ທຸ້ມທຶນກວ່າ 47 ລ້ານ ໂດລາ ກຽມພັດທະນາພູເບ້ຍໃຫ້ເປັນແຫຼ່ງທ່ອງທ່ຽວ!

ເມື່ອບໍ່ດົນມານີ້, ບໍລິສັດ ກຸ່ມຄໍາໄພຊະນະ ຈໍາກັດຜູ້ດຽວຈະລົງທຶນຫຼາຍກວ່າ ທຸ້ມທຶນກວ່າ 47 ລ້ານ ໂດລາ ກຽມສ້າງພູເບ້ຍ ເປັນແຫຼ່ງທ່ອງທ່ຽວຄົບວົງຈອນ ໄລຍະສໍາປະທານ 50 ປີ. ໃນໂຄງການສະຫວັນທະເລໝອກພູເບ້ຍຢູ່ເມືອງອານຸວົງ ແຂວງໄຊສົມບູນ ຊຶ່ງໂຄງການດັ່ງກ່າວມີເນື້ອທີ່ສໍາປະທານປະມານ 28.6 ເຮັກຕາ ໂດຍມີ ໄລຍະສໍາປະທານ 50 ປີ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ເນື້ອທີ່ສໍາປະທານດັ່ງກ່າວໄດ້ແບ່ງເປັນແຕ່ລະເຂດພັດທະນາຄື:

ອ່ານເພີ່ມ...

ອັດຕະປື ຍັງມີຫລາຍທ່າແຮງສໍາຄັນທີ່ດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ

ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ປັດຈຸບັນ, ແຂວງ ອັດຕະປື ຍັງມີຫລາຍທ່າແຮງສໍ່ຄັນ ເພື່ອດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ ເນື່ອງຈາກ ມີຄວາມອຸດົມຮັ່ງມີດ້ວຍຊັບພະຍາກອນທໍາມະຊາດນາໆຊະນິດ ໂດຍມີຊັບພະຍາກອນທີ່ມີຄຸນຄ່າອັນມະຫາສານເຊັ່ນ: ບໍ່ຄໍາ, ບໍ່ເງິນ, ບໍ່ທອງແດງ, ບໍ່ຊືນ, ຫີນປາໂກໄດ ແລະ ອື່ນໆ ພິເສດແຂວງ ອັຕະປື ເປັນຈຸດໃຈກາງ

ອ່ານເພີ່ມ...

9 ເດືອນຜ່ານມາ ອັດຕະປື ສຸມໃສ່ການແກ້ໄຂຜົນກະທົບ ແລະ ຟື້ນຟູໄພພິບັດຢູ່ ເມືອງ ສະໜາມໄຊ

ທ່ານ ບຸນເສີດ ເສດທິລາດ ຄະນະປະຈໍາພັກ ຮອງເຈົ້າແຂວງ ອັດຕະປື ໄດ້ລາຍງານຕໍ່ກອງປະຊຸມອົງການປົກຄອງແຂວງ ທີ່ເປີດຂຶ້ນຫວ່າງບໍ່ດົນມານີ້ວ່າ: ປັດຈຸບັນອໍານາດການປົກຄອງແຂວງອັດຕະປື ໄດ້ສຸມໃສ່ການແກ້ໄຂຜົນກະທົບ ແລະ ຟື້ນຟູໄພພິບັດຢູ່ ເມືອງ ສະໜາມໄຊ. ໃນນີ້ວຽກງານຟື້ນຟູພື້ນຖານໂຄງລ່າງ ແລະ ຈັດສັນອາຊີບ ແມ່ນໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ, ໂດຍສະເພາະໂຄງການກໍ່ສ້າງເຮືອນຢູ່ຖາວອນຈໍານວນ 700 ຫຼັງ ມູນຄ່າ 24 ລ້ານ

ອ່ານເພີ່ມ...

ໃນເດືອນ ຕຸລາ ອັດຕາເງິນເຟີ້ຂອງ ລາວ ເພີ່ມຂຶ້ນເປັນ 36.7%

ອັດຕາເງິນເຟີ້ຂອງ ສປປ ລາວ ຍັງມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍອັດຕາເງິນເຟີ້ໃນ ເດືອນ ຕຸລາ 2022 ເພີ່ມຂຶ້ນ 36.7% ເມື່ອທຽບໃສ່ເດືອນດຽວກັນຂອງປີຜ່ານມາ, ຈາກ 34.5% ໃນເດືອນ ກັນຍາ 2022 ຫຼື ເພີ່ມຂຶ້ນ 2.2% ເມື່ອທຽບໃສ່ເດືອນກັນຍາ 2022. ອີງຕາມບົດລາຍງານຂອງສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ

ອ່ານເພີ່ມ...

“ຜ່ອນຄຳ” ບໍລິການໃໝ່ ລະຫວ່າງຄຳພູວົງ ແລະ ມະຫາທຶນ

     ໃນວັນທີ່ 7 ພະຈິກ 2022 ນີ້ ບໍລິສັດ ມະຫາທຶນ ເຊົ່າສິນເຊື່ອ ມະຫາຊົນ ຜູ້ໃຫ້ບໍລິການເຊົ່າສິນເຊື່ອ ໃຫ້ບໍລິການສິນເຊື່ອລົດຈັກ ໄດ້ມີການຈັດພິທີລົງນາມການຮ່ວມມືທາງທຸລະກິດເຊົ່າສິນເຊື່ອ ຜ່ອນຊື້ຄໍາ ຮ່ວມກັບ “ຮ້ານຄໍາພູວົງ” ຜູ້ປະກອບການຮ້ານຄໍາລາຍໃຫຍ່ ໃນ ສປປ.ລາວ.     ໂດຍມີທ່ານ ສຸພັກ ຖິ່ນໄຊພອນ CEO

ອ່ານເພີ່ມ...

