“ຊຽງຂວາງ ເກມ” ປິດລົງດ້ວຍຜົນສຳເລັດອັນຈົບງາມ… ແລ້ວພົບກັນໃໝ່ ປີ 2025 ທີ່ວຽງຈັນ

ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ອັນລົງດ້ວຍຜົນສຳເລັດອັນຈົບງາມ ໂດຍແຂວງຊຽງຂວາງ ເຈົ້າພາບ ປະກາດສັກດາຄອງເຈົ້າຫຼຽນຄຳ ຫຼັງຍາດມາໄດ້ເຖິງ 62 ຫຼຽນຄຳ, 60 ຫຼຽນເງິນ ແລະ 95 ຫຼຽນທອງ ລວມ 217 ຫຼຽນ ເປັນອັນດັບ 1 ຂອງປະເທດ… ຂະນະທີ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ແມ່ນນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ຄາດວ່າຈະຈັດຂຶ້ນໃນປີ 2025.

ພິທີປິດງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ໃນຕອນແລງວັນທີ 22 ທັນວາ 2022 ທີ່ສະໜາມກິລາໄຫຫີນ ບ້ານຄັງໜອງຫຼວງ ເມືອງແປກ ແຂວງຊຽງຂວາງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ບຸຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ປະທານຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ແລະ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທັງເປັນ ປະທານຮ່ວມຈັດງານມະຫະກຳກິລາແຫ່ງຊາດ ພ້ອມດ້ວຍບັນດາການນໍາຈາກສູນກາງ ແລະ ທ້ອງຖິ່ນ, ຄະນະນັກກິລາ ລວມເຖິງມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ຢ່າງຫຼວງຫຼາຍ.

ກ່ອນພິທີທາງການເລີ່ມຂຶ້ນມວນຊົນທີ່ມາຮ່ວມງານ ໄດ້ຮັບຊົມການສະແດງຄອນເສີດ ແລະ ເມື່ອກ້າວສູ່ພິທີປິດຢ່າງເປັນທາງການ ກໍໄດ້ເລີ່ມຕົ້ນຂຶ້ນໂດຍມີຂະບວນສວນສະໜາມຂອງ 31 ກ້ອນກຳລັງ ເດີນເຂົ້າສູ່ສະໜາມ ຊຶ່ງປະກອບມີ ກອງດຸລິຍາງ, ປ້າຍຄໍາຂວັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11, ໂລໂກ້ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11, ກ້ອນກໍາລັງທຸງຊາດ, ທຸງກິລາ, ທຸງງານ, ກໍາມະການຕັດສິນ, ຕາມມາດ້ວຍກ້ອນກຳລັງແຕ່ລະປະເພດກິລາ ມີ 25 ກ້ອນກຳລັງ ແລະ ອັດທ້າຍດ້ວຍກ້ອນກຳລັງປອດຄວັນຢາສູບ.

