ເຈົ້າໜ້າທີ່ພາສີ ປະຈຳຈຸດປະສານງານນາເຕີຍ ພະແນກ ພສປ ຢຶດລົດເຄນເກົ່າ ຈຳນວນ 02 ຄັນ ດຳເນີນຄະດີທາງພາສີ

ໃນເວລາ 13:00 ໂມງຂອງວັນທີ 06 ພະຈິກ 2022 ຜ່ານມານີ້, ເຈົ້າໜ້າທີ່ພາສີ ປະຈຳຈຸດປະສານງານນາເຕີຍພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ), ກົມພາສີ ກະຊວງການເງິນ, ໄດ້ຮັບແຫຼ່ງຂ່າວຈາກພົນລະເມືຶອງດີວ່າ: ໄດ້ມີລົດເຄນເກົ່າໃຊ້ງານແລ້ວ ຈຳນວນ 02 ຄັນ, ໃສ່ລົດລາກ 22 ລໍ້ກຳລັງເຄື່ອນຍ້າຍມາແຕ່ແຂວງ ບໍ່ແກ້ວໄປສົ່ງຢູ່ແຂວງ ອຸດົມໄຊ.

ອ່ານເພີ່ມ...

ບຸນພຣະທາດຫຼວງ ປີນີ້ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 3 ເລື່ອງ

ງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2022 ຈໍານວນ 5 ວັນຜ່ານມາ, ພາຍໃນງານມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 3 ເລື່ອງ; ແລະສາມາດແກ້ໄຂໄດ້ 1 ເລື່ອງ. ເຈົ້າໜ້າທີ່ ອະນຸກໍາມະການປ້ອງກັນ ໃຫ້ວ່າ: ງານບຸນປີນີ້ ນັບແຕ່ວັນທີ 4-8 ພະຈິກ ເຫັນວ່າ ມວນຊົນໄປທ່ຽວຊົມໃນແຕ່ລະວັນມີຈໍານວນຫຼວງຫຼາຍ ເຮັດໃຫ້ສະຖານທີ່ທ່ຽວຊົມພາຍໃນງານຄັບຄາໜາແໜ້ນ

ອ່ານເພີ່ມ...

ມີມະຕິຕົກລົງ ດຳເນີນມາດຕະການຕໍ່ຜູ້ລະເມີດໃນການແຫ່ຜາສາດເຜິ້ງ ໂດຍບໍ່ໄດ້ຮັບອະນຸຍາດຢູ່ກົມມະລຽນດ້ານໃນພະທາດຫຼວງ ວຽງຈັນ

ຄະນະກຳມະການຮັບຜິດຊອບຈັດງານບຸນນະມັດ ສະການພະທາດຫຼວງ ວຽງຈັນ ປະຈຳປີ 2022 ໄດ້ມີມະຕິຕົກລົງ ເລກທີ 043/ນຊ.ນວ ລົງວັນທີ 7 ພະຈິກ 2022 ວ່າດ້ວຍການດຳເນີນມາດຕະການຕໍ່ຜູ້ລະເມີດໃນການແຫ່ຜາສາດເຜິ້ງໂດຍບໍ່ໄດ້ຮັບອະນຸຍາດຢູ່ກົມມະລຽນດ້ານໃນພະທາດຫຼວງ ວຽງຈັນ, ໃນນີ້ ດ້ານສາສະໜາ ແມ່ນ ມອບໃຫ້ຜູ້ນຳພາ ແລະ ຜູ້ເຂົ້າຮ່ວມໃນຂະບວນແຫ່ທັງໝົດທຸກຄົນໃຫ້ເຮັດພິທີສົມມາຄາລະວະພະທາດຫຼວງ ໃນວັນທີ 7 ພະຈິກ 2022

ອ່ານເພີ່ມ...

ແຂວງ ບໍ່ແກ້ວ ຮັບຮອງພຣະທາດສຸວັນນະຜ້າຄຳ ເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ

ພິທີປະກາດຮັບຮອງພຣະທາດສຸວັນນະຜ້າຄຳ ເປັນມໍລະດົກແຫ່ງຊາດ ປະເພດວັດຖຸ ລະດັບທ້ອງຖິ່ນ ຢູ່ທີ່ວັດທາດສຸວັນນະຜ້າຄຳ ບ້ານຕີນທາດ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຈັດຂຶ້ນໃນວັນທີ່ 7 ພະຈິກນີ້. ມີພຣະອາຈານໃຫຍ່ ອາດຍາທັມ ຄຳເງິນ ຄຳວົງ ປະທານອົງການພຸດທະສາສະໜາສຳພັນລາວ ແຂວງບໍ່ແກ້ວ, ທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ, ທ່ານ ວັນສີ

ອ່ານເພີ່ມ...