ແຂວງ ອຸດົມໄຊ ທຳລາຍສິນຄ້າຮຽນແບບ ແລະ ໝົດອາຍຸ ເປັນຈຳນວນຫຼາຍ

ພິທີທຳລາຍສິນຄ້າຮຽນແບບ ແລະ ສິນຄ້າທີ່ໝົດອາຍຸ ຫຼາຍລາຍການທີ່ກວດພົບຢູ່ສອງຕະຫຼາດໃນເທດສະບານແຂວງ ອຸດົມໄຊ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ໂດຍມີ ທ່ານນາງ ໄມພອນ ສີລິວົງ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ ພ້ອມດ້ວຍເຈົ້າໜ້າທີ່ການຄ້າ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ສິນຄ້າ ແລະ ອາຫານ ທີ່ໝົດອາຍຸ ທີ່ນຳມາທຳລາຍໃນຄັ້ງນີ້ ແມ່ນການລົງກວດກາຂອງເຈົ້າໜ້າທີ່

ອ່ານເພີ່ມ...

ແຂວງ​ ສາລະວັນ ຈະສູ້ຊົນ 6 ເປົ້າໝາຍໃຫຍ່ເພື່ອພັດທະນາເສດຖະກິດ-ສັງຄົມ ປີ 2023

ທ່ານ ໂພສີ ແກ້ວສີພັນແກ້ວ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງສາລະວັນ ໄດ້ລາຍງານຕໍ່ກອງປະຊຸມອົງການປົກຄອງແຂວງສາລະວັນ ເປີດກວ້າງຄັ້ງທີ 7 ສະໄໝທີ IX ຜ່ານມານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງສາລະວັນ, ໃນປີ 2023 ນີ້ແມ່ນເປັນທີ 3 ໃນການຈັດຕັ້ງຜັນຂະຫຍາຍແຜນ 5 ປີຄັ້ງ IX ຂອງອົງຄະນະພັກແຂວງ,

ອ່ານເພີ່ມ...

ສະຕາບັກຊ໌​ (Starbucks) ເປີດຮ້ານສາຂາທໍາອິດ​ ໃນ​ ລາວ

ສະຕາບັກຊ໌​ (Starbucks) ນຳເອົາ ອີກສະຖານທີ່ໜຶ່ງ ທີ່ໜ້າຢູ່ ມາສູ່ປະເທດ​ ລາວ ດ້ວຍການເປີດຕົວຮ້ານສາຂາທຳອິດທີ່ ນະຄອນຫຼວງ​ ວຽງຈັນ ຢ່າງເປັນທາງການ !!! ວັນທີ 3 ພະຈິກ 2022,​ ສະຕາບັກຊ໌ໄດ້ມີການເປີດຕົວຮ້ານສາຂາທຳອິດທີ່ ນະຄອນຫຼວງ​ ວຽງຈັນ ຢ່າງເປັນທາງການ ເພື່ອເປັນສ່ວນໜຶ່ງໃນການຂະຫຍາຍຕົວຢ່າງຕໍ່ເນື່ອງ ຂອງ ສະຕາບັກຊ໌ ໃນທົ່ວພາກພື້ນ​

ອ່ານເພີ່ມ...

ອາຊຽນ+3 ເລັ່ງຟື້ນຟູຕະຫລາດແຮງງານຫລັງ​ ໂຄວິດ-19

ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ, ກອງປະຊຸມ ລັດຖະມົນຕີ ກະຊວງ ແຮງງານ ອາຊຽນ + 3 (ALMM+3, ລວມມີ ອາຊຽນ ແລະ 3 ປະເທດ ຄູ່ຮ່ວມມື ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ) ຄັ້ງທີ 12

ອ່ານເພີ່ມ...

ສະຫວັນນະເຂດ ກຽມຜະລິດແນວພັນເຂົ້າ 50–60 ໂຕນ ສະໜອງໃຫ້ການຜະລິດລະດູແລ້ງ

ສູນຄົ້ນຄວ້າກະສິກຳທ່າສະໂນ ນະຄອນໄກສອນ ພົມວິຫານ ແຂວງສະຫວັນ ນະເຂດ ວາງແຜນຜະລິດແນວພັນເຂົ້າໃຫ້ໄດ້ 50–60 ໂຕນ ເພື່ອກຽມຄວາມພ້ອມ ສະ ໜອງໃຫ້ແກ່ຊາວກະສິກອນ ເຂົ້າໃນການຜະລິດລະດູແລ້ງປີນີ້ ເພື່ອຮັບປະກັນໃຫ້ມີແນວ ພັນພຽງພໍກັບຄວາມຮຽກຮ້ອງຕ້ອງການ ແລະ ມີສະມັດຕະພາບສູງ ໃນທົ່ວແຂວງ. ທ່ານ ນິຄົມ ຈັນພາວະ ຫົວໜ້າສູນຄົ້ນຄວ້າກະສິກຳທ່າສະໂນ ໄດ້ລາຍງານ ໃຫ້ຮູ້ ໃນວັນທີ

ອ່ານເພີ່ມ...
error: Content is protected !!