ປະເມີນການປະຕິບັດໂຄງການພັດທະນາຊົນນະບົດ ຢູ່ແຂວງ ສາລະວັນ

ແຫລ່ງຂ່າວຈາກ ແຂວງ ສາລະວັນ ໃຫ້ຮູ້ວ່າ: ໃນທ້າຍເດືອນອາທິດ ທີ່ຜ່ານມາ, ທ່ານ ສະເວນ ເຟດເດີລິກ ແກຣນ ຕາງໜ້າຜູ້ໃຫ້ທຶນຊ່ວຍເຫລືອລ້າຈາກປະຊາຊົນ ແລະ ລັດຖະບານເຢຍລະມັນ ພາຍໃຕ້ໂຄງການພັດທະນາພື້ນຖານໂຄງລ່າງຢູ່ຊົນນະບົດ ພ້ອມດ້ວຍທີມງານ ລົງຢ້ຽມຢາມ, ຕິດຕາມ ແລະ ກວດກາປະເມີນຜົນການຈັດຕັ້ງປະຕິບັດໂຄງການຢູ່ແຂວງສາລະວັນ ໂດຍການຕ້ອນຮັບຂອງ ທ່ານ ພູທົງ ຄໍາມະນີວົງ ຮອງເຈົ້າແຂວງສາລະວັນ,ຜູ້ຊີ້ນໍາວຽກງານເສດຖະກິດ,

ອ່ານເພີ່ມ...

ສິງກະໂປ ຈະເພີ່ມການນໍາເຂົ້າ ກະແສໄຟຟ້າ ຈາກປະເທດໃນພາກພື້ນ

ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກປະເທດ ສິງກະໂປ ເມື່ອວັນທີ 26 ຕຸລາວ່າ: ສຳນັກງານ ຕະຫລາດ ພະລັງງານ ສິງກະໂປ (ອີເອັມເອ) ໄດ້ອອກຖະແຫລງການ ວ່າ ໄດ້ມີການ ຍື່ນຂໍ້ສະເໜີ ກ່ຽວກັບ ການນໍາເຂົ້າ ກະແສໄຟຟ້າ ເພີ່ມຂຶ້ນຕື່ມ ໄປຍັງ ຫລາຍໜ່ວຍງານ ທີ່ກ່ຽວຂ້ອງ

ອ່ານເພີ່ມ...

ນວ ຮ່ວມ​ກັບ​ຜູ້​ປະ​ກອບ​ການ ນຳ​ເຂົ້າ​ອອກ​ຈຳ​ໜ່າຍ ເພື່ອແຊກແຊງລາຄາ

ພະ​ແນກ​ການ​ຄ້າ​ນະ​ຄອນຫຼວງວຽງ​ຈັນ (ອ​ຄ ນວ) ຮ່ວມ​ກັບ​ບໍ​ລິ​ສັດ ຄໍາແພງເພັດ ແຈ້ງສະຫວ່າງ ສົ່ງເສີມການກະເສດ ຂາອອກ-ຂາເຂົ້າຈຳກັດຜູ້ດຽວ ໄດ້​ນຳ​ເອົາ​ເຂົ້າ​ສານ​ໜຽວ​ປະ​ເພດ 2 ​ຈຳ​ນວນ 340 ໂຕນ ມາ​ຈຳ​ໜ່າຍ​ໃນ​ລາ​ຄາ 9,700 ກີບຕໍ່​ກິ​ໂລກ​ຣາມ ເຊິ່ງ​ຈຸດ​ຈຳ​ໜ່າຍ ຢູ່​ທີ່ບໍລິສັດ ຄຳແພງເພັດ ແຈ້ງສະຫວ່າງ ສົ່ງເສີມການກະເສດ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ຕັ້ງຢູ່ບ້ານນາສ້ຽວ

ອ່ານເພີ່ມ...

