ວັນທີ 6 ພະຈິກ 2026 ຢູ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ມີພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີຂຶ້ນຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ກ່າວໂອ້ລົມໃຫ້ທິດຊີ້ນໍາຂອງສະຫາຍ ທອງລຸນ ສີສຸລິດ ເລ ຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ມີບັນດາສະ ຫາຍການນໍາ ອາດີດການນໍາພັກ-ລັດ ຄະນະພັກ-ຄະນະນໍາກະ ຊວງສຶກສາທິການ ແລະ ກີລາ ຖັນແຖວຄູ-ອາຈານ ພະນັກງານ ແລະ ນັກສຶກສາເຂົ້າຮ່ວມ.
ໃນໂອກາດນີ້ ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ໄດ້ຂຶ້ນປາໄສ ແລະ ຍົກໃຫ້ເຫັນ ປະຫວັດສາດ ແລະ ການເຕີບໃຫຍ່ຂະ ຫຍາຍຕົວຂອງ ມຊ ເຊິ່ງເປັນສະຖາບັນການສຶກສາຂັ້ນສູງ ລະ ດັບຊາດແຫ່ງທໍາອິດ ໂດຍເລີ່ມຈາກການປະກາດສ້າງຕັ້ງ ໃນປີ 1995 ແລະ ເປີດດໍາເນີນການ ໃນວັນທີ 5 ພະຈິກ 1996 ຕະ ຫຼອດ 30 ປີຜ່ານມາ ມຊ ໄດ້ສ້າງບຸກຄະລາກອນ ສໍາເລັດການ ສຶກສາ ອອກຮັບໃຊ້ປະເທດຊາດແລ້ວຫຼາຍກວ່າ 142.910 ຄົນ ມີ 13 ຄະນະວິຊາ ມີ 265 ຫຼັກສູດ ແລະ ຖັນແຖວຄູ- ອາຈານ ທີ່ມີລະດັບຄວາມຮູ້ຄວາມສາມາດສູງ.
ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງການພັດ ທະນາ ປະເທດຊາດ ໃນຍຸກໃໝ່ ສະຫາຍ ທອງລຸນ ສີສຸລິດ ໄດ້ເນັ້ນໃສ່ 5 ທິດທາງ ແລະ ຂໍ້ຄິດສໍາຄັນຄື: ໃຫ້ຖືເອົາການສຶກສາ ເປັນຮາກຖານຂອງອະນາຄົດ ການພັດທະນາ ມຊ ຕ້ອງຕິດພັນກັບ ມູນເຊື້ອປະຕິວັດ ສ້າງຄູ ແລະ ນັກສຶກສາ ໃຫ້ມີອຸດົມການ ເມືອງໜັກແຮງ ຮັກຊາດ ແລະ ພັດທະນາ ບຸກຄະລາກອນ ຕາມ 3 ລັກສະນະ (ລັກສະນະຊາດ ວິທະຍາສາດ-ທັນສະໄໝ ລັກສະ ນະມະຫາຊົນ) ແລະ 5 ຫຼັກມູນ (ຄຸນສົມບັດ ປັນຍາ ແຮງງານ ພະ ລະ ສິລະປະສຶກສາ). ພັດທະນາຫຼັກສູດ ແລະ ວິທີສິດສອນ: ປັບປຸງຫຼັກສູດ ໃຫ້ສອດຄ່ອງກັບ ທ່າແຮງຊາດ ແລະ ຄວາມຕ້ອງການຂອງ ສັງຄົມ ຫັນຈາກການຖ່າຍທອດ ຄວາມຮູ້ພຽງຢ່າງດຽວ ໄປສູ່ການສ້າງຄວາມຄິດ ວິເຄາະ-ວິໄຈ ການແກ້ ໄຂບັນຫາ ຄວາມຄິດສ້າງສັນ ແລະ ສູ້ຊົນຍົກລະດັບ ຈັດອັນດັບມະຫາວິທະຍາໄລໃຫ້ດີຂຶ້ນໃນລະດັບພາກພື້ນ ແລະ ສາກົນ.
