ວັນທີ 14 ທັນວາ 2022, ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ-ສະຫະພາບ ຢູໂຣບ (ອາຊຽນ-ອີຢູ) ຄົບຮອບ 45 ປີ ທີ່ ບຣຸກແຊນ, ປະເທດແບນຊິກ, ພາຍໃຕ້ການເປັນປະທານຮ່ວມຂອງ ກໍາປູເຈຍ
ບ້ານເມືອງ
ປີນີ້ ກະຊວງ ປກສ ສາມາດມ້າງຄະດີອາຍາ ໄດ້ 5,788 ເລື່ອງ
ໃນປີ 2022 ທົ່ວປະເທດມີຄະດີອາຍາເກີດຂຶ້ນທັງໝົດ 6,982 ເລື່ອງ; ໃນນີ້, ກະຊວງ ປກສ ສາມາດມ້າງໄດ້ 5,788 ເລື່ອງ, ກັກຕົວຜູ້ຖືກຫາ 8,632 ຄົນ ຍິງ 1,072 ຄົນ; ທຽບໃສ່ປີ 2021 ຄະດີເພີ່ມຂຶ້ນ 611 ເລື່ອງ. ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະພຈໍາປີ
ກຳນົດເອົາ ວັນທີ 02 ມັງກອນ 2023 ເປັນວັນພັກຊົດເຊີຍ ວັນປີໃໝ່ສາກົນ ປີ 2023
ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ທິດຊີ້ນໍາຂອງທ່ານ ນາຍົກລັດຖະມົນຕີ ມາຍັງທ່ານຊາບ ດັ່ງນີ້ເນື່ອງຈາກປີໃໝ່ສາກົນ ວັນທີ 01 ມັງກອນ ປີ 2023 ແມ່ນກົງກັບ ວັນອາທິດ ຊຶ່ງເປັນມື້ພັກປະຈຳອາທິດ, ສະນັ້ນ ຈຶ່ງກຳນົດເອົາວັນຈັນ, ວັນທີ 02 ມັງກອນ 2023 ເປັນວັນພັກຊົດເຊີຍ ວັນປີໃໝ່ສາກົນ ປີ
ໝາກແລ້ ແຂວງຫົວພັນ ກວາດ 3 ຫຼຽນຄຳ ບັນລຸຄາດໝາຍ ຊຽງຂວາງ ເກມ
ທັບນັກກິລາໝາກແລ້ ແຂວງຫົວພັນ ສ້າງຜົນງານໄດ້ຢ່າງໂດດເດັ່ນເກີນຄາດໝາຍ ຫຼັງກວາດມາໄດ້ເຖິງ 3 ຫຼຽນຄຳ, 2 ຫຼຽນເງິນ ແລະ 1 ຫຼຽນທອງ ລວມ 6 ຫຼຽນ ເປັນອັນດັບທີ 2 ຂອງຕາຕະລາງສະຫຼຸບຫຼຽນ ໃນການແຂ່ງຂັນກິລາໝາກແລ້ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ
ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ກຳນົດເອົາໄຫຫີນ ແລະນົກແອ່ນເປັນສັນຍາລັກແລະສັດນໍາໂຊກ
ອີງຕາມຂໍ້ມູນຈາກແຂວງຊຽງຂວາງໃຫ້ຮູ້ວ່າ, ແຂວງຊຽງຂວາງໄດ້ກໍານົດເອົາໄຫຫີນແລະນົກແອ່ນເປັນສັນຍາລັກແລະສັດນໍາໂຊກໃນງານງານມະຫາກຳກິລາແຫ່ງຊາດຄັ້ງທີ XI ຫລືຊຽງຂວາງເກມ2022.ຍ້ອນເຫດຜົນໄຫຫີນແມ່ນວັດຖຸບູ ຮານທີ່ມີອາຍຸຫຼາຍພັນປີ,ເປັນມໍລະດົກຄູ່ກັບຊາວຊຽງຂວາງ ທັງເປັນມໍລະດົກຂອງຊາດແລະຖືກຮັບຮອງເປັນມໍລະ ດົກໂລກ. ໄຫຫີນສັນຍາລັກງານມະຫາກໍາກິລາແຫ່ງຊາດຄັ້ງທີ XIນີ້ ປະກອບມີ 3 ລາຍເສັ້ນຄື:ລາຍເສັ້ນສີຟ້າທາງກາງ, ລາຍເສັ້ນສີຂຽວເບື້ອງເທິງສຸດແລະລາຍເສັ້ນສີຂຽວອ່ອນທາງດ້ານລຸ່ມ,ເຊິ່ງໝາຍເຖິງຄວາມອຸດົມສົມບູນຂອງສາຍແມ່ນໍ້າໃນ ຊຽງຂວາງ, ທີ່ມີແມ່ນໍ້່າຫຼາຍສາຍກໍາເນີດຂຶ້ນກາຍເປັນສາຂາສໍາຄັນຂອງແມ່ນໍ້າຂອງໄຫຼປ່ອງໃສ່ທະເລ ເປັນແມ່ນໍ້າທີ່ສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງແລະໝາຍເຖິງສາຍພູຂອງແຂວງຊຽງຂວາງ ທີ່ອຸດົມ ສົມບູນໄປດ້ວຍປ່າດົງ,ຕົ້ນໄມ້ທີ່ມີລາຄາແພງປົກຫຸ້ມຢູ່ປະກອບມີຫຼາຍຈອມພູ ແລະ ສາຍພູໃນແຂວງຊຽງຂວາງ ທີ່ມີ ຊື່ສຽງ ໃນພູມີສາດ ແລະໝາຍເຖິງພູພຽງຊຽງຂວາງ