ຟີລິບ ກຽມເລີກຈ້າງພະນັກງານ4,​000ຄົນທົ່ວໂລກ ຕາມແຜນປັບໂຄງສ້າງຄັ້ງໃຫຍ່

ຕາມ​ຂ່າວ​ ຈາກ​ໂຮ​ນລັງ, ບໍລິສັດ ​ຟີ​ລິບ​ (Philips) ຜູ້​ຜະລິດ ​ເຄື່ອງ​ໃຊ້​ ​ເອ​ເລັກ​ໂຕຣນິກ ຂອງ​ໂຮ​ນລັງ ຊຶ່ງ ປະຈຸບັນ ໄດ້ຫັນໄປສູ່ ເຕັກໂນໂລຢີ ດ້ານສຸຂະພາບ ໄດ້ ປະກາດ ເມື່ອວັນ​ທີ 24 ​ຕຸລາ​ນີ້ວ່າ ກະກຽມ​ເລີກ​ຈ້າງ ​ພະນັກງານ 4,​000 ຕຳ​ແໜ່​ງ ກວມເອົາ

ອ່ານເພີ່ມ...

ທຄຕລ.ສຂ ຈຳໜ່າຍພັນທະບັດ ທຫລໄດ້ 107 ຕື້ກີບ

ກາງເດືອນ​ ຕຸລາ​ ຜ່ານມາ, ທ່ານ ພູຄຳ ແພງທາລັງສີ ຫົວໜ້າທະນາຄານການຄ້າຕ່າງ​ ປະເທດ​ ລາວ​ ສາຂາແຂວງສະຫວັນນະເຂດ (ທຄຕລ.ສຂ) ໄດ້ແຈ້ງໃຫ້ຮູ້ວ່າ: ທຄຕລ.ສຂ ມີຍອດຈຳໜ່າຍພັນທະບັດຂອງທະນາຄານແຫ່ງ ສປປ ລາວທັງໝົດ 107 ຕື້ກີບ (ມາຮອດວັນທີ 14 ຕຸລາ 2022) ແລະ ຍັງຈະສືບຕໍ່ຈຳໜ່າຍຕື່ມອີກ.

ອ່ານເພີ່ມ...

ລາວ ກຽມພັດທະນາພະລັງງານສະອາດ ຢູ່ສາມແຂວງພາກເໜືອ

ໃນວັນທີ 17 ຕຸລາ 2022, ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອເກັບກໍາຂໍ້ມູນຂອບເຂດເນື້ອທີ່ ແລະ ສຶກສາຄວາມເປັນໄປໄດ້ ໂຄງການພັດ ທະນາພະລັງງານສະອາດ ຄົບວົງຈອນ ຢູ່ແຂວງຜົ້ງສາລີ, ຫລວງນໍ້າທາ ແລະ ອຸດົມໄຊ ລະຫວ່າງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ

ອ່ານເພີ່ມ...

ປີ 2022 ພາສີປະຈຳ ແຂວງຄຳມ່ວນ ສາມາດປະຕິບັດແຜນການຈັດເກັບລາຍຮັບ 610 ຕື້ກີບ

ພາສີປະຈຳ ແຂວງຄຳມ່ວນ ປະກອບມີ: 1 ຂະແໜງທີ່ຂຶ້ນກັບພາສີປະຈຳແຂວງຄື ຂະແໜງສັງລວມ ແລະ ປະກອບມີ 2 ດ່ານພາສີສາກົນ, 1 ດ່ານທ້ອງຖິ່ນ, 5 ດ່ານປະເພນີ, ລວມທັງໝົດມີ 8 ດ່ານພາສີຊາຍແດນ, ນອກນັ້ນຍັງມີຫ້ອງການພາສີປະຈຳ ເຂດເສດຖະກິດສະເພາະທ່າແຂກ, ຊຶ່ງໃນປີ 2022 ພາສີປະຈຳແຂວງຄຳມ່ວນ ການປະຕິບັດວຽກງານວິຊາສະເພາະ ໂດຍສະເພາະແມ່ນວຽກງານການຈັດເກັບລາຍຮັບເຂົ້າງົບປະມານ

ອ່ານເພີ່ມ...

