ສົກຮຽນໃໝ່ 2023-2024 ສືບຕໍ່ກ້າວສູ່​ຄຸ​ນ​ນະ​ພາບ​ໃໝ່

ສົກຮຽນໃໝ່ ປີ 2023-2024 ໄດ້ໄຂຂຶ້ນໃນມື້ນີ້ ດ້ວຍ​ບັນ​ຍາ​ກາດ​ອັນ​ຟົດ​ຟື້ນມ່ວນ​ຊື່​ນໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ເມື່ອເວົ້າເຖິງການພັດທະນາປະເທດຊາດ, ຍາມໃດພັກ-ລັດຖະບານ ເຮົາກໍ່​​ໄດ້​ຖື​ເອົາ​ການ​ພັດທະນາ​ ຊັບພະຍາກອນ​ມະນຸດ ​ເປັນວຽກງານສໍາຄັນ, ໄດ້ ເອົາໃຈໃສ່ເປັນພິເສດ ຕໍ່ການສ້າງເງື່ອນໄຂ ແລະ ໂອກາດທີ່ເທົ່າທຽມກັນ ໃຫ້ແກ່ທຸກຄົນໄດ້ເຂົ້າເຖິງການສຶກສາ, ປັບປຸງ ແລະ ຍົກຄຸນນະພາບ ຂອງການຮຽນການສອນ ແລະ ພັດທະນາຊັບພະຍາກອນມະນຸດຂອງຊາດ ໃຫ້ມີຄວາມຮູ້ຄວາມສາມາດ ຕອບສະໜອງ ໄດ້ ກັບຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາ ແນໃສ່ນໍາເອົາປະເທດຊາດ ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາຕາມທິດ​ສັງຄົມ​ນິຍົມ.