ຍຶດຈັບຢາບ້າ 4 ລ້ານເມັດ ທີ່ ເມືອງ ຕົ້ນເຜິ້ງ

ໃນວັນທີ 1 ພະຈິກ 2022, ເຈົ້າໜ້າທີ່ ປກສ ເມືອງ ຕົ້ນເຜິ້ງ, ແຂວງ ບໍ່ແກ້ວ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ ຈະມີການຂົນສົ່ງຢາເສບຕິດຈາກຕ່າງປະເທດເຂົ້າມາເຂດ ເມືອງ ຕົ້ນເຜິ້ງ ໂດຍການຂົນສົ່ງມາທາງນໍ້າຂອງ ແລະ ນໍາໃຊ້ເຮືອກາບນ້ອຍເປັນພາຫະນະ ສ່ວນຈຸດເອົາຢາເສບຕິດຂຶ້ນຝັ່ງນັ້ນແມ່ນທ່ານໍ້າຂອງ ລະຫວ່າງ ບ້ານ ດອນສະຫວັນ ຫາ ບ້ານ ພຽງງາມ

ອ່ານເພີ່ມ...

ແຂ່ງຂັນກີລາຕີຄີ ປີນີ້ ຝ່າຍປະຊາຊົນ ເອົາຊະນະ ຝ່າຍພະນັກງານ 5-4

ໃນທຸກໆປີ ກໍຄືມື້ສຸດທ້າຍຂອງງານບຸນນະມັດສະການພະທາດຫຼວງ ຄືມື້ຂຶ້ນ 15 ຄໍ່າ ເດືອນ 12 ລາວ ຕອນເຊົ້າ ມີພິທີໃສ່ບາດ ແລ້ວໃນຕອນບ່າຍເພິ່ນຈະຈັດການເສັງຕີຄີ (ແຂ່ງຂັນກີລາຕີຄີ) ຂຶ້ນໃນເວລາ 12:30 ໂມງ ຂອງວັນທີ 8 ພະຈິກ 2020 ຢູ່ບໍລິເວນເດີ່ນພະທາດຫຼວງ ນະຄອນຫລວງ ວຽງຈັນ ລະຫວ່າງຝ່າຍປະຊາຊົນ ແລະ

ອ່ານເພີ່ມ...

ຄະນະນໍາ ນວ ພ້ອມມວນຊົນ ຊາວນະຄອນຫຼວງ ວຽງຈັນ ຮ່ວມວຽນ ທຽນໃນງານບຸນພະທາດຫຼວງ

ຄະນະນໍານະຄອນຫຼວງ ວຽງຈັນ (ນວ) ນໍາໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງ ວຽງຈັນ ພ້ອມມວນຊົນຊາວນະຄອນຫຼວງ ວຽງຈັນ ແລະ ບັນດາແຂວງໃກ້ຄຽງ ເຂົ້າຮ່ວມພິທີວຽນ​ທຽ​ນ ໃນ​ງາ​ນ​ບຸນ​ນະ​ມັດ​ສະ​ການ​ພະ​ທາດຫຼວງ ປະຈໍາປີ 2022 ຢ່າງໜາແໜ້ນ ເຊິ່ງພິທີວຽນທຽນມີຂຶ້ນ ໃນວັນທີ 8 ພະຈິກ ກົງກັບມື້ຂຶ້ນ 15

ອ່ານເພີ່ມ...

ໂຄງການກໍ່ສ້າງ ຕ້ານຕາຝັ່ງເຈື່ອນ ເມືອງ ໄຊ ສຳເລັດແລ້ວ 90.11% ແລ້ວ

ຕາມການສະຫລຸບລາຍງານ ຂອງພະແນກ ຍທຂ ແຂວງ ອຸດົມໄຊ ໃນຕົ້ນເດືອນພະຈິກຜ່ານມານີ້ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງ ຕ້ານຕາຝັ່ງເຈື່ອນ ຫລື ໂຄງການຄຸ້ມຄອງຄວາມສ່ຽງ ໄພພິບັດນ້ຳຖ້ວມ ເມືອງໄຊ ແຂວງອຸດົມໄຊ ໃນໄລຍະສັນຍາທີ 1 ລະ ຫວ່າງ ຈຸດຂົວນ້ຳກໍ 2 ບ້ານເຈງ ຫາ ຂົວນ້ຳກໍ 4

ອ່ານເພີ່ມ...

ຮອງປະທານປະເທດ ໄດ້ຮັບຫລຽນກຽດຕິຄຸນອາທິດອຸໄທ ຊັ້ນ I ຈາກລັດຖະບານ ຍີ່ປຸ່ນ

ໃນວັນທີ 3 ພະຈິກ ຜ່ານມາ, ລັດຖະບານຍີ່ປຸ່ນ ໄດ້ປະກາດລາຍຊື່ຊາວຕ່າງຊາດຜູ້ທີ່ໄດ້ຮັບຫລຽນກຽດຕິຄຸນໃນລະດູໃບໄມ້ຫລົ່ນ ປະຈຳປີ 2022 ແລະ ໄດ້ປະ ດັບຫລຽນກຽດຕິຄຸນອາທິດອຸໄທ ຊັ້ນ I ໃຫ້ ທ່ານນາງ ປານີ ຢາທໍ່ຕູ້ ທີ່ມີຜົນງານການປະກອບສ່ວນອັນໃຫຍ່ຫລວງ ເຂົ້າໃນການເພີ່ມທະວີສາຍພົວພັນ ແລະ ມິດຕະພາບອັນດີງາມລະຫວ່າງ ສປປ ລາວ ແລະ

ອ່ານເພີ່ມ...
error: Content is protected !!