ຂົນສົ່ງ ໄທ ກຽມເປີດລົດໂດຍສານ ລະຫວ່າງປະເທດ ໄທ-ລາວ ເພື່ອຟື້ນຟູເສດຖະກິດ

ອະທິການບໍດີກົມການຂົນສົ່ງທາງບົກ ໄດ້ເວົ້າວ່າ: ຫຼັງຈາກທີ່ ລາວ ເປີດປະເທດຢ່າງເຕັມຮູບແບບ ແລະ ເປີດຊາຍແດນລະຫວ່າງປະເທດ ເຮັດໃຫ້ມີການປົດລັອກດ້ານການເດີນທາງດ້ວຍລະບົບຂົນສົ່ງສາທາລະນະ ແລະ ການຂົນສົ່ງສິນຄ້າບໍລິເວນຊາຍແດນເພີ່ມຫຼາຍຂຶ້ນ, ໃນວັນທີ 1 ມິຖຸນາ ນີ້ ຈະມີການປະຊູມກັບຂົນສົ່ງທາງ ສປປ ລາວ ເພື່ອຕຽມຄວາມພ້ອມໃນການກັບມາເປີດລົດໂດຍສານ ເສັ້ນທາງລະຫວ່າງໄທ-ລາວ ໂດຍມີຄື: ເສັ້ນທາງໜອງຄາຍ-ວຽງຈັນ, ອຸດອນທານີ-ວຽງຈັນ ແລະ ອຸບົນລາຊະທານີ-ປາກເຊ.

ອ່ານເພີ່ມ...

ແຈ້ງເຕືອນ! ລະວັງຝົນຕົກໜັກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມພັດແຮງ ປະຈໍາວັນທີ 23 ພຶດສະພາ 2022

ຮ່ອງຄວາມກົດດັນອາກາດຕໍ່າ ຫລື ຮ່ອງຝົນ ໄດ້ສືບຕໍ່ພາດຜ່ານເຂດ ພາກເໜືອ ຂອງ ປະເທດ ລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ທີ່ມີ ກໍາລັງປານກາງປັກຄຸມ, ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກຢູ່ບາງ ທ້ອງຖິ່ນ ແຂວງພາກເໜືອ ແລະ ພາກກາງ ພ້ອມມີລົມພັດແຮງເປັນບາງ

ອ່ານເພີ່ມ...

ພະຍາດຝີຕຸ່ມລີງ ກຳລັງແພ່ລະບາດຢູ່ 12 ປະເທດທົ່ວໂລກ

ສຳນັກ​ຂ່າວAFP ລາຍງານໃນວັນ​ທີ 21​ ພຶດສະພາ​ ນີ້ ວ່າ, ອົງການ​ອະນາ​ໄມ​ໂລກ (WHO) ຢືນຢັນ ພົບ​ຜູ້​ຕິດເຊື້ອ​ພະຍາດ​ ຝີ​ຕຸ່ມ​ລີງ (monkeypox) ຫລາຍ​ກວ່າ 80 ​ຄົນ ຢ່າງ​ໜ້ອຍ​ໃນ 12 ​ປະ​ເທດ ​​ໂດຍມີ​ຜູ້​ຕ້ອງ​ສົງ​ໄສ ຕິດ​ເຊື້ອ​ອີກ 50 ຄົນ ​ແລະ ​ຜູ້​ຕິດ​ເຊື້ອມີທ່າ​ອ່ຽງເພີ່ມ​ຂຶ້ນ​ອີກ

ອ່ານເພີ່ມ...

