ລູກໃພ້ໃຈໂຫດ! ວາງແຜນຄາດຕະກຳແມ່ຍ່າ ກ່ອນຖືກເຈົ້າໜ້າທີ່ນຳຕົວມາທົດສະກຳຄືນເຫດການ

ເຈົ້າໜ້າທີ່ ປກສ ເມືອງ ທ່າແຂກ, ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ນາງ ນ້ອຍ ອາຍຸ 26 ປີ, ກຳມະກອນ, ຢູ່ບ້ານ ຊົງ ເມືອງ ນາກາຍ, ແຂວງ ຄຳມ່ວນ ໄດ້ວາງແຜນຄາດຕະກຳ ນາງ ສັງວານ ຄຳສະຫວ່າງ ຫຼື (ນາງ ວັນ ) ອາຍຸ 50 ປີ ອາຊີບປະຊາຊົນ ຢູ່ບ້ານ ປາກດົງ, ເມືອງ ທ່າແຂກ, ແຂວງ ຄຳມ່ວນ ເຄາະດີທີ່ບໍ່ມີຜູ້ເສຍຊີວິດ ແຕ່ມີຜູ້ໄດ້ຮັບບາດເຈັບ 2 ຄົນ.

ເຈົ້າໜ້າທີ່ ກອງຄະດີວິຊາສະເພາະຂອງ ປກສ ເມືອງ ທ່າແຂກ ໃຫ້ຮູ້ວ່າ: ຜ່ານການສອບສວນ ນາງ ນ້ອຍ ໄດ້ຮັບສາລະພາບຕໍ່ເຈົ້າໜ້າທີວ່າ, ໃນເວລາ 18 ໂມງ ຂອງ ວັນ 10 ກຸມພາ 2022 ນາງນ້ອຍ ໄດ້ໄປເຮືອນ ນາງ ຈ່ອຍ ອາຊີບຄ້າຂາຍ ຢູ່ບ້ານ ທ່າແຂກກາງ, ເມືອງ ທ່າແຂກ ແຂວງ ຄຳມ່ວນ. ຈາກນັ້ນ ໄດ້ໂທລະສັບຫານາງ ສັງວານ ຫຼື ນາງວັນ ແມ່ຂອງ ທ້າວ ແປບຊີ້ (ຜົວ) ແລ້ວຖາມວ່າ : ທ້າວ ແປບຊີ້ ໄປໃສແທ້. ນາງ ສັງວານ ແມ່ນໄດ້ຕອບ ນາງ ນ້ອຍ ວ່າ : ບໍ່ຮູ້, ບໍ່ຈັກ; ນາງ ນ້ອຍ ຈຶ່ງໄດ້ເວົ້າກັບ ນາງ ສັງວານ ຕໍ່ອີກວ່າ: ຖ້າຈະໄປແທ້ຄືບໍ່ເວົ້າກັນກ່ອນ, ຄືບໍ່ເມື່ອຫາພໍ່ແມ່ເຮົາກ່ອນ ບາດຮອດຍາມກິນດອງເຂົາຖາມຊິເຮັດແນວໃດ ພວກເຈົ້າຄືມາເວົ້າສະບາຍແທ້ຢ້ານເສຍເງິນເບາະແລ້ວ ນາງ ນ້ອຍ ກໍໄດ້ວາງໂທລະສັບ. ພາຍຫຼັງວາງ ໂທລະສັບແລ້ວນາງ ນ້ອຍ ຈຶ່ງມີແນວຄິດຢາກຮ້າຍ ໃສ່ຜູ້ເປັນແມ່ຍ່າແຮງ ແລ້ວຄິດວ່າ ນາງ ສັງວານ ບອກໃຫ້ ທ້າວ ແປບຊີ້ໜີຈາກຜູ້ກ່ຽວ ຈຶ່ງໄດ້ຈັບເອົາມິດສີຂາວ, ດ້າມຈັບສີດໍາ, ຍາວປະມານ 30 X 13 ຊັງຕີແມັດທີ່ຢູ່ລີ້ນຊັກຕູ້ຂອງ ນາງ ຈ່ອຍ ເໜັບເຊື່ອງໃສ່ແອ່ວພ້ອມກັບເສື້ອຍືດແຂນສັ້ນສີດຳຂອງຜູ້ກ່ຽວແລ້ວຍ່າງໄປຕາມທາງມຸ້ງໜ້າໄປເຮືອນຂອງນາງ ສັງວານ ຢູ່ບ້ານ ປາກດົງ, ເມືອງ ທ່າແຂກ, ແຂວງ ຄຳມ່ວນ ຈຸດປະສົງເພື່ອຈະໄປຄາດຕະກຳ ນາງ ສັງວານ ໃຫ້ຕາຍ. ຮອດເວລາ 23 ໂມງ ຂອງວັນດຽວກັນ ນາງ ນ້ອຍ ແມ່ນໄດ້ຍ່າງໄປຮອດເຮືອນຂອງ ນາງ ສັງວານ ພໍຮອດແລ້ວ ຜູ້ກ່ຽວຈຶ່ງໄປລີ້ຢູ່ແຈເຮືອນ ໄດ້ປະມານ 10 ນາທີ ຜູ້ກ່ຽວຈຶ່ງໄດ້ເອົາເສື້ອທີ່ຜູ້ກ່ຽວຖືມາໝັດໃສ່ຫົວ ແລະ ປິດບັງໃບໜ້າ ແລ້ວໃຊ້ມິດທີ່ກຽມມານັ້ນງັດປະຕູເຮືອນທາງເບື້ອງໃຕ້ແລ້ວຍ່າງໄປມອດໄຟຟ້າຢູ່ໃນຫ້ອງນ້ຳນອກເຮືອນ. ຈາກນັ້ນ ຜູ້ກ່ຽວໄດ້ເຂົ້າໄປລີ້ຢູ່ໃນເຮືອນໄດ້ປະມານ 30 ນາທີ, ທ້າວ ດາວອນ ຜູ້ເປັນຜົວຂອງນາງ ສັງວານ ແມ່ນໄດລຸກມາ ເຂົ້າຫ້ອງນ້ຳ ຈຶ່ງເຫັນປະຕູເຮືອນຖືກງັດຈຶ່ງໄດ້ປຸກ ນາງ ສັງວານ ລຸກຂຶ້ນມາເບິ່ງແລ້ວ ໄດ້ພາກັນກວດກາເບິ່ງເຄື່ອງເຮືອນເຫັນວ່າບໍ່ມີຫຍັງເສຍຫາຍຈຶ່ງໄດ້ພາກັນກັບໄປນອນ.