ທະນະບັດ ໃບ 10,000 ແລະ 20,000 ກີບ ຮູບແບບປັບປຸງໃໝ່ ຈະເລີ່ມນໍາໃຊ້ແຕ່ ເດືອນຕຸລາ ເປັນຕົ້ນໄປ

ໃນເດືອນ ຕຸລາ 2022 ນີ້, ທະນາຄານແຫ່ງ ສປປ ລາວ ຈະໄດ້ນໍາເອົາທະນະບັດ ປະເພດໃບ 10,000 ກີບ ແລະ 20,000 ກີບ ຮຸ່ນປີ 2020 (ຮູບແບບປັບປຸງໃໝ່) ອອກສູ່ຂອດຈໍລະຈອນໃຫ້ສັງຄົມໄດ້ນຳໃຊ້ ຄວບຄູ່ກັບ ທະນະບັດທັງສອງປະເພດຮຸ່ນປີ 2003 ທີ່ນຳໃຊ້ໃນຂອດຈໍລະຈອນ ປັດຈຸບັນ ຍັງສາມາດນຳໃຊ້ໝູນວຽນເຂົ້າໃນການຊຳລະສະສາງ

ອ່ານເພີ່ມ...

ໂຄງການເຂື່ອນນ້ຳອູ ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ

ໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງນ້ຳຕາມລຳນ້ຳອູ ນອກຈາກປະກອບສ່ວນສ້າງສະຖຽນລະພາບດ້ານພະລັງງານໃຫ້ແກ່ ພາກເໜືອຂອງ ສປປ ລາວ ແລ້ວ, ຍັງປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ໂດຍສະເພາະປັບປຸງຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການໃຫ້ດີຂຶ້ນເທື່ອລະກ້າວ. ທ່ານ ຈົ້ງເຊັ່ງເຮີ ນາຍບ້ານໆຈະເລີນ ເມືອງ​ ຜົ້ງສາລີ ແຂວງຜົ້ງສາລີ ກ່າວວ່າ: ບ້ານຈັດສັນຈະເລີນ ໄດ້ໂຮມເອົາປະຊາຊົນ 4 ບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 7 ປະກອບດ້ວຍ ບ້ານຈະເລີນ, ບ້ານສົມມີໄຊ, ໄຊທອງ,

ອ່ານເພີ່ມ...

ກຽມຂຶ້ນລາຄານໍ້າມັນໂລກ! ຫຼັງຜູ້ຜະລິດນ້ຳມັນລາຍໃຫຍ່ຂອງໂລກເຫັນດີຫຼຸດການຜະລິດນ້ຳມັນ

ກຸ່ມໂອເປັກພຣັສ ກຽມການຫຼຸດກຳລັງຜະລິດນ້ຳມັນ 2 ລ້ານບາເຣວຕໍ່ມື້ ເພື່ອສ້າງຄວາມໝັ້ນຄົງໃຫ້ລາຄານ້ຳມັນທີ່ຫຼຸດລົງຕໍ່ເນື່ອງຫຼາຍເດືອນ ຂະນະທີ່ຫຼາຍຝັ່ງກັງວົນເລື່ອງນີ້ທີ່ຈະເຮັດໃຫ້ລາຄານ້ຳມັນເພີ່ມຂຶ້ນທົ່ວໂລກ. ສະມາຊິກກຸ່ມໂອເປັກພຣັສ  (Opec+) ສູນລວມຜູ້ຜະລິດນ້ຳມັນລາຍໃຫຍ່ຂອງໂລກ ລວມເຖິງປະເທດສາອຸດິອາລັບບີ ແລະ ຣັດເຊຍ ໄດ້ເປີດເຜີຍໃນວັນພຸດ ທີ 5 ຕຸລາ 2022 ວ່າ ພວກເຂົາເຫັນດີຮ່ວມກັນວ່າຈະຫຼຸດປະລິມານກຳລັງຜະລິດນ້ຳມັນລົງຈຳນວນ 2 ລ້ານບາເຣວຕໍ່ມື້ ເພື່ອສ້າງຄວາມໝັ້ນຄົງໃຫ້ກັບລາຄານ້ຳມັນທີ່ຫຼຸດລົງຢ່າງຕໍ່ເນື່ອງ ໃນຊ່ວງບໍ່ເທົ່າໃດເດືອນຜ່ານມາເນື່ອງຈາກເສດຖະກິດມີການຂະຫຍາຍຕົວຊ້າລົງ. ຢ່າງໃດກໍຕາມ

ອ່ານເພີ່ມ...
error: Content is protected !!