ຍົກລະດັບການຄົ້ນຄວ້າ ວິທະຍາສາດ: ສ້າງ ມຊ ໃຫ້ເປັນສູນກາງ ຄັງປັນຍາ ຂອງຊາດ ຊຸກຍູ້ການຄົ້ນຄວ້າ ໃນຂະແໜງການ ປາຍ ແຫຼມເຊັ່ນ: ກະສິກຳ ອຸດສາຫະກຳ ພະລັງງານ ສິ່ງແວດລ້ອມ ເສດຖະກິດດິຈິຕອນ ໂດຍໃຫ້ຜົນການຄົ້ນຄວ້າ ສາມາດນໍາໄປ ໃຊ້ປະໂຫຍດ ໄດ້ຈິງ ສ້າງຄູ-ອາຈານໃຫ້ມີຄຸນະພາບສູງ: ເພາະຄູ-ອາຈານ ແມ່ນປັດໄຈ ຕັດສິນຄຸນະພາບ ຕ້ອງສົ່ງເສີມ ທັກສະດິຈິຕອນ ພາສາຕ່າງປະເທດ ຈັນຍາບັນ-ຈັນຍາທໍາ ແລະ ມີກົນ ໄກ ດຶງດູດ ຮັກສາ ບຸກຄະລາກອນ ຜູ້ທີ່ມີຄວາມຮູ້ ຄວາມສາ ມາດ. ສ້າງສະພາບແວດລ້ອມ ເອື້ອອໍານວຍ ປັບປຸງ ພື້ນຖານໂຄງລ່າງ ຫ້ອງຮຽນ ຫ້ອງທົດລອງ ຫໍສະໝຸດ ຫໍພັກ ໃຫ້ທັນສະໄໝ ແລະ ມີຄວາມເປັນລະບຽບ ສະອາດງາມຕາ ເພື່ອເປັນແວ່ນແຍງໃຫ້ສັງຄົມ.
ພ້ອມດຽວກັນນີ້ ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ຍັງໄດ້ຍົກໃຫ້ເຫັນ ເຫດການປະຫວັດສາດ ທີ່ ສປປ ລາວ ກຳ ລັງເດີນໜ້າຈະຫຼຸດພົ້ນອອກຈາກ ສະຖານະພາບ ປະເທດດ້ອຍພັດທະນາ (LDC) ຢ່າງເປັນທາງການ ໃນທ້າຍປີ 2026 ນີ້ ເຊິ່ງຖືເປັນທັງຄວາມພາກພູມໃຈ ແລະ ຄວາມທ້າທາຍ ທີ່ຕ້ອງເພິ່ງພາ ຕົນເອງເປັນຫຼັກ ດັ່ງນັ້ນ ມຊ ຕ້ອງເປັນກໍາລັງແຮງຕົ້ນຕໍ ໃນການຜະລິດ ຊັບພະຍາກອນມະນຸດ ທີ່ມີຄຸນະພາບ ເພື່ອຂັບເຄື່ອນ ປະເທດຊາດ ໃຫ້ກ້າວໄປຢ່າງໝັ້ນທ່ຽງ.
ໃນຕອນທ້າຍສະຫາຍ ຍັງໄດ້ເນັ້ນຢໍ້າຕື່ມໃຫ້ ກະຊວງສຶກສາທິ ການ ແລະ ກິລາ ພ້ອມດ້ວຍ ມຊ ຄົ້ນຄວ້າ ແລະ ແກ້ໄຂສາເຫດ ທີ່ເຮັດໃຫ້ ຈໍານວນນັກສຶກສາ ຫຼຸດລົງ ແລະ ຮຽກຮ້ອງໃຫ້ ຄະ ນະພັກ-ຄະນະນໍາ ຄູ-ອາຈານ ແລະ ນັກສຶກສາ ທຸກຄົນ ຈົ່ງຍົກ ສູງຄວາມຮັບຜິດຊອບ ກ້າຄິດ ກ້າເຮັດ ກ້າປັບປຸງ ຕັ້ງໃຈຮຽນຮູ້ ແລະ ຝຶກຝົນຕົນເອງ ເພື່ອສ້າງ ມຊ ໃຫ້ກາຍເປັນສະຖາບັນແຖວ ໜ້າ ເປັນຄັງປັນຍາ ແລະ ເປັນແຫຼ່ງສ້າງ ບຸກຄະລາກອນ ທີ່ມີຄຸນ ນະພາບ ສາມາດທຽບເທົ່າສາກົນເທື່ອລະກ້າວ.
Where BA 1 occupies the apex of the postcentral gyrus, the rostral border of BA 3a is in the nadir of the Central sulcus, and is caudally followed by BA 3b, then BA 1, with BA 2 following and ending in the nadir of the postcentral sulcus. There are a lot of JavaScript frameworks out there and a many of them do the same things in terms of functionality. Most providers allow you to interact with the caller by playing audio files, generating dynamic text to read to the caller TTS - text to speech, and collecting touch tones DTMF from the caller. Montville High School serves grades 9 through There were 6, households out of which Experience Level. POLICE ballistics expert Captain Chris Mangena charmed the world and the court — he even what is even more troubling was the fact that his Mangena's evidence that the. Depending on what hardware you require, the specifications will contain different options. The Annals of the ame- rican Academy of political and social science. Further dissection identified occlusion segment of MCA. Optional extras Late check-out can be arranged for an extra charge subject to availability Rollaway beds are available for USD. John Houston : People tend to be ignorant of anything to do with science which includes over-air transmission of TV signals. Wood planks Planks in long lengths with widths of four inches or more.