ລັດວິສາຫະກິດນໍ້າມັນເຊື້ອໄຟລາວ​ ສາຂາ​ ແຂວງ​ ຄຳມ່ວນ ຮຽກຮ້ອງສັງຄົມປະຢັດ ຫລຸດຜ່ອນການໄປ – ການມາ ບໍ່ຈຳເປັນ ເພື່ອພ້ອມພາກັນຜ່ານພົ້ນວິກິດບັນຫານໍ້າມັນຂາດປໍ້າ

ແຂວງ​ ຄຳມ່ວນ ກໍແມ່ນແຂວງໜຶ່ງທີ່ພົບກັບບັນຫານໍ້າມັນບໍ່ພຽງພໍ ( ນໍ້າມັນຂາດປໍ້າ ), ບາງປໍ້າພາຍໃນແຂວງ ແມ່ນຂາດນໍ້າມັນ ເຮັດໃຫ້ຜູ້ໃຊ້ລົດພົບຄວາມຫຍຸ້ງຍາກບໍ່ສະດວກໃນເວລາມາໃຊ້ບໍລິການເຕີມນໍ້າມັນ.​ ຕໍ່ສະພາບການດັ່ງກ່າວ ທ່ານ ວົງສອນ ພິມມະວົງສາ ຫົວໜ້າລັດວິສາຫະກິດນໍ້າມັນເຊື້ອໄຟລາວສາຂາແຂວງ​ ຄຳມ່ວນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຂອງແຂວງ ໃນວັນທີ 19 ພຶດສະພາ 2022 ກ່ຽວກັບການຕອບສະໜອງນໍ້າມັນບໍ່ພຽງພໍໃນປະຈຸບັນນີ້​ ເຊິ່ງລັດວິສາຫະກິດນໍ້າມັນເຊື້ອໄຟລາວແມ່ນມີ 7 ສາຂາ

ອ່ານເພີ່ມ...

ອາຊຽນ​ ຈະຮ່ວມກັນ​ ສະໜັບສະໜູນການຟື້ນຟູອຸດສາຫະກຳການບິນ

ອີງຕາມການລາຍງານຂ່າວຈາກ CRI: ວັນທີ 17 ພຶດສະພາຜ່ານມາ, ລັດຖະມົນຕີກະຊວງຄົມມະນາຄົມຂອງ 7 ປະເທດ​ ອາຊຽນ ຄື: ສິງກະໂປ, ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ຟິລິບປິນ ແລະ ໄທ ໄດ້ອອກຖະແຫຼງການຮ່ວມໃນກອງປະຊຸມສຸດຍອດການບິນ ຊາງອີ ຄັ້ງທຳອິດ ໂດຍໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະຮ່ວມມືກັນໃນການເພີ່ມຄວາມສາມາດດ້ານການຂົນສົ່ງ, ການພັດທະນາແບບຍືນຍົງ,

ອ່ານເພີ່ມ...

ປະຊາຊົນ​ ລາວ ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ 40 ຄົນຕໍ່ປີ

ອີງຕາມຂໍ້ມູນ ຈາກຫ້ອງການຄະນະຄຸ້ມຄອງລະເບີດແຫ່ງຊາດລາວ ໃຫ້ຮູ້ວ່າ: ໃນຊຸມປີ ຜ່ານມາ ມີປະຊາຊົນຜູ້ຖືກເຄາະຮ້າຍຈາກລະເບີດທີ່ບໍ່ທັນແຕກ ທີ່ຕົກຄ້າງແຕ່ປາງສົງຄາມ ຢູ່ສປປ ລາວ ສະເລ່ຍ 40 ຄົນຕໍ່ປີ ເນື່ອງຈາກໃນລະຫວ່າງຊຸມປີ 1964-1973 ສະໄໝສົງຄາມ ຖ້ຽວບິນຂອງອາເມລິກາ ໄດ້ຂົນລະເບີດມາຖິ້ມໃສ່ແຜ່ນດິນລາວ ຫລາຍກວ່າ 580,​000 ຖ້ຽວ, ບັນຈຸລູກລະເບີດເກືອບ 3 ລ້ານໂຕນ ແລະ

ອ່ານເພີ່ມ...

