໄຊ ຮອງອຳນວຍການບໍລິສັດ ສູນພັດທະນາເສດຖະກິດ ຄົບວົງຈອນໜອງຈັນຕອນເໜືອ ຈຳກັດ, ທ່ານ ຊູປຣໍ ຫົວໜ້າຄະນະບໍລິຫານ ຝ່າຍພັດທະນາທຸລະກິດສູນການຄ້າວຽງຈັນເຊັນເຕີ ເເລະ ຕຶກສໍານັກງານ, ທ່ານ ອະພິຊາດ ສະຫວັດມົງຄຸນ ຜູ້ຊ່ວຍອໍານວຍການ ສູນການຄ້າວຽງຈັນເຊັນເຕີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ການຈັດກິດຈະກຳໃນຄັ້ງນີ້, ເພື່ອສົ່ງມອບຄວາມສຸກໃຫ້ກັບລູກຄ້າໃນທ້າຍປີ 2022 ຜ່ານທາງອອນລາຍ ແລະ ປະກາດລາຍຊື່ຜູ້ໂຊກດີຜ່ານຊ່ອງທາງ Facebook Vientiane Center page.
ຕະຫລອດໄລຍະ 7 ປີທີ່ຜ່ານມາ, ສູນການຄ້າວຽງຈັນເຊັນເຕີ ແລະ ບັນດາຮ້ານຄ້າຜູ້ປະກອບການໄດ້ຮ່ວມມືກັນສ້າງສັນຜົນງານ, ມຸ່ງໝັ່ນ, ເອົາໃຈໃສ່ ແລະ ບໍ່ຢຸດທີ່ຈະພັດທະນາໃນການໃຫ້ບໍລິການ ເຮັດໃຫ້ສູນການຄ້າວຽງຈັນເຊັນເຕີ ກາຍເປັນທີ່ນິຍົມຢ່າງກວ້າງຂວາງ ແລະ ສາມາດຕອບສະໜອງສິນຄ້າ ໃຫ້ແກ່ລູກຄ້າ ນັບມື້ນັບຫລາຍຂຶ້ນ.

error: Content is protected !!