ໃນ​​ສົກຮຽນ 2022-2023 ຜ່ານ​ມາ, ເຖິງວ່າຈະມີຂໍ້ຫຍຸ້ງຍາກຫລາຍດ້ານກະທົບໃສ່ ແຕ່ຍ້ອນແນວທາງ ນະໂຍບາຍອັນຖືກຕ້ອງຂອງພັກ, ​​ດ້ວຍ​ຄວາມ​ສາມັກ ຄີ​ ທີ່​ເປັນ​ປຶກ​ແຜ່ນ​ແໜ້ນໜາ, ດ້ວຍ​ມູນ​ເຊື້ອ​ດຸໝັ່ນ, ພາກພຽນ ແລະ ​ມານະ​ອົດທົນ ແລະ ດ້ວຍ​ຄວາມ​ຮັບຜິດຊອບ ​ທີ່​ເປັນ​ເຈົ້າ​ການ​ຕໍ່ໜ້າທີ່ການເມືອງຂອງຕົນ; ​ພະນັກງານ, ຄູ-ອາຈານ, ທະຫານ, ຕຳຫລວດ, ປະຊາຊົນ​ລາວ​ບັນດາ​ເຜົ່າ ​ແລະ ນັກຮຽນ-ນັກ​ສຶກສາ ​ໄດ້ພ້ອມກັນປະກອບສ່ວນຢ່າງໃຫຍ່ຫລວງ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດ ຊາດ.  ການພັດທະນາດ້ານການສຶກສາ ໃນ​ໜຶ່ງປີຜ່ານ​ມາ ​ໄດ້​ມີຜົນສຳ​ເລັດຫລາຍດ້ານ, ອັນ​ສຳ​ຄັນ​ແມ່ນໄດ້ມີ​ຜົນສຳ​ເລັດ​ຫລາຍດ້ານ ໃນ​ການ​ປະຕິ​ຮູບ​ລະບົບ​ການ​ສຶກສາ, ສາມາດຍົກຄຸນນະພາບ​ ຂອງ​ວຽກງານ​ກິລາ-ກາ​ຍະ​ກຳ​, ປັບປຸງຫລັກສູດການຮຽນ-ການສອນ, ສ້າງໃຫ້ຄູສອນເກັ່ງ, ຫລໍ່ຫລອມໄດ້ນັກຮຽນ-ນັກ​ສຶກສາ ​ທີ່ມີ​ຄຸນສົມບັດ, ທັງຮຽນດີ-ຮຽນ​ເກັ່ງ, ພັດທະນາໄດ້​ໂຮງຮຽນຕົວ​ແບບ, ​ໂຮງຮຽນສີຂຽວ, ​ໂຮງຮຽນປອດ​ສິ່ງ​ເສບ​ຕິດ ​ແລະ ອື່ນໆ. ​ເດັກ​ຢູ່​ເກນ​ອາຍຸ​ເຂົ້າຮຽນ ​ໄດ້​ເຂົ້າ​ເຖິງ​ການ​ສຶກສາ ​ແລະ ກິລາ ຫລາຍຂຶ້ນ; ນັກ ຮຽນ-ນັກ​ສຶກສາ ​ໄດ້​ມີ​ຄວາມ​ຕັ້ງ​ໃຈ​ ຕໍ່​ການ​ຮຽນດ້ວຍ​ຕົນ​ເອງ ​ແລະ ມີ​ຜົນ​ການ​ຮຽນດີ​ຂຶ້ນ. ​ໂດຍພື້ນຖານ​ແລ້ວ​, ​ວຽກງານສຶກສາທິການ ແລະ ກິລາ ປີຜ່ານມາ ໄດ້​ສືບຕໍ່ຂະຫຍາຍຕົວ​ທາງ​ດ້ານ​ປະລິມານ ​ແລະ ດ້ານ​ຄຸນ​ນະພາ​ບ, ບັນລຸຕາມ​ມາດຕະຖານ, ຮັບ​ປະກັນ​ຄຸນ​ນະ ພາ​ບການ​ສຶກສາ​ແຫ່ງ​ຊາດ ​ແລະ ໃນບາງ​ດ້ານ ແມ່ນ​ສາມາດຍົກລະດັບ​ມາດຕະຖານ​ ການ​ສຶກສາຂອງພວກເຮົາ​ ໃຫ້ຫຍັບໃກ້ເຂົ້າ ແລະ ເທົ່າທຽມກັບມາດຕະຖານ ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ສາກົນ. ແຕ່ເຖິງຢ່າງໃດ ພວກເຮົາກໍຍັງຜະເຊີນກັບອຸປະສັກ ແລະ ສິ່ງທ້າທາຍທົດສອບຫລາຍປະການ ເປັນຕົ້ນແມ່ນ ການ​ຂະຫຍາຍ​ຕາໜ່າງການ​ສຶກສາ, ​ໂດຍ​ສະ​ເພາະ ການ​ສຶກສາກ່ອນ​ໄວ​ຮຽນໄປ​ສູ່​ເຂດ​ຊົນນະບົດ ​ແລະ ​ເຂດ​ຫ່າງ​ໄກ​ສອກຫລີກ, ການ​ບັນລຸ​ເປົ້າໝາຍ ການ​ສຶກສາ​ເພື່ອ​ທຸກ​ຄົນ ກໍຄື ​ເປົ້າໝາຍສະຫັດ​ສະວັດ​ດ້ານ​ການ​ພັດ ທະນາ​ ຍັງມີ​ບາງ​ຕົວ​ຊີ້​ບອກກໍຍັງ​ເປັນ​ສິ່ງ​ທ້າ​ທາຍ; ຄວາມ​ສະ​ເໝີພາບ ລະຫວ່າງ ຍິງ-ຊາຍ; ​ການ​​ເຂົ້າ​ເຖິງ​ການ​ສຶກສາ ​ທີ່ຍັງ​ແຕກ​ໂຕນ​ກັນ​ ລະຫວ່າງ ຕົວ​ເມືອງ, ຊົນນະບົດ ​ແລະ ​ເຂດ​ຫ່າງ​ໄກ​ສອກຫລີກ, ​ໂດຍ​ສະ​ເພາະ ​ໃນ​ສາຍ​ອາຊີວະ​ສຶກສາ ​ແລະ ການ​ສຶກສາ​ຊັ້ນ​ສູງ; ຄ່າ​ນິຍົມ​ຂ​ອງຜູ້​ປົກຄອງ ​ແລະ ຜູ້​ຮຽນ ທີ່ຕ້ອງການການສຶກສາ​ຂັ້ນ​ປະລິນຍາ​ຕີ​ຂຶ້ນ​ໄປ ແລະ ຍັງບໍ່ທັນເຫັນຄວາມສໍາຄັນ ຂອງການສຶກສາຂັ້ນ ອາຊີວະສຶກສາເທົ່າທີ່ຄວນ; ການ​ສ້າງ​ສີມື​ແຮງ​ງານ ກໍ່ຍັງ​ບໍ່ທັນ​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ ຂອງຕະຫລາດ​ແຮງ​ງານ ແລະ ອື່ນໆ ເຊິ່ງບັນຫາເຫລົ່ານີ້, ພວກເຮົາຈະຕ້ອງໄດ້ສືບຕໍ່ສຸມໃສ່ແກ້ໄຂໃຫ້ຕົກໄປໃຫ້ໄດ້.