ໃນພິທີ, ທ່ານ ບຸນຈັນ ສີວົງພັນ ໄດ້ກ່າວສະຫຼຸບລາຍງານຜົນສໍາເລັດຂອງການແຂ່ງຂັນ ໃຫ້ຮູ້ວ່າ: ຊຽງຂວາງ ເກມ ໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 14 ພະຈິກ 2022 ມີ 22 ພາກສ່ວນເຂົ້າຮ່ວມ ຄືທີມນັກກິລາຈາກ 17 ແຂວງ, 1 ນະຄອນຫຼວງວຽງຈັນ ແລະ 4 ກະຊວງ, ມີນັກກິລາເຂົ້າຮ່ວມທັງໝົດ 3.093 ຄົນ ເພື່ອຊີງໄຊໃນ 25 ປະເພດກິລາ ລວມຫຼຽນຄໍາ 363 ຫຼຽນ, ຫຼຽນເງິນ 363 ຫຼຽນ ແລະ ຫຼຽນທອງ 532 ຫຼຽນ. ໃນນີ້, ໄດ້ຈັດການແຂ່ງຂັນຢູ່ນະຄອນຫຼວງວຽງຈັນ 2 ປະເພດກິລາ ຄື: ກິລາລອຍນ້ຳ ແລະ ກິລາຍິງປືນ. ສ່ວນຈັດການແຂ່ງຂັນຢູ່ແຂວງຊຽງຂວາງ ແມ່ນໄດ້ເລີ່ມມາແຕ່ວັນທີ 1 ທັນວາ 2022 ແລະ ຈັດພິທີເປີດງານຢ່າງເປັນທາງການ ໃນວັນທີ 13 ທັນວາ 2022. ມາຮອດນີ້ ກໍໄດ້ມີພິທີປິດລົງຢ່າງເປັນທາງການ ຊຶ່ງຕະຫຼອດໄລຍະການຈັດງານຄັ້ງນີ້ ຄະນະກໍາມະການຈັດການແຂ່ງຂັນທຸກປະເພດກິລາ ໄດ້ປະຕິບັດຕາມກົດລະບຽບ, ກະຕິກາຂອງການແຂ່ງຂັນ ໂດຍມີຄວາມຊື່ສັດ ແລະ ເປັນທໍາທຸກປະການ; ນັກກິລາທຸກຄົນ ໄດ້ປະຕິບັດຕາມຕາຕະລາງຂອງການແຂ່ງຂັນ, ເຄົາລົບກົດລະບຽບ, ກົດກະຕິກາ, ມີໄມຕີຈິດມິດຕະພາບ, ຮູ້ເສຍ, ຮູ້ຊະນະ, ຮູ້ອະໄພເຊິ່ງກັນ ແລະ ກັນ (ດ້ວຍນໍ້າໃຈນັກກິລາ). ການແຂ່ງຂັນໄດ້ສ້າງຄວາມສາມັກຄີອັນດີງາມ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງກະຊວງ-ອົງການ ກັບແຂວງຕ່າງໆ ດ້ວຍຄວາມເບີກບານມ່ວນຊື່ນ. ນອກນັ້ນ, ຍັງໄດ້ແລກປ່ຽນປະສົບການທາງດ້ານວັດທະນະທຳ, ຮີດຄອງປະເພນີ ແລະ ດ້ານອື່ນໆ ຢ່າງຫຼວງຫຼາຍ. ຜ່ານການແຂ່ງຂັນຜົນປະກົດວ່າ ທີມນັກກິລາແຂວງຊຽງຂວາງ ເຈົ້າພາບ ສ້າງຜົນງານໄດ້ຢ່າງໂດດເດັ່ນ ໄດ້ເປັນເຈົ້າຫຼຽນຄໍາ ໂດຍຍາດມາໄດ້ເຖິງ 62 ຫຼຽນຄຳ, 60 ຫຼຽນເງິນ ແລະ 95 ຫຼຽນທອງ ລວມ 217 ຫຼຽນ ເປັນອັນດັບທີ 1 ຂອງປະເທດ. ສ່ວນອັນດັບທີ 2 ນະຄອນຫຼວງວຽງຈັນ ຍາດໄດ້ 58 ຫຼຽນຄຳ, 51 ຫຼຽນເງິນ ແລະ 97 ຫຼຽນທອງ ລວມ 206 ຫຼຽນ; ອັນດັບທີ 3 ກະຊວງປ້ອງກັນປະເທດ ແຊ໋ມເກົ່າ (ເຈົ້າຫຼຽນຄໍາ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 10 ທີ່ແຂວງອຸດົມໄຊ) ຊຶ່ງໃນຊຽງຂວາງ ເກມ ຍາດໄດ້ 51 ຫຼຽນຄໍາ, 49 ຫຼຽນເງິນ 36 ຫຼຽນທອງ ລວມ 136 ຫຼຽນ.

ໂອກາດນີ້, ທ່ານ ພັນຄໍາ ວິພາວັນ ກໍໄດ້ກ່າວປິດງານຢ່າງເປັນທາງການ ໂດຍກ່ອນອື່ນແມ່ນໄດ້ກ່າວຍ້ອງຍໍຊົມເຊີຍ ຄະນະຮັບຜິດຊອບຈັດງານ, ຄະນະພັກ-ອົງການປົກຄອງແຂວງຊຽງຂວາງ, ກະຊວງສຶກສາທິການ ແລະ ກິລາ, ທຸກຂະແໜງການທີ່ກ່ຽວຂ້ອງ, ບັນດາຄະນະນັກກິລາ, ຄູຝຶກ, ກຳມະການຕັດສິນ, ຜູ້ປະກອບການ ແລະ ພີ່ນ້ອງຮ່ວມຊາດທຸກທົ່ວໜ້າ ຕະຫຼອດຮອດເພື່ອມິດຕ່າງປະເທດ ທີ່ໄດ້ໃຫ້ການປະກອບສ່ວນ ທາງດ້ານເຫື່ອແຮງ, ສະຕິປັນຍາ, ວັດຖຸຢ່າງຫຼວງຫຼາຍ ເຮັດໃຫ້ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ດຳເນີນໄປສໍາເລັດລົງຢ່າງຈົບງາມ ຕາມຈຸດປະສົງຄາດໝາຍທຸກປະການ. ທ່ານນາຍົກລັດຖະມົນຕີ ກ່າວອີກວ່າ: ຜົນສຳເລັດນີ້ ຢືນຢັນອີກເທື່ອໜຶ່ງຂອງການນໍາພາອັນຖືກຕ້ອງຂອງພັກ-ລັດ, ຄວາມເປັນປຶກແຜ່ນ, ຄວາມຕັດສິນໃຈສູງ, ຄວາມເສຍສະຫຼະຂອງການຈັກຕັ້ງພັກ-ລັດ, ເອກະຊົນ, ຂອງປະຊາຊົນບັນດາເຜົ່າ ໃນການຈັດງານມະຫະກຳກິລາແຫ່ງຊາດ.

