ມວນອາກາດເຢັນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມຕາເວັນອອກສ່ຽງ ເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ອາກາດຍັງໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ. ພະຍາກອນອາກາດ ເວລາ 7:00 ໂມງວັນທີ 24/12/2022 ເຖິງເວລາ 7:00 ໂມງວັນທີ 25/12/2022 -ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ,
ບ້ານເມືອງ
ລັດຖະບານ ກຳລັງຈັດຕັ້ງປະຕິບັດການໃຫ້ຄຳປຶກສາ ແກ່ຄູ່ແຕ່ງງານໃໝ່ ຢູ່ ລາວ
ເມື່ອບໍ່ດົນມານີ້, ກະຊວງສາທາລະນະສຸກ ຮ່ວມກັບ ກະຊວງພາຍໃນ ແລະ ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ(UNFPA) ຈັດກອງປະຊຸມປະສານງານ ເພື່ອສະຫລຸບສັງລວມການເຊື່ອມສານວຽກງານສຸຂະພາບທາງເພດ, ສຸຂະພາບຈະເລີນພັນ, ແມ່-ເດັກ ແລະ ການໃຫ້ຄຳປຶກສາ ວຽກງານວາງແຜນຄອບຄົວໃຫ້ແກ່ຄູ່ແຕ່ງງານໃໝ່ ແລະ ເຊື່ອມຕໍ່ກັບວຽກງານການຂຶ້ນທະບຽນການແຕ່ງດອງ ເພື່ອປັບປຸງການປະສານງານ ລະຫວ່າງຂະແໜງກ່ຽວຂ້ອງ, ຜັນຂະຫຍາຍການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ ແລະ ບັນລຸເປົ້າໝາຍຮ່ວມກັນ.ທ່ານ ນາງ ຈັນຖະໜອມ
“ຊຽງຂວາງ ເກມ” ປິດລົງດ້ວຍຜົນສຳເລັດອັນຈົບງາມ… ແລ້ວພົບກັນໃໝ່ ປີ 2025 ທີ່ວຽງຈັນ
ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ອັນລົງດ້ວຍຜົນສຳເລັດອັນຈົບງາມ ໂດຍແຂວງຊຽງຂວາງ ເຈົ້າພາບ ປະກາດສັກດາຄອງເຈົ້າຫຼຽນຄຳ ຫຼັງຍາດມາໄດ້ເຖິງ 62 ຫຼຽນຄຳ, 60 ຫຼຽນເງິນ ແລະ 95 ຫຼຽນທອງ ລວມ 217 ຫຼຽນ ເປັນອັນດັບ
ນວ ກໍານົດເອົານົກຍຸງ ເປັນສັດນໍາໂຊກໃນມະຫະກໍາກິລາແຫ່ງຊາດ ຄັ້ງທີ XII
ມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ(ນວ) ໄດ້ຮັບກຽດເປັນເຈົ້າພາບໃນປີ 2025 ຕໍ່ຈາກ ມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງຂວາງເກມ 2022 ເຊິ່ງໃນເບື້ອງຕົ້ນ, ຄາດວ່າ ຈະເລືອກເອົາປະຕູໄຊ ເປັນສັນຍາລັກ ແລະ ເອົານົກຍຸງ ເປັນສັດນໍາໂຊກ. ທ່ານ ສົມພອນ ສອນດາລາ, ຫົວໜ້າພະແນກສຶກສາທິການ
ສາລະວັນ ຮ່ວມມືພັດທະນາແຫຼ່ງທ່ອງທ່ຽວຕາດສູງ ແລະ ຖໍ້າເກົ້າຮູພູຕາກເຂົ້າ ຢູ່ເມືອງເລົ່າງາມ
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການຊຸກຍູ້, ສົ່ງເສີມການທ່ອງທ່ຽວຕາດສູງ, ຖໍ້າເກົ້າຮູ ພູຕາກເຂົ້າ ຢູ່ເມືອງເລົ່າງາມ ແຂວງສາລະວັນ ລະຫວ່າງ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງເລົ່າງາມ ກັບ ບໍລິສັດພັດ ທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ບ້ານສະນຶມໃນ ເມືອງເລົ່າງາມ ໂດຍການເຊັນສັນຍາຂອງ
ປະກາດ ວັງຫ້ວຍລີ່ ບ້ານ ນາໜອງຜ່າ ເມືອງ ຊົນນະບູລີ ເປັນວັງສະຫງວນ
ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ພິທີປະກາດເຂດສະຫງວນ ປາ ແລະ ຊີວະນາໆພັນທຸກຊະນິດ ຢູ່ວັງຫ້ວຍລີ່ ບ້ານນາໜອງຜຳ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 14 ທັນວາ ຜ່ານມາ, ທັງນີ້ ກໍເພື່ອເປັນການປົກປັກຮັກສາແຫລ່ງທີ່ຢູ່ອາໄສ, ແຫລ່ງວາງໄຂ່, ຄຸ້ມຄອງສັດນ້ຳ (ປາ) ແລະ ສັດປ່າທຸກຊະນິດທີ່ອາໄສຢູ່ໃນເຂດ ຫວງຫ້າມໃຫ້ມີຄວາມຫລາກຫລາຍ
ຄະນະມິດຕະພາບ ລາວ-ໄທສະຫລຸບວຽກງານ 5 ປີ
ກອງປະຊຸມສະຫລຸບວຽກງານ ການເຄື່ອນໄຫວຂອງຄະນະມິດຕະພາບ ລັດຖະສະ ພາ ລາວ-ໄທ ໄລຍະ 5 ປີຜ່ານມາ (2016-2020) ແລະ ທິດທາງແຜນການເຄື່ອນໄຫວ 5 ປີ ຕໍ່ໜ້າ(2021-2025) ແລະ ແຜນການປີ 2023 ໄດ້ມີຂຶ້ນໃນຕອນແລງຂອງວັນທີ 15 ທັນວາ 2022 ທີ່ສະພາແຫ່ງຊາດ ນະຄອນຫລວງວຽງຈັນ ເພື່ອເປັນການແລກປ່ຽນຖອດຖອນບົດຮຽນ
ເຈົ້າພາບຈອດພຽງຮອບ 4ທີມ ຫຼັງເສຍໃຫ້ນະຄອນຫຼວງ 1-2ປະຕູ ເຕະບານຊຽງຂວາງເກມ
ການແຂ່ງຂັນບານເຕະຊາຍ ງານມະຫາກໍາກິລາແຫ່ງຊາດຄັ້ງທີ 11 ເດີນທາງມາຮອດຮອບຮອງຊະນະເລີດ ຫຼື ຮອບ 4 ທີມສຸດທ້າຍແລ້ວ ໃນວັນທີ 19ທັນວາ 2022 ທີ່ສະໜາມກິລາໄຫຫີນ ຄູ່ທໍາອິດ ແຂວງວຽງຈັນ ພົບ ແຂວງເຊກອງ ແລະ ຄູ່ທີ 2 ແຂວງຊຽງຂວາງເຈົ້າພາບ ພົບ ນະຄອນຫຼວງວຽງຈັນ. ຜົນການແຂ່ງຂັນຄູ່ທໍາອິດປາກົດວ່າ ແຂວງວຽງຈັນ
ຖ້າພົບເຫັນຜູ້ລະເມີດ ສູບຢາໃນສະຖານທີ່ຕ້ອງຫ້າມ ຈະປັບໃໝເຖິງ 4 ແສນກີບ ເພື່ອໃຫ້ ຊຽງຂວາງເກມ ປອດຄວັນຢາສູບ
ແຂວງຊຽງຂວາງ ເຈົ້າພາບຈັດງານມະຫະກຳກິລາ ແຫ່ງຊາດ ຄັ້ງທີ XI (ຊຽງຂວາງເກມ) ໄດ້ເອົາໃຈໃສ່ທຸກດ້ານ ເພື່ອໃຫ້ ຊຽງຂວາງເກມ ປອດຄວັນຢາສູບ ໂດຍສະເພາະໄດ້ວາງມາດຕະການ ຖ້າພົບເຫັນຜູ້ລະເມີດ ສູບຢາໃນສະຖານທີ່ຕ້ອງຫ້າມ ກໍຈະມີການປັບໃໝເປັນເງິນ 400,000 ກີບ. ທ່ານ ບຸນທັນ ວັນທະລີວົງ ວິຊາການສື່ສານເພື່ອສຸຂະພາບ-ສຸຂະສຶກສາ ພະແນກສາທາລະນະສຸກແຂວງຊຽງຂວາງ ຜູ້ປະສານງານວຽກງານປອດຄວັນຢາສູບຂັ້ນແຂວງ ໃຫ້ສຳພາດເມື່ອບໍ່ດົນຜ່ານມາວ່າ:
ເຊກອງ ກໍານົດສີ່ປະເພດຈຸດສຸມພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ
ທ່ານ ສີສຸພັນ ມະຫາວົງ ຫົວໜ້າຫ້ອງວ່າການແຂວງເຊກອງ ໃຫ້ຮູ້ຫວ່າງບໍ່ດົນມານີ້ວ່າ: ໃນປີ 2016-2022 ນີ້ ແຂວງເຊກອງໄດ້ສຸມທຶນຮອນເຂົ້າໃສ່ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກທົ່ວແຂວງ ໂດຍການກໍ່ສ້າງ ແລະ ຜັນຂະຫຍາຍພື້ນຖານໂຄງລ່າງໄປສູ່ເຂດຊົນນະບົດຫ່າງໄກສອກຫຼີກໃຫ້ທົ່ວເຖິງ ແລະ ມີຄຸນນະພາບ ດ້ວຍການສົ່ງເສີມກໍາລັງແຮງທຸກພາກສ່ວນເສດຖະກິດເຂົ້າຮ່ວມ ແລະ ເຮັດຢ່າງມີຈຸດສຸມເພື່ອປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງພື້ນຖານສາທາລະນະ, ຈັດສັນ, ເຕົ້າໂຮມບ້ານນ້ອຍເຂົ້າເປັນບ້ານໃຫຍ່, ຈັດສັນພູມລໍາເນົາຄົງທີ່