Sao La ສັດຫາຍາກ ໃນຫວຽດນາມ ທີ່ຖືກເລືອກເປັນສັດນຳໂຊກ ຮ່າໂນ້ຍ ເກມ 2021

Sao La ຊຶ່ງເປັນສັດທີ່ພົບເຫັນຄັ້ງທໍາອິດໃນ ສສ ຫວຽດນາມ ເມື່ອປີ 1992 ຈົນມາຮອດປັດຈຸບັນ ກາຍເປັນສັດທີ່ຫາຍາກທີ່ສຸດໃນປະເທດດັ່ງກ່າວ ຖືກເລືອກໃຫ້ເປັນສັດນຳໂຊກ (mascot) ເປັນທາງການ ໃນງານມະຫະກຳກິລາ ຊີເກມ ຄັ້ງທີ 31 ຫຼື ຮ່າໂນ້ຍ ເກມ 2021 ຈັດຂຶ້ນລະຫວ່າງວັນທີ 12-23 ພຶດສະພາ 2022.

ອ່ານເພີ່ມ...

ປີ 2022 ນີ້ ແຂວງ ບໍ່ແກ້ວ ຈະສູ້ຊົນປູກໄມ້ໃຫ້ໄດ້ 181 ເຮັກຕາ

 ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ໃນປີ 2022 ນີ້, ແຂວງ ບໍ່ແກ້ວ ກໍຄື ພະແນກກະສິກຳ ແລະ ປ່າໄມ້ແຂວງ ມີແຜນສູ້ຊົນປູກໄມ້ໃຫ້ໄດ້ໃນເນື້ອທີ່ 181 ເຮັກ ຕາ, ໃນນີ້ ພາກເອກະຊົນຈະປູກໃຫ້ໄດ້ໃນເນື້ອທີ່ 139.5 ເຮັກຕາ ແລະ ພາກລັດ 41.5

ອ່ານເພີ່ມ...

ລັດຖະບານ ເລັ່ງຂຶ້ນບັນຊີລົດລັດ ສະສາງລົດເກົ່າ ແລະ ຖອນຄືນຈຳນວນໜຶ່ງ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ(ຫສນຍ) ແລະ ກະຊວງການເງິນ ເປີດເຜີຍຜົນການຈັດຕັ້ງປະຕິບັດດຳລັດ ວ່າດ້ວບລົດຂອງລັດ ສະບັບເລກທີ 599/ລບ ແລະ ນິຕິກຳທີ່ກ່ຽວຂ້ອງ ເຫັນວ່າມີຄວາມຄືບໜ້າດີສົມຄວນ ໂດຍທຸກພາກສ່ວນໄດ້ສຳເລັດການແຕ່ງຕັ້ງຄະນະຮັບຜິດຊອບວຽກງານດັ່ງກ່າວ ແລະ ສຳເລັດ ການເຜີຍແຜ່ເນື້ອໃນຂອງດຳລັດ ແລະ ນິຕິກຳທີ່ກ່ຽວຂ້ອງ ໂດຍຕິດພັນກັບການເຮັດວຽກງານການເມືອງແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ. ພ້ອມດຽວກັນນັ້ນ, ກໍໄດ້ເລັ່ງສັງລວມ ຂຶ້ນບັນຊີລົດຂອງລັດ ທີ່ກະຊວງ-ອົງການຂອງຕົນ ຄຸ້ມຄອງ ແລະ

ອ່ານເພີ່ມ...

ຄວາມຄືບໜ້າ ການປະຕິບັດດຳລັດ ວ່າດ້ວຍລົດຂອງລັດ

ວັນທີ 17 ພຶດສະພາ 2022 ນີ້, ຫ້ອງວ່າການສຳນັກງານນາຍົກລັດຖະມົນ ຕີ(ຫສນຍ) ຮ່ວມກັບ ກະຊວງການເງິນ ຈັດກອງປະຊຸມ ລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ດຳລັດສະບັບເລກທີ 599/ລບ ແລະ ນິຕິກຳທີ່ກ່ຽວຂ້ອງ ພາຍຫລັງທີ່ີໄດ້ເຜີຍແຜ່ດຳລັດດັ່ງກ່າວ ໃນທ້າຍ ເດືອນ ມີນາ 2022 ທີ່ຜ່ານມາ ໂດຍການເປັນປະທານຮ່ວມຂອງ ທ່ານ

ອ່ານເພີ່ມ...
error: Content is protected !!