ທ່ານ ຄຳຟອງ ອິນມານີ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 3 ແຂວງຫຼວງນ້ຳທາ ໄດ້ມີຄຳເຫັນຕໍ່ບົດລາຍງານຂອງລັດຖະບານຢູ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະ ພາແຫ່ງຊາດຊຸດທີ IX ເມື່ອວັນທີ 18 ພະຈິກ 2024 ວ່າ: ແຂວງຫຼວງນ້ຳທາ ມີໂຄງການເປົ້າໝາຍສະເພາະຂອງລັດຖະບານ ຄືເສັ້ນທາງປູຢາງ 2 ຊັ້ນ ຈາກເທດສະບານແຂວງໄປຮອດເມືອງວິລະຊົນ ກໍຄືເມືອງນາແລ, ຜ່ານການຈັດຕັ້ງປະຕິບັດ
ບ້ານເມືອງ
ລຳສາລະວັນ ຖືກຮອງຮັບເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ
ໃນວັນທີ 21 ພະຈິກ 2024 ໄດ້ມີພິທີປະກາດ ລຳສາລະວັນ ເປັນມໍຣະດົກແຫ່ງຊາດ ລະດັບທ້ອງຖິ່ນ ທີ່ເປັນນາມມະທຳ, ໂດຍການເຂົ້າຮ່ວມຂອງ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ; ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ; ທ່ານ ສົມໃຈ ອຸ່ນຈິດ
ເລັ່ງຫາສາເຫດນັກທ່ອງທ່ຽວຕ່າງປະເທດເສຍຊີວິດຢູ່ເມືອງວັງວຽງ
ຈາກກໍລະນີທີ່ເກີດເຫດການນັກທ່ອງທ່ຽວຕ່າງປະເທດເສຍຊີວິດຢູ່ເມືອງວັງວຽງ ແຂວງວຽງຈັນ, ເຊິ່ງສາເຫດໃນເບື້ອງຕົ້ນ ອາດເກີດຍ້ອນດື່ມເຄື່ອງດື່ມ ທີ່ມີສານພິດເຈືອປົນ ແລະ ບັນຫາອື່ນໆ ຢູ່ເຮືອນພັກແຫ່ງໜຶ່ງ ໃນວັນທີ 12 ພະຈິກ 2024 ຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ. ໃນນັ້ນ, ຜູ້ທີ 1 ເສຍຊີວິດກັບທີ ຢູ່ເຮືອນພັກດັ່ງກ່າວ ແລະ ອີກ 2
ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX
ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 18 ພະຈິກ 2024 ທີ່ຫໍສະພາແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ໂດຍມີ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ
ທີມຊາດລາວບຸນຕີສະເໝີທີມຊາດໄທ ໃນເກມອຸ່ນເຄື່ອງ ກ່ອນລຸຍເສິກຊິງແຊ້ມອາຊຽນ 2024
ທີມຊາດລາວສາມາດຕີສະເໝີ 1-1 ທີມຊາດໄທສຳເລັດ ໃນເກມການແຂ່ງຂັນນັດອຸ່ນເຄື່ອງ (FIFA TIER 1 INTERNATIONAL FRIENDLY MATCH) ໃນວັນອາທິດ 17 ພະຈິກ 2024 ຜ່ານມາ ທີ່ສະໜາມກິລາທຳມະສາດ ປະເທດໄທ. ສຳລັບລາຍຊື່ 11 ຜູ້ຫຼິ້ນຕົວຈິງຂອງທີມຊາດລາວປະກອບມີ: 18.ໄຊສະຫວາດ ສຸວັນນະໂຊກ (ຜູ້ຮັກສາປະຕູ), 3.ພຸດທະວົງ
ໂຄງການຄະນະຊາວໜຸ່ມອາຊຽນ ປາດຖະໜາຢາກສ້າງນະວັດຕະກໍາ ແລະ ເຊື່ອມຈອດກັບອາຊຽນ
