ປະທານປະເທດ ແຫ່ງ ສປປ ລາວ ເດີນທາງເຖິງ ບຣູໄນ ດາຣູຊາລາມ

ໃນຕອນບ່າຍຂອງວັນທີ 24 ຕຸລາ 2022, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ໄດ້ເດີນທາງເຖິງ ສະໜາມບິນສາກົນບຣູໄນ, ທີ່ ນະຄອນຫຼວງ ບັນດາ ເສຣິ

ອ່ານເພີ່ມ...

ແຂວງ​ ຫຼວງນ້ຳທາ ທຳລາຍຢາເສບຕິດ

ເພື່ອເປັນການສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 21 ປີ (12ຕຸ ລາ 2001 ເຖິງ 12 ຕຸລາ 2022) ໃນວັນທີ 14 ຕຸລາ 2022, ແຂວງ​ ຫຼວງນໍ້າທາ ໄດ້ ຈັດພິທີຈູດທໍາລາຍຢາເສບຕິດ ໂດຍມີ ທ່ານ ຄໍາຟອງ ອິນມະນີ ປະທານສະພາປະຊາ

ອ່ານເພີ່ມ...

Mazda GB FC U8 ສາມາດຄວ້າແຊ້ມ ລາຍການແຂ່ງຂັນບານເຕະ ແຊ້ມຊົນແຊ້ມ ທີ່ ປະເທດ​ ໄທ

Mazda GB FC U8 ສາມາດຄວ້າແຊ້ມ ລາຍການແຂ່ງຂັນບານເຕະ ແຊ້ມຊົນແຊ້ມ ທີ່ ປະເທດ​ ໄທ,​ນອກຈາກນັ້ນຍັງຍາດໄດ້ລາງວັນ ຄູຝືກດີເດັ່ນ ແລະ ລາງວັນນັກເຕະດີເດັ່ນຈາກ ອານຸສັກ ວິໄລກຸນ ເຊິ່ງຍິງໄດ້ເຖິງ 11 ປະຕູ ເປັນດາວຊັນໂວປະຈຳລາຍການ.​

ອ່ານເພີ່ມ...

ມອບຊັບສິນທີ່ສານຕັດສິນ ຮິບເປັນຂອງລັດຫຼາຍລາຍການ

ໂດຍປະຕິບັດຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 07/ນຍ ລົງວັນທີ 5 ເມສາ 2017 ວ່າດ້ວຍການຂຶ້ນບັນຊີເຕົ້າໂຮມຊັບສິນທີ່ສານຕັດສິນຮິບເປັນຂອງລັດ ແລະ ຕາມຂໍ້ຕົກລົງ ສະບັບເລກທີ 0695/ກງ ລົງວັນທີ 4 ມີນາ 2022 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບເຕົ້າໂຮມຊັບສິນທີ່ເຈົ້າໜ້າທີ່ຢຶດ ອາຍັດ ແລະ ສານຕັດສິນຮິບເປັນຂອງລັດ. ໃນວັນທີ 21 ຕຸລາ 2022

ອ່ານເພີ່ມ...

ຕະຫລາດທຶນ​ ລາວ ຍ່າງເພື່ອສຸຂະພາບສະຫລອງວັນສ້າງຕັ້ງ ຄົບຮອບ 12 ປີ

ໃນວັນທີ 22 ຕຸລາ 2022 ຜ່ານມາ, ສໍານັກງານຄະນະກໍາມະການຄຸ້ມຄອງຫລັກຊັບ ພ້ອມດ້ວຍ ຄະນະອໍານວຍການ ຂອງຕະຫລາດຫລັກຊັບລາວ ແລະ ຜູ້ມີສ່ວນຮ່ວມໃນຕະຫລາດທຶນ ໄດ້ຮ່ວມກັນຈັດຂະບວນການຍ່າງເພື່ອສຸຂະພາບ ເພື່ອຊົມເຊີຍວັນສ້າງຕັ້ງຕະຫລາດທຶນລາວ ຄົບຮອບ 12 ປີ (10/10/2010 -10/10/2022) ໃຫ້ກຽດເຂົ້າຮ່ວມ ມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ,

ອ່ານເພີ່ມ...

ດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ ຄາດຄະເນລາຍຮັບໝົດປີໄດ້ເກີນແຜນການ

ອີງຕາມການໃຫ້ສຳພາດຂອງທ່ານ ວິລະກອນ ເກດຕະວົງ ຫົວໜ້າດ່ານພາສີສາກົນບໍ່ເຕັນ ໃຫ້ຮູ້ວ່າ: ປີ 2022 ໄດ້ຮັບຕົວເລກແຜນການທັງໝົດ 515,5 ຕື້ກີບ, ເພີ່ມຂຶ້ນຈາກປີຜ່ານມາ 77,79% ຫຼື ປະມານ 225 ຕື້ກວ່າກີບ, ແນວໃດກໍຕາມຜ່ານການຊີ້ນຳ–ນຳພາ, ການເຄື່ອນໄຫວ, ການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະ 8 ເດືອນຕົ້ນປີເຫັນວ່າການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດມີລັກສະນະຕັ້ງໜ້າ ແລະ ພົ້ນເດັ່ນຫຼາຍດ້ານ, ຊຶ່ງຄາດຄະເນລາຍຮັບໝົດປີຂອງດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ, ຈະໃຫ້ລື່ນແຜນການ  ຫຼື ເທົ່າກັບ102,81% ຂອງແຜນການປີ  ຫຼື ປະມານ 530 ຕື້ກີບ (ຄິດເປັນເງິນລື່ນແຜນປະມານ 14,5 ຕື້ກວ່າກີບ).ສະພາບລວມກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງພາສີ ຢູ່ດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ, ຊຶ່ງປະກອບມີພະນັກງານ-ລັດຖະກອນທັງໝົດ 46 ທ່ານ, ຍິງ  07 ທ່ານ, ສະມາຊິກພັກ 36 ສະຫາຍ, ຍິງ 04 ສະຫາຍ, ສະມາຊິກພັກສໍາຮອງ 2 ສະຫາຍ ຂຶ້ນກັບໜ່ວຍພັກຄຸ້ມຄອງດ່ານສາກົນບໍ່ເຕ່ນ, ປະກອບມີ 4 ກຸ່ມວຽກ, ຕາມຂໍ້ຕົກລົງຂອງກົມພາສີ

ອ່ານເພີ່ມ...

ເຈົ້າໜ້າທີ່ຢຶດລົດ​ຍີ່ຫໍ້​ Landrover 1​ ຄັນ​ ນໍາເຂົ້າບໍ່ຖືກຕ້ອງ

ໃນເວລາ 13:00 ໂມງຂອງວັນທີ 19 ຕຸລາ 2022 ນີ້, ເຈົ້າໜ້າທີ່ຈຸດປະສານງານນາເຕີຍ (ແຂວງ ຫຼວງນໍ້າທາ), ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ, ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີ, ຊຶ່ງອອກເຄື່ອນໄຫວວຽກວິຊາສະເພາະຕາມເສັ້ນທາງນ້ຳທາ-ນາເຕີຍ ເພື່ອຕິດຕາມ, ກວດກາລົດໃຫຍ່ປະເພດລົດຈິບ, ຍີ່ຫໍ້ Landrover ຈຳນວນ 01 ຄັນ. ຜ່ານການກວດກາຕົວຈິງເຫັນວ່າເປັນລົດນໍາເຂົ້າບໍ່ຖືກຕ້ອງ, ຊຶ່ງໄດ້ດຳເນີນຂັ້ນຕອນສືບສວນ-ສອບສວນ

ອ່ານເພີ່ມ...

