ນະຄອນປາກເຊ ຈະຈັດ ບຸນອອກພັນສາ ກະຕຸ້ນເສດຖະກິດ ແລະ ສົ່ງເສີມການທ່ອງທ່ຽວ

ແຫລ່ງຂ່າວຈາກ ແຂວງ​ ຈໍາປາສັກ ໃຫ້ຮູ້ວ່າ: ນະຄອນປາກເຊ,​ ແຂວງ​ ຈໍາປາສັກ ກຽມພ້ອມຈັດບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈຳປີ ພສ 2565 ຄສ 2022 ເຕັມຮູບແບບດັ່ງທີ່ເຄີຍປະຕິບັດມາປົກກະຕິ ກ່ອນການເກີດການລະ ບາດຂອງພະຍາດ ໂຄວິດ-19, ທັງນີ້ ກໍເພື່ອເປັນການອະນຸລັກຮັກສາ ແລະ ສືບທອດຮີດຄອງປະເພນີ, ທັງເປັນການກະຕຸ້ນເສດຖະກິດ, ສົ່ງເສີມການທ່ອງທ່ຽວ, ການຄ້າ ແລະ ການບໍລິການ ພາຍໃນແຂວງ.
ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບການຈັດງານດັ່ງກ່າວວ່າ: ບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ຢູ່ນະຄອນປາກເຊ ປີນີ້ ແມ່ນຈະຈັດເຕັມຮູບແບບ ແຕ່ວັນທີ 5-11 ຕຸລາ 2022 ໂດຍຈະມີຫລາຍກິດຈະກຳ ເພື່ອສືບທອດປະເພນີ, ກະຕຸ້ນເສດຖະກິດ, ສົ່ງເສີມ-ດຶງດູດການທ່ອງ ທ່ຽວ, ການສົ່ງເສີມດ້ານການຄ້າ, ການບໍລິການ ເປັນຕົ້ນ ພິທີໃສ່ບາດ, ຖະຫວາຍສັງຄະທານ ເນື່ອງໃນວັນປະວໍລະນາອອກພັນສາ; ຂະບວນແຫ່ເຊື້ອໄຟ, ແຫ່ຜາສາດເຜີ້ງ ທຽນໄຊ ຈາກວັດຕ່າງໆ ແລະ ບັນດາບ້ານ 42 ບ້ານ ພາຍໃນນະຄອນປາກເຊ, ລວມທັງກ້ອນ ກໍາລັງຂອງຖາບັນການສຶກສາ ແລະ ໂຮງຮຽນ, ຂະບວນແຫ່ຂອງກຸ່ມ ທະນາຄານ, ບໍລິສັດ 19 ຂະບວນ, ຂະບວນພະສົງ ແລະ ເຖົ້າແກ່ແນວໂຮມ; ການແຂ່ງຂັນເຮືອຊ່ວງ ປະເພດ 55 ສີພາຍ, 33 ສີພາຍ ແລະ 24 ສີພາຍ (ຊາຍ-ຍິງ) ແລະ 12 ສີພາຍ(ເຮືອກິລາ), ປະຈຸບັນມີ ຄະນະເຮືອຊ່ວງຈາກບ້ານຕ່າງໆອ້ອມຂ້າງແຂວງ ສະເໜີເຂົ້າຮ່ວມແລ້ວ 36 ລຳ (ປະເພດ 55 ສີພາຍຊາຍ 3 ລໍາ, 33 ສີພາຍ ຊາຍ 14 ລໍາ, ຍິງ 3 ລໍາ, 24 ສີ ພາຍຊາຍ 6 ລໍາ ແລະ 12 ສີພາຍ 9 ລໍາ); ນອກນັ້ນ, ຍັງເຊື້ອເຊີນຄະນະເຮືອຊ່ວງຈາກແຂວງອ້ອມຂ້າງ (ແຂວງສາລະວັນ ແລະ ແຂວງເຊກອງ) ແລະ ເຮືອ ຊ່ວງມິດຕະພາບ ຈາກຈັງຫວັດບົນຣາຊະທານີ (ຣາຊະອານາຈັກໄທ ແລະ ຈາກແຂວງພຣະວີເຮຍ, ແຂວງຊຽງແຕງ (ຣາຊະອານາຈັກກຳປູເຈຍ ຕື່ມອີກ (ຍັງລໍການຕອບຮັບຢູ່).
ພ້ອມນີ້, ຍັງມີຕະຫລາດນັດ ວາງສະແດງ ແລະ ຈຳໜ່າຍສິນຄ້າ ຈາກ 4 ປະເທດ (ກຳປູເຈຍ, ລາວ, ໄທ, ວຽດນາມ); ການແຂ່ງຂັນຕີກອງເສງ, ແຂ່ງຂັນກິລາປະເພດຕ່າງໆລວມທັງແຂ່ງຂັນກິລາກັອຟ ຊີງຂັນ ທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ແລະ ກິດຈະກຳອື່ນໆ.
ຂ່າວ: ເກດສະໜາ

error: Content is protected !!