ຈົນຕົກມາຮອດເວລາ 03 ໂມງເຊົ້າຂອງ ວັນທີ 11 ກຸມພາ 2022, ນາງ ນ້ອຍ ຈຶ່ງໄດ້ຕັດສິນໃຈເປີດມຸ້ງເຂົ້າໄປແລ້ວໃຊ້ມີດທີ່ກຽມມາພ້ອມພັນໃສ່ຫົວຂອງ ນາງ ສັງວານ ຈຳນວນ ຫຼາຍ ບາດເພື່ອຫວັງເອົາຊີວິດແຕ່ ທ້າວ ດາວອນ (ຜູ້ເປັນຜົວ) ຂອງ ນາງ ສັງວານ ແມ່ນໄດ້ລຸກຂຶ້ນມາຍາດເອົາມີດນຳ ນາງ ນ້ອຍ ຈຶ່ງໄດ້ໃຊ້ມີດພັນໃສ່ຫົວຂອງທ້າວ ດາວອນ 1 ບາດ ແລະ ແຂ່ງເບື້ອງຊາຍອີກ 1 ບາດ. ຈາກນັ້ນ ທ້າວ ດາວອນ ຈຶ່ງຮ້ອງຂໍຄວາມຊ່ວຍເຫຼືອຈາກປະຊາຊົນທີ່ຢູ່ ບໍລິເວນໃກ້ຄຽງ ແລະ ນາງ ສັງວານ ໄດ້ໃຊ້ມືດຶງເສື້ອ ທີ່ປົກປິດໜ້າອອກ ຈຶ່ງເຮັດໃຫ້ ນາງ ນ້ອຍ ເກີດມີຄວາມຕົກໃຈໄດ້ແລ່ນ ອອກໄປ ທາງປ່າຫັຼງເຮືອນພ້ອມທັງໂຍນມິດທີ່ໃຊ້ກໍ່ເຫດຖິ້ມແລ້ວເອົາຕົວຫຼົບໜີ.

ມາຮອດເວລາ 6 ໂມງຂອງວັນດຽວກັນທາງເຈົ້າໜ້າ ປກສ ບໍລິການປະຊາຊົນກຸ່ມຈອມແຈ້ງ ຈຶ່ງຈັບຕົວ ນາງ ນ້ອຍ ຜູ້ກະທຳຜິດໄດ້ ແລ້ວນຳສົ່ງເຈົ້າໜ້າທີ່ ພະແນກຕຳຫຼວດ ປກສ ເມືອງ ທ່າແຂກ ດຳເນີນຄະດີຕາມລະບຽບກົດໝາຍ.

ພາຍຫຼັງສອບສວນສຳເລັດ, ມາຮອດວັນທີ 6 ເມສາ 2022 ເຈົ້າໜ້າທີ່ຈິ່ງໄດ້ນຳຕົວຜູ້ກ່ຽວມາທົດສະກຳເຫດການຄືນໃຫມ່ເພື່ອປະກອບຄຳຮັບສາລະພາບ ແລະ ສະຫຼຸບສຳນວນຄະດີສົ່ງໄອຍະການຟ້ອງສານຕັດສິນຕາມກົດໝາຍ.

error: Content is protected !!