ຊ່ວງປີໃໝ່ລາວ ນີ້ ແຂວງ ສະຫວັນນະເຂດ ເກີດອຸຕິບັດເຫດ ມີ 22 ຄັ້ງ, ມີທັງຜູ້ບາດເຈັບ ແລະ ເສຍຊີວິດ

ຕາມການລາຍງານຂອງ ທ່ານ ພັທ ນີວັນ ຈູມມະນີວົງ ຫົວ ໜ້າພະແນກຕຳຫຼວດຈະລາຈອນ ແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ໃນ ລະຫວ່າງວັນທີ 11-17 ເມສາ 2022, ໃນທົ່ວແຂວງ ສະຫວັນນະເຂດ ມີອຸບັດເຫດເກີດຂຶ້ນທັງໝົດ 22 ຄັ້ງ, ມີຜູ້ໄດ້ຮັບບາດຈັບ 35 ຄົນ, ໃນນັ້ນ: ບາດເຈັບເລັກນ້ອຍ 12 ຄົນ, ບາດເຈັບສົມຄວນ 19 ຄົນ ແລະບາດເຈັບສາຫົດ 4 ຄົນ, ເສຍຊີວິດ 3 ຄົນ. ອຸບັດເຫດສ່ວນໃຫຍ່ແມ່ນເກີດຈາກລົດຈັກ, ສາເຫດຂອງການເກີດອຸຕິບັດເຫດ ແມ່ນແລ່ນລົດໄວ, ດື່ມສິ່ງມຶນເມົາ, ອຸບັດເຫດເກີດຂຶ້ນຢູ່ນະຄອນ ໄກສອນ ພົມວິຫານ ຈຳນວນ 9 ຄັ້ງ, ເສຍຊີວິດ 1 ຄົນ (ຕຳດອນ ກາງທາງ), ເມືອງ ສອງຄອນ 4 ຄັ້ງ, ມີຜູ້ເສຍຊີວິດ 1 ຄົນ (ລົ້ມ ເອງ), ເມືອງທ່າປາງທອງ 1 ຄັ້ງ, ເມືອງ ໄຊພູທອງ 1 ຄັ້ງ, ເມືອງ ພະລານໄຊ 1 ຄັ້ງ, ເສຍ ຊີວິດ 1 ຄົນ (ລົ້ມເອງ), ເມືອງ ພີນ 1 ຄັ້ງ, ເມືອງເຊໂປນ 2 ຄັ້ງ ແລະ ເມືອງ ວິລະບູລີ 2 ຄັ້ງ.

ທ່ານ ພັທ ນີວັນ ຈູມມະນີວົງ ຍັງແຈ້ງໃຫ້ຮູ້ຕື່ມວ່າ: ສຳລັບ 3 ວັນຂອງມື້ປີໃໝ່ (14-16 ເມສາ 2022) ໄດ້ມີອຸບັດເຫດເກີດຂຶ້ນ ທັງໝົດ 13 ຄັ້ງ, ມີຜູ້ໄດ້ຮັບບາດ ເຈັບເລັກນ້ອຍ 8 ຄົນ, ບາດເຈັບສົມ ຄວນ 12 ຄົນ, ບາດເຈັບສາຫັດ 1 ຄົນ ແລະເສຍຊີວິດ 2 ຄົນ. ໃນ ນັ້ນອຸບັດເຫດເກີດຂຶ້ນຢູ່ນະຄອນ ໄກສອນ ພົມວິຫານ 4 ຄັ້ງ, ເມືອງ ສອງຄອນ 3 ຄັ້ງ, ເສຍຊີວິດ 1 ຄົນ, ເມືອງ ພະລານໄຊ 1 ຄັ້ງ, ເສຍ ຊີວິດ 1 ຄົນ, ເມືອງ ພີນ 1 ຄັ້ງ, ເມືອງ ເຊໂປນ 1 ຄັ້ງ, ເມືອງ ວິລະບູລີ 2 ຄັ້ງ ແລະ ເມືອງ ນອງ 1 ຄັ້ງ.

ສົມທຽບປີຜ່ານມາ ເຫັນວ່າ ໃນປີນີ້ອຸປະຕິເຫດຫຼຸດລົງ, ເຊິ່ງ ໃນ 3 ວັນຂອງປີໃໝ່ 2021 (14-16 ເມສາ 2021) ໄດ້ມີອຸປະຕິ ເຫດເກີດຂຶ້ນຕາມທ້ອງຖະໜົນ ຫຼວງທັງໝົດ 24 ຄັ້ງ, ມີຜູ້ໄດ້ຮັບ ບາດເຈັບເລັກນ້ອຍ 26 ຄົນ, ໄດ້ ຮັບບາດເຈັບສົມຄວນ 12 ຄົນ, ໄດ້ຮັບບາດເຈັບສາຫັດ 5 ຄົນ, ແລະມີຜູ້ເສຍຊີວິດ 3 ຄົນ.

ແຫຼ່ງຂໍ້ມູນ: ສະຫວັນພັດທະນາ ຂ່າວ / Savanhphathana News

error: Content is protected !!