ປະທານປະເທດ ເດີນທາງມາເຖິງແຂວງຊຽງຂວາງ
ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ເດີນທາງມາເຖິງແຂວງຊຽງຂວາງ ໃນເຊົ້າວັນທີ 13 ທັນວາ ນີ້ ເພື່ອເຂົ້າຮ່ວມພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ ທີ່ຈະຈັດຂຶ້ນຢ່າງເປັນທາງການ ໃນຕອນແລງຂອງວັນດັ່ງກ່າວນີ້. ທ່ານປະທານປະເທດ ໄດ້ມາເຖິງສະໜາມບິນແຂວງຊຽງຂວາງ ເວລາປະມານ 10:00 ໂມງ
ມອບຫຼຽນກິລາລອຍນໍ້າ ຊຽງຂວາງ ເກມ ຂະນະທີ່ເຈົ້າພາບ ຄອງເຈົ້າຫຼຽນຄໍາ
ພິທີມອບຫຼຽນລາງວັນ ການແຂ່ງຂັນກິລາລອຍນໍ້າ ໃນງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ຈັດຂຶ້ນວັນທີ 12 ທັນວາ 2022 ຢູ່ສະໜາມກິລາໄຊຊະນະ ແຂວງຊຽງຂວາງ, ໂດຍໃຫ້ກຽດມອບຂອງ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ
ກະຊວງ ປກຊ ຄອງເຈົ້າຫຼຽນຄຳ ປັນຈັກສີລັດ ຊຽງຂວາງ ເກມ
ກະຊວງປ້ອງກັນປະເທດ ຫຼື ປກຊ ກວາດ 5 ຫຼຽນຄຳ, 3 ຫຼຽນເງິນ ແລະ 8 ຫຼຽນທອງ ລວມ 16 ຫຼຽນ ຄອງເຈົ້າຫຼຽນຄຳ ການແຂ່ງຂັນກິລາ ປັນຈັກສີລັດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ
Gordon Ramsay ຍົກໃຫ້ອາຫານ ລາວ ເປັນອາຫານທີ່ແຊບທີ່ສຸດ
Gordon Ramsay ເປັບເຊັຟຊື່ດັງສັນຊາດອັງກິດ ໄດ້ກ່າວຍົກຍ້ອງໃນລະຫວ່າງການໃຫ້ສຳພາດຊ່ອງຢູທູບແຫ່ງໜຶ່ງວ່າ ປະເທດທີ່ເຊັຟມັກ ແລະ ຍ້ອງວ່າອາຫານແຊບເປັນອັນດັບທຳອິດແມ່ານລາວ ຕໍ່ມາແມ່ນຫວຽດນາມ. ໃນລະຫວ່າງການເດີນທາງໄປຫາກຸງໂຊລ ປະເທດເກົາຫຼີໃຕ້ ເພື່ອເປີດຮ້ານ Gordon Ramsay Street Pizza ໃນເດືອນແລ້ວນີ້ Gordon Ramsay ເປັນເຊັຟຊື່ດັງສັນຊາດອັງກິດ ເຈົ້າຂອງລາງວັນດາວມິຊ໌ລິນ 15 ດວງ ເປັນຜູ້ທີ່ມີຊື່ສຽງທາງດ້ານອາຫານ ໄດ້ໃຫ້ສຳພາດຕໍ່
ເມືອງ ເຟືອງ ຈັດງານເທດສະການ ສາມໝື່ນຕູບເຟືອງ ປະຈຳປີ 2022
ເມືອງເຟືອງ ແຂວງວຽງຈັນ ໄດ້ເປີດງານເທດສະການ ສາມໝື່ນຕູບເຟືອງ ພາຍໃຕ້ຫົວຂໍ້ “ຄົ້ນຫາຕຳນານສືບສານມູນເຊື້ອສາມໝື່ນຕູບເຟືອງ ລືເລື່ອງຜາທໍ່ ໜໍ່ຄຳ ປິດສະໜາ ແດນວິລະຊົນ” ປະຈຳປີ 2022 ໄດ້ມີຂຶ້ນ ໃນທ້າຍອາທິດຜ່ານມາ, ເປັນກຽດເຂົ້າຮ່ວມມີ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ທ່ານນາງ ບົວໄຂ ເພັງພະຈັນ ຫົວໜ້າກົມສິລະປະ ແລະ