ເທດສະການໝາກກ້ຽງຫວານ ນໍ້າບາກ ຈະຈັດຂຶ້ນໃນທ້າຍ ເດືອນ ຕຸລາ ນີ້

ເທດສະການໝາກກ້ຽງຫວານນໍ້າບາກ ຄັ້ງທີ 2 ຈະຈັດຂຶ້ນໃນລະຫວ່າງ 28-29 ຕຸລາ 2022 ນີ້ ທີ່ບ້ານ ໂພນສະອາດ, ເມືອງ ນໍ້າບາກ, ແຂວງ ຫລວງພະບາງ ໂດຍຈະມີຫລາກຫລາຍກິດຈະກຳ ເປັນຕົ້ນ ວາງສະແດງໝາກກ້ຽງຫວານນ້ຳບາກ, ວາງແດງສິນຄ້າກະສິກຳ-ຫັດຖະກຳ ທີ່ເປັນເອກະລັກຂອງເມືອງ ເກືອບ 20 ບ້ານເຂົ້າຮ່ວມວາງສະແດງ ແລະ ກິດຈະກຳອື່ນໆ.

ອ່ານເພີ່ມ...

ບໍລິສັດລົດໄຟ ລາວ-ຈີນ ຝຶກຊ້ອມຮັບມື ເຫດການສຸກເສີນ

ໃນວັນທີ 18 ຕຸລາ 2022 ນີ້, ບໍລິສັດທາງລົດໄຟ ລາວ-ຈີນ ຈໍາກັດ ໄດ້ດຳເນີນການຝຶກຊ້ອມຮັບມືສຸກເສີນ ເພື່ອທົດສອບການເບກ ແລະ ຕ້ານການເລື່ອນຂອງລົດໄຟ EMU ເມື່ອຕ້ອງຈອດກະ ທັນຫັນ ຢູ່ທາງຄ້ອຍຊັນ, ພ້ອມທັງ ຝຶກອົບຮົມຄວາມສາມາດຮັບມືສຸກເສີນ ໃນການອົບພະຍົບຜູ້ໂດຍສານ ຫາກມີເຫດການໄຟໄໝ້ ໃນອຸໂມງທາງຍາວ ເພື່ອຮັບປະກັນວ່າ ຂັ້ນຕອນໃນການອົບພະຍົບ ໄດ້ຖືກຈັດຕັ້ງປະຕິບັດຢ່າງຖືກຕ້ອງ

ອ່ານເພີ່ມ...

ປ່ຽນຈາກສວນດອກໄມ້ໜ້າໂຮງຮຽນ ມາເປັນສວນຜັກ ທີ່ໂຮງຮຽນມໍຕົ້ນດອກເຜິ້ງ

ພາບ​ນ້ອງ​ນັກຮຽນ,​ ຄູອາຈານ​ ເກັບຜັກ ເຊິ່ງເປັນຜົນລະປູກຂອງໂຮງຮຽນມາໂຮມກັນ ເພື່ອຂາຍ ແລະ​ ນໍາໄປປຸງແຕ່ງອາຫານ ເອີ້ນໄດ້ວ່າເປັນແນວຄິດທີ່ດີ ໃນການຫັນສວນດອກໄມ້ທີ່ໜ້າໂຮງຮຽນ​ ໃຫ້​ ເປັນສວນຜັກ ເພື່ອໃຫ້ໄດ້ປະໂຫຍດທີ່ຫຼາຍກວ່າ,​ ເພາະດັ່ງທີ່ຮູ້ກັນ​ ປັດຈຸບັນພືດຜັກ ແລະ​ ເຄື່ອງບໍລິໂພກແມ່ນມີລາຄາເໜັງຕີງສູງຂຶ້ນ​ຫຼາຍ​ ຖ້າເຮົາປູກໄວ້ເພື່ອບໍລິໂພກ ຫຼື​ ເຫຼືອແລ້ວ​ ກໍສາມາດຂາຍສ້າງລາຍຮັບໄດ້.​ ຕາມຂໍ້ມູນ ໂຮງຮຽນມໍຕົ້ນດອກເຜິ້ງ ຢູ່ລະຫວ່າງກາງບ້ານດອກ​ເກດ​ ແລະ​

ອ່ານເພີ່ມ...
error: Content is protected !!