4 ເມືອງຂອງແຂວງ ອັດຕະປື ໄດ້ຮັບຜົນກະທົບໜັກຈາກພະຍຸໄຕ້ຝຸ່ນ ໂນຣູ

ຕາມການລາຍງານຈາກພະແນກ ແຮງງານ ແລະ ສະຫວັດີການສັງຄົມ(ຮສສ) ແຂວງອັດຕະປື ໃນນາມກອງ ເລຂາຜູ້ປະຈໍາການຄະນະກໍາມະການຄຸ້ມຄອງໄພພິ ບັດຂັ້ນແຂວງ ໄດ້ລາຍງານໃນຕອນແລງວັນທີ 29 ກັນຍາ 2022 ກ່ຽວກັບການປະເມີນຜົນກະທົບ ຈາກໄພພິບັດລົມພະຍຸ ຫົວທີ 16 ໂນຣູ ລະຫວ່າງວັນທີ 27-29 ກັນຍາ 2022 ນີ້ວ່າ: ປັດຈຸບັນ, ແຂວງ ອັດຕະປື ແມ່ນໄດ້ຮັບຜົນກະທົບຈາກພາຍຸດັ່ງກ່າວ, ເຮັດໃຫ້ເຮືອນຊານບ້ານຊ່ອງ, ໂຮງຮຽນ ໄດ້ຮັບຜົນເສຍຫາຍ, ສະພາບເສັ້ນທາງຖືກຕັດຂາດ ດິນເຊາະເຈື່ອນ, ເນື້ອທີ່ທຳການຜະລິດ-ສັດລ້ຽງເສຍຫາຍ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນພົບຄວາມຫຍຸ້ງຍາກລໍາບາກ, ໃນນັ້ນ ມີ 4 ເມືອງໄດ້ຮັບຜົນກະທົບໜັກ ຄື: ເມືອງ ສະໜາມໄຊ, ເມືອງ ພູວົງ, ສາມັກຄີໄຊ ແລະ ເມືອງ ຊານໄຊ.

ຜ່ານການສັງລວມສະພາບຜົນກະທົບ ແລະ ຄວາມເສຍຫາຍ ເບື້ອງຕົ້ນມີຄື: ເມືອງສະໜາມໄຊ: ໄດ້ຮັບຜົນກະທົບຕົວຈິງມີ 8 ຄຸ້ມ 2 ບ້ານຄື: ຄຸ້ມທ່າອວນ, ຄຸ້ມໂຄກກ່ອງ, ຄຸ້ມດອນມ່ວງ, ຄຸ້ມດອນບົກ ບ້ານຫີນລາດ, ຄຸ້ມດົງບາກໃໝ່ຫີນຄຳ, ບ້ານໜອງແຂ້, ຄຸ້ມທ່າແສງຈັນ, ຄຸ້ມສະໝອງ, ມີເນື້ອທີ່ນາຖືກກະທົບ 714 ເຮັກຕາ, ສັດລ້ຽງ: ປະເພດໄກ່ 700 ໂຕ, ງົວ 28 ໂຕ, ຄວາຍ 5 ໂຕ, ໝູ 20 ໂຕ, ແບ້ 4 ໂຕ; ເມືອງພູວົງ ໄດ້ຮັບຜົນກະທົບຕົວຈິງ 15 ບ້ານ, 4,300 ຄອບຄົວ, ເນື້ອທີ່ນາຖືກກະທົບ 1,200 ເຮັກຕາ ເນື້ອທີ່ສວນ 100 ເຮັກຕາ, ສັດລ້ຽງປະເພດສັດປີກ 24 ໂຕ, ໜອງປາ 15 ໜອງ, ເສັ້ນທາງຄົມມະນາຄົມເປ້ເພ 4 ເສັ້ນ, ທາງຫລວງ 1 ເສັ້ນ ແລະ ທາງຊອຍ 3 ເສັ້ນ; ເມືອງສາມັກຄີໄຊ ໄດ້ຮັບຜົນກະທົບຕົວຈິງມີ 13 ບ້ານ, 831 ຄອບຄົວ ແລະ ມີຜົນເສຍຫາຍທາງດ້ານກະສິກໍາການຄົມມະນາຄົມ ແລະ ທາງດ້ານອື່ນໆ ໃນນັ້ນ, ມີເນື້ອທີ່ຖືກຜົນກະທົບທັງໝົດ 687,8 ເຮັກຕາ, ເນື້ອທີ່ເຂົ້ານາປີ 242,8 ເຮັກຕາ, ເນື້ອທີ່ພືດສະບຽງອາຫານ 19,9 ເຮັກຕາ, ເນື້ອທີ່ພືດເປັນສິນຄ້າ 96 ເຮັກຕາ, ໜອງປາເສຍຫາຍ 96 ໜອງ, ປາທີ່ເສຍຫາຍ 1,202,800 ໂຕ, ແບ້ 8 ໂຕ, ໝູ 3 ໂຕ, ສັດປີກ 703 ໂຕ, ຈັກສູບນໍ້າຄອງເໝືອງຊົນ ລະປະທານນາພອກ 1 ເຄື່ອງ, ເສັ້ນທາງຄົມມະນາຄົມ 10 ເສັ້ນ, ໄລຍະທາງ 34,8 ກິໂລແມັດ ແລະ ໂຮງຮຽນ 1 ແຫ່ງ, ຄາດຄະເນມູນຄ່າເສຍຫາຍທັງໝົດເກືອບ 13 ຕື້ກີບ; ເມືອງຊານໄຊ ໄດ້ຮັບຜົນກະທົບຕົວຈິງມີ 24 ບ້ານ, 1,680 ຄອບຄົວ, ມີ 840 ຫລັງຄາເຮືອນ, ເນື້ອທີ່ນາຖືກກະທົບ 1.920 ເຮັກຕາ, ເນື້ອທີ່ສວນ 79 ເຮັກຕາ, ສັດປີກ 5,463 ໂຕ, ງົວ 52 ໂຕ, ຄວາຍ 24 ໂຕ, ໂຮງຮຽນ 7 ແຫ່ງ, ນໍ້າລິນ 5 ແຫ່ງ, ວິດຖ່າຍ 52 ບໍ່, ເສັ້ນທາງຄົມມະນາຄົມເປ່ເພ 9 ເສັ້ນ, ທາງຫລວງ 1 ເສັ້ນ, ທາງຊອຍ 8 ເສັ້ນ, ລວມມູນຄ່າເສຍຫາຍ 2,8 ຕື້ກວ່າກີບ.