​ຢ່າງໃດກໍ່ຕາມ, ເພື່ອບັນ​ລຸ​ເປົ້າ​ໝາຍ​ການພັດທະນາໄປຕາມວິໄສທັດຂອງຂະແໜງການການສຶກສາ ທີ່ໄດ້ກຳນົດໄວ້​ຄື: ” ຮອດປີ 2030 ພົນລະເມືອງລາວທຸກຄົນ ໄດ້ຮັບການສຶກສາທີ່ມີຄຸນນະພາບ ຢ່າງສະເໝີພາບ ແລະ ເທົ່າທຽມກັນ ເພື່ອໃຫ້ເຂົາເຈົ້າ ໄດ້ ພັດທະນາຕົນເອງ ກາຍເປັນພົນລະເມືອງດີຂອງຊາດ, ມີຄຸນສົມບັດ, ມີສຸຂະພາບເຂັ້ມແຂງ, ມີຄວາມຮູ້ຄວາມສາມາດສູງ, ມີຄວາມເປັນມືອາຊີບ ເພື່ອພັດທະນາປະເທດຊາດ ໃຫ້ສີວິໄລຍືນຍົງ, ສາມາດເຊື່ອມໂຍງ, ແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້” ນັ້ນ, ຜູ້ບໍລິ ຫານການສຶກສາ ແລະ ຄູ-ອາຈານ ຈະຕ້ອງສູ້ຊົນສືບ​ຕໍ່ ເພີ່ມທະວີຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ດ້ວຍຄວາມບໍລິສຸດ, ຊື່ສັດ ແລະ ນໍ້າໃຈເສຍສະຫລະສູງ ໃນການບໍາລຸງສ້າງນັກຮຽນ-ນັກສຶກສາ ທີ່ເປັນກຳລັງແຮງຂອງຊາດ ທັງໃນປັດຈຸ ບັນ ແລະ ອະນາຄົດ; ສະຖານ​ການ​ສຶກສາ ​​ເປັນ​ເຈົ້າ​ການໃນການປະຕິບັດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ກັບການສຶກສາ ເພື່ອບໍ່ເປີດໂອກາດໃຫ້ມີການເຄື່ອນໄຫວ ແລະ ສິ່ງລໍ້ລວງ, ຊັກຈູງ ນັກຮຽນ-ນັກສຶກສາ ໄປໃນທາງທີ່ເສື່ອມເສຍ ແລະ ເປັນໄພຕໍ່ການ ສຶກສາ; ນັກຮຽນ-ນັກສຶກສາ ຕ້ອງເອົາໃຈໃສ່ ແລະ ຕັ້ງໃຈຮໍ່າຮຽນ, ຖືເອົາການຮໍ່າຮຽນ ເປັນການກໍ່ສ້າງອະນາຄົດຂອງຕົນ ກໍຄື ອະນາຄົດຂອງຊາດ; ກໍາລັງແຮງຂອງທົ່ວສັງຄົມ ປະກອບສ່ວນໃນວຽກງານການສຶກສາ ແລະ ກິລາ ຢ່າງຕັ້ງໜ້າ ຖືການພັດທະນາວຽກງານ ດັ່ງກ່າງ ເປັນຂອງທົ່ວປວງຊົນ ເພື່ອສ້າງຊັບພະຍາ ກອນມະນຸດທີ່ນັບມື້ມີຄຸນນະພາບ, ສາມາດມາດຕອບສະໜອງ ໄດ້ຄວາມຮຽກຮ້ອງຕ້ອງການຂອງການພັດທະນາໃນອະນາຄົດ.

ເພື່ອເຮັດໃຫ້ສົກຮຽນໃໝ່ ປີ 2023-2024 ດຳເນີນ​ໄປ​ດ້ວຍບັນຍາກາດທີ່ດີ ແລະ ບັນ​ລຸ​ໄດ້​ຜົນ​ສຳລັດ​ ຕາມ​ແຜນ​ການ​ທີ່​ວາງ​ໄວ້; ຄະນະພັກຄະນະນໍາ, ຜູ້ບໍລິຫານການສຶກສາ, ຄະນະພັດທະນາການສຶກສາທຸກຂັ້ນ ແລະ ທຸກພາກສ່ວນໃນສັງຄົມ ສືບ​ຕໍ່ເປັນ ເຈົ້າການ ປະ​ກອບ​ສ່ວນ​ຢ່າງ​ຕັ້​ງ​ໜ້າ​ໃນ​ການ​ພັດ​ທະ​ນາ​ການ​ສຶກ​ສາ​, ອຳນວຍຄວາມສະດວກຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງຂະແໜງການ ແລະ ທ້ອງຖິ່ນດ້ານ​ຕ່າງໆ ເພື່ອຮັບໃຊ້ໃຫ້ແກ່ການສອນ-ການຮຽນ ຕະຫລອດສົກຮຽນໃໝ່ ໃຫ້ໄດ້ຮັບຜົນດີມີ​ຄຸນ​ນະ​ພາບ​ສູງ​ຂຶ້ນໄປເລື້ອຍໆ.

error: Content is protected !!