ພົບແລ້ວ 68 ສົບ ເຫດເຮືອບິນຕົກຢູ່ເນປານ

ໃນວັນ​ທີ15 ​ມັງກອນທີ່ຜ່ານມາ​ນີ້, ​​ເຮືອບິນ​ ໂດຍສານ ​ສາຍ​ການບິນ​ ເຢຕິ ​ແອ​ລາຍ (Yeti Airlines) ຂອງ​ເນ​ປານ ​ເກີດ​ອຸບັດ​ເຫດ ຕົກລົງໃສ່​ພູ​ ເຊ​ຕິ (Seti) ທີ່ຢູ່​ຫ່າງ​ຈາກ ສະໜາມ​ບິນ ​ໂພຄາຣາ (Pokhara) ພຽງ 2 ກິ​ໂລ​ແມັດ ຂະນະ​ທີ່​ ພະຍາຍາມ ​ລົງ​ຈອດ ທີ່​ສະໜາມ​ບິນ ​ໃນ​ເມືອງ​ໂພຄາຣາ ​ເຮັດ​ໃຫ້​ມີ ​ຜູ້​ເສຍ​ຊີວິດ 67ຄົນ ມີຜູ້​ໂດຍສານທັງ​ໝົດ 68 ຄົນ ​ແລະ ພະນັກງານ​ ເທິງ​ເຮືອບິນ​ອີກ 4ຄົນ ຊຶ່ງ​ເປັນ​ເຮືອບິນ​ ລຸ້ນATR-72 ​ແບບ​ໃນ​ພັດ 2​ ເຄື່ອງ​ຈັກ ລຸ້ນ 9N ANC. ຈຳນວນ ​ຜູ້​ໂດຍສານ ​ດັ່ງກ່າວ ປະກອບ​ມີ ພະ​ນັກ​ງານ​ເຮືອບິນ ​ເປັນ​ຊາວ​ເນ​ປານ 4ຄົນ, ຜູ້​ໂດຍສານ ຊາວ​ເນ​ປານ 53ຄົນ, ຊາວ​ຕ່າງປະ​ເທດ 15ຄົນ ລວມມີ: ຊາວ​ອິນ​ເດຍ 5ຄົນ, ຣັດ​ເຊຍ 4, ​ສ.​ເກົາຫລີ 2ຄົນ, ອົດສະຕຣາລີ, ອຽກລັງ, ອາກຊັງ​ຕິນ ​ແລະ​ ຝຣັ່ງ ສັນຊາດ​ລະ 1ຄົນ. ປັດຈຸບັນ ​ເຈົ້າໜ້າ​ທີ່​ ກູ້​ໄພ ພວມ​ຊອກ​ຫາ ​ຜູ້​ສູນຫາຍ​ອີກ 1ຄົນ ​ແລະ ​ເກັບ​ກູ້​ ເອົາ​ຊາກ ​ເຮືອບິນ ​ໃນ​ຈຸດ​ເກີດ​ເຫດ ​ຢ່າງ​ຮີບ​ດ່ວນ ຊຶ່ງ​ເປັນ​ເຫດການ​ ຄັ້ງຮຸນ​ແຮງ​ທີ່ສຸດ ​ໃນ​ຮອບ 30ປີ

error: Content is protected !!