ພາຍຫຼັງການກ່າວປິດງານ, ກໍໄດ້ມີພິທີເຊີນທຸງຊາດ ແລະ ທຸງກິລາ ລົງຈາກຍອດເສົາ ພ້ອມດຽວກັນມອດໄຟອ່າງທວນໄຟຄ່ອຍໆມອດລົງ ແລະ ໄດ້ມີການມອບ-ຮັບທຸງກິລາແຫ່ງຊາດ ໃຫ້ນະຄອນຫຼວງວຽງຈັນ ເຈົ້າພາບ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ໂດຍທ່ານ ບຸນຈັນ ສີວົງພັນ ມອບໃຫ້ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາ ແລະ ກ່ອນມອບຕໍ່ໃຫ້ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຊຶ່ງໂອກາດນີ້ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ກ່າວບາງເນື້ອໃນສຳຄັນວ່າ: ໃນອີກ 3 ປີຂ້າງໜ້າ, ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ກໍຖືຮອບວຽນທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຊຶ່ງຖືວ່າເປັນຄັ້ງທີ 3 ສຳລັບນະຄອນຫຼວງວຽງຈັນ ຊຶ່ງຄັ້ງທີ 1 ປີ 1985, ຄັ້ງທີ 2 ປີ 2000. ແຕ່ຢ່າງໃດກໍຕາມ, ດ້ວຍມີຫຼາຍກິດຈະກໍາທີ່ສໍາຄັນຂອງພັກ, ຂອງຊາດ ທີ່ນະຄອນຫຼວງວຽງຈັນ ຈະຕ້ອງໄດ້ກະກຽມ ຈຶ່ງສະເໜີຂໍຈັດໃນປີ 2025. ໂອກາດນີ້, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ຕາງໜ້າຄະນະພັກ-ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ຊາວນະຄອນຫຼວງວຽງຈັນ ເຊີນຊວນບັນດາທ່ານການນໍາພັກ-ລັດ, ຄະນະນໍາ, ຄູຝຶກ ແລະ ກ້ອນກຳລັງນັກກິລາຈາກບັນດາແຂວງ, ຊາວລາວທຸກທົ່ວໜ້າ, ແຂກພາຍໃນ ແລະ ຕ່າງປະເທດ ເພື່ອກະກຽມ ແລະ ເຂົ້າຮ່ວມ “ນະຄອນຫຼວງວຽງຈັນ ເກມ”.

ຈາກນັ້ນ, ຂະບວນສວນສະໜາມ ກໍເດີນອອກສະໜາມ ແລະ ພິທີກໍໄດ້ເລີ່ມການສະແດງຂອງເຈົ້າພາບງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12 ກໍຄື ນະຄອນຫຼວງວຽງຈັນ ທີ່ມີຊື່ວ່າ: “ຊາວນະຄອນຫຼວງຍິນດີຕ້ອນຮັບ” ດ້ວຍບົດຟ້ອນ: “ຍິນດີຕ້ອນຮັບສູ່ນະຄອນຫຼວງເກມ”, ການສະແດງບົດຟ້ອນບັ້ງໄຟກ່ານເມືອງພວນ ແລະ ບົດຟ້ອນນັດພົບກັນໃໝ່; ຕາມດ້ວຍການຈູດບັ້ງໄຟດອກ, ເລີ່ມການສະແດງພິທີປິດ ແລະ ຈົບພິທີຢ່າງເປັນທາງການ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

error: Content is protected !!