ບັນດາສະມາຊິກຈາກ 11 ປະເທດ ໄດ້ຮ່ວມກັນສ້າງໂອກາດ ໃນການສ້າງຄວາມເຂັ້ມແຂງ ຂອງການຮ່ວມມືຂ້າມເຂດແຄ້ວນເພື່ອຮັບມືກັບບັນດາສິ່ງທ້າທາຍຮ່ວມກັນ. ໃນວັນທີ 14 ພະຈິກ 2024 ທີ່ປະເທດສິງກະໂປ, ຜູ້ນຳຊາວໜຸ່ມອາຊີຕາເວັນອອກສຽງໃຕ້ 44 ຄົນໄດ້ ເຂົ້າຮ່ວມ ໂຄງການຄະນະຊາວໜຸ່ມອາຊຽນ (AYF) ຄັ້ງທີ 6 ແຕ່ວັນທີ 3 ຫາວັນທີ 10 ພະຈິກ
ວາງຖັງຂີ້ເຫຍື້ອ 300 ຖັງ ເພື່ອອຳນວຍຄວາມສະດວກໃນການຖີ້ມຂີ້ເຫຍື້ອຢູ່ບຸນພະທາດຫຼວງ
ອີງຕາມຂໍ້ມູນຈາກຄະນະຮັບຜິດຊອບວຽກພາກສະໜາມໃນການອະນາໄມເກັບມ້ຽນ-ຂົນສົ່ງຂີ້ເຫຍື້ອຢູ່ບຸນນະມັດສະການພະທາດຫຼວງ ປະຈໍາປີ 2024 ໃຫ້ຮູ້ວ່າ: ພາກສ່ວນກ່ຽວຂ້ອງໄດ້ນຳເອົາຖັງຂີ້ເຫຍື້ອມາວາງໄວ້ບໍລິການຖີ້ມຂີ້ເຫຼື້ຍອຫຼາຍກວ່າ 300 ຖັງມີ 75 ຈຸດ ພິເສດປີນີ້ ມີປຸ່ມເປົ້າສີຂາວຫ້ອຍຢູ່ຖັງເພື່ອອຳນວຍຄວາມສະດວກໃນການຖີ້ມຂີ້ເຫຍື້ອ, ລວມເຖີງໄດ້ນຳໃຊ້ແຮງງານອະນາໄມເດີນພະທາດຫຼວງຈຳນວນ 250 ຄົນເພື່ອຮັກສາເດີນພະທາດຫຼວງໃຫ້ມີຄວາມຈົບງາມ. ນອກຈາກນີ້, ບໍລິສັດ ສະມໍບີ້ ທີ່ປຶກສາດ້ານການລົງທຶນ ໃນນາມໄດ້ຮັບໜ້າທີ່ດ້ານການຮັກສາຄວາມສະອາດຈົບງາມໄດ້ຍົກລະດັບຄວາມເອົາໃຈໃສ່ຕື່ມ ເພື່ອເຮັດແນວໃດໃຫ້ງານບຸນນະມັດສະການພະທາດຫຼວງປີນີ້ ມີສິ່ງແວດ ລ້ອມສົດໃສ, ສະ ອາດ,
ອົງໃຫຍ່ທີ່ສຸດໃນລາວ ຮູບປັ້ນ ພຣະຣາຊະຄູຫຼວງໂພນຊະເມັກ
ພຣະຣາຊະຄູຫຼວງໂພນຊະເມັກ (ພຣະຄູຂີ້ຫອມ) ອົງໃຫຍ່ທີ່ສຸດໃນລາວ ທີ່ ວັດພຣະທາດລູກກະຕັນຍູ, ບ້ານຄອນໄຫຼ, ນະຄອນປາກເຊ, ແຂວງຈຳປາສັກ
ກັກຕົວໄວໜຸ່ມສົ່ງຢາເສບຕິດ ພ້ອມຂອງກາງຢາບ້າເກືອບ 2 ແສນເມັດ
ປກສ ແຂວງຜົ້ງສາລີ ລາຍງານວ່າ: ວັນທີ 24 ຕຸລາ 2024 ຜ່ານມາ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງ ສົມທົບກັບ ກອງບັນຊາການ ປກສ ເມືອງໃໝ່ ໄດ້ກັກຕົວ ທ້າວ ສາຍ, ອາຍຸ 27ປີ, ສັນຊາດລາວ ຢູ່ບ້ານຈອມແຈ່ວໃໝ່ ເມືອງໃໝ່ ແຂວງຜົ້ງສາລີ
ທະນາຄານແຫ່ງ ສປປ ລາວ ອອກແຈ້ງການ ນໍາໃຊ້ເງິນກີບ ຂອງ ສປປ ລາວ ໃຫ້ຖືກວິທີ
ອີງຕາມແຈ້ງການ ຫ້ອງການ ທະນາຄານແຫ່ງ ສປປ ລາວ ລົງເມືອວັນທີ 8 ພະຈິກ 2024 ກ່ຽວກັບການນໍາໃຊ້ເງິນກີບຂອງ ສປປ ລາວ ໃຫ້ຖືກວິທີ, ຊຶ່ງມີລາຍລະອຽດດັ່ງລຸ່ມນີ້: 1. ທ້າຍປີ 2022 ຜ່ານມາ ທະນາຄານແຫ່ງ ສປປ ລາວ ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ນໍາເອົາເງິນກີບປະເພດໃບ 10,000