ບຣູໄນ ມີຄວາມສ່ຽງຕ່ຳສຸດ ຕໍ່ໄພພິບັດໃນ ອາຊຽນ

ສຳນັກຂ່າວ ຊິນຮວາ ຂອງ ສປ ຈີນ, ໂດຍອ້າງອີງຕາມ ໜັງສືພີມ ໂບຣນິໂອ ບູລເລຕິນ (Borneo Bulletin) ລາຍງານ ເມື່ອບໍ່ດົນມານີ້ວ່າ : ບຣູໄນ ຈັດເປັນປະເທດ ທີ່ມີ ຄວາມສ່ຽງຕ່ຳທີ່ສຸດ ຕໍ່ໄພພິບັດ ຈັດເປັນອັນດັບ 2 ຂອງ ອາຊຽນ ໃນບົດລາຍງານ ດ້ານດັດສະນີ ຄວາມສ່ຽງໂລກ (World Risk Index) ປະຈຳ ປີ 2022. ບົດລາຍງານ ດັ່ງກ່າວ ຄວບຄຸມຄວາມສ່ຽງ ຈາກແຜ່ນດິນໄຫວ, ພາຍຸເຮີຣີເຄນ/ໄຕ້ຝຸ່ນ, ນໍ້າຖ້ວມ (ທັງ ບໍລິເວນແຄມຝັ່ງ ແລະ ແມ່ນໍ້າ), ໄພແຫ້ງແລ້ງ, ການເພີ່ມຂຶ້ນ ລະດັບນໍ້າທະເລ, ສືນາມິ ແລະ ຄວາມຂັດແຍ່ງ. ໂດຍ ບຣູໄນ ຈັດໃຫ້ຢູ່ໃນອັນດັບທີ 165 ຈາກທັງໝົດ 193 ປະເທດ ແລະ ພາກພື້ນ ດ້ວຍຄະແນນ 1.34 ຈາກ 100 ຄະແນນ.

error: Content is protected !!