ສຳລັບການຊ່ວຍເຫລືອເບື້ອງຕົ້ນ, ທາງແຂວງໄດ້ນຳເຄື່ອງຊ່ວຍເຫລືອບັນເທົ່າທຸກ ມີ: ເຂົ້າສານ 5.000 ກິໂລ (5 ໂຕນ), ນໍ້າດື່ມ 1,000 ແພັກ, ປ໋ອງປາ 100 ແກັດ, ໝີ່ໄວໆ 100 ແກັດໃຫຍ່, ສັງກະສີ 120 ແຜ່ນ, ຜ້າຫົ່ມ 120 ຜືນ ແລະ ເຄື່ອງໃຊ້ສອຍໃນຊີວິດປະຈໍາວັນອີກຈໍານວນໜຶ່ງ ລວມມູນຄ່າການຊ່ວຍເຫລືອທັງໝົດ 800 ລ້ານກວ່າກີບ. ພ້ອມນີ້, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ຈັດກຳລັງ ປກຊ ລົງປະຈຳພາກສະໝາມປະສານສົມທົບກັບ ເມືອງທີ່ໄດ້ຮັບຜົນກະທົບ ນໍາໃຊເຮືອ ແລະ ກຳ ລັງ ປກຊ ເພື່ອຍົກຍ້າຍຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ແລະ ໄດ້ຊ່ວຍເຫລືອນັກຮຽນ-ຄູອາຈານ ທີ່ຕິດຢູ່ໂຮງຮຽນ ມຕ ຈະເລີນໄຊ, ປັດຈຸບັນໄດ້ຮັບການຊ່ວຍເຫລືອ ແລະ ປອດໄພດີ.

ຂໍ້ມູນຂ່າວ: ຊິບປະໄຊ

What is most likely to happen to the activity of the enzyme if the pH increases to 8. It is privately published by Wajon Publishing Company, written by Eddie Wajon, and comes in three volumes — 1. Both use the same split staircase, proportions, scale and mezzanine hallways however, the color scheme, details and decorations were different for each film. In accordance with the agreement, the Nationals announced midway through the season that a likeness of Calvin Coolidge "Cal" for short, the 30th President of the United States, would become the sixth Racing President, as well as the first one to join the race while an MLB season was in progress. The Huastecs and Otomis occupied the north, while the Totonacs resided in the north-center. When on 30 September Germany annexed the Czech Sudetenland as well and occupied the rest of the Czech territory on 15 March the Czech-Moravian protectorate, the Czech Jews also became increasingly socially isolated and forced to emigrate. It is a character by definition, and called a character for that exact reason. The bathroom was very cramped and quite difficult to use the toilet. However, no football club submitted any tender to use the logo for —15 season. For their family, Kiki and Sandu are sister and brother who sometimes fight. You might be wondering how we determined which questions are the hardest. Additionally, our work has been showcased in publications such as Exquisite Weddings, People Magazine, E! There is something so specific about that as a part of my adolescence. In October the unit transferred to Stendal, near Berlin. A year later, chancetherapper has three Grammys, a festival, a non-profit, and the No. I didn't realize how many there were until I started to write about them! Appearance of a new feature added to the syndrome is also common. Locking system is convenient and allows for easy late self-checkin. Let's talk about that ending, specifically with respect to Nolan and his newfound purpose.
error: Content is protected !!