ປ້ຳພລັສ ປີໂຕຣເທຣດ ບໍລິຫານເອງທັງໝົດ ຈະບໍ່ຂາຍ ໃສ່ຕຸກໃຫ້

ເພື່ອເປັນການປ້ອງກັນເຫດອັກຄີໄພ, ເພື່ອຄວາມເທົ່າທຽມກັນຂອງຜູ້ບໍລິໂພກ ແລະ ພ້ອມທັງເປັນການປ້ອງກັນຜູ້ບໍຫວັງດີ ທີ່ພາກັນກັກຕູນນ້ຳມັນໄປຂາຍເກີນລາຄາທາງນອກ. ດັ່ງນັ້ນ ແຕ່ມື້ນີ້ເປັນຕົ້ນໄປ ປ້ຳ ພລັສ ທຸກປ້ຳທີ່ ປີໂຕຣເທຣດ ບໍລິຫານເອງທັງໝົດ #ຈະບໍ່ຈຳໜ່າຍໃຫ້ໂດຍການໃສ່ຕຸກ ທຸກໆປະເພດ ທຸກໆກໍລະນີ. #ຈະຍົກເວັ້ນບາງກໍລະນີທີ່ຈຳເປັນທີ່ສຸດ ຕາມການເຫັນດີຂອງຜູ້ຈັດການປ້ຳທີ່ໜ້າງານເທົ່ານັ້ນ. ແຫຼ່ງທີ່ມາ: Petro Trade

ອ່ານເພີ່ມ...

ເຫດການປຸ້ນຊິງຊັບຍິງສາວ ເຈົ້າໜ້າທີ່ຢືນຢັນຍັງຈັບຕົວຜູ້ກໍ່ເຫດບໍ່ໄດ້ ສື່ອອນລາຍລົງຂ່າວວ່າຈັບໄດ້ແລ້ວນັ້ນແມ່ນຂ່າວປອມ

ໃນເວລາ 1:30 ຫາ 2:00 ໂມງ ຕອນກາງຄືນຂອງ ວັນທີ 16-17 ພຶດສະພາ 2022 ໄດ້ມີຄົນຮ້າຍຈຳນວນ 5 ຄົນ ( ຮູບຕາມກ້ອງວົງຈອນ ) ຈີ້ຍິງສາວ ອາຍຸ 30 ປີ, ເຮືອນຢູ່ຮ່ອມ 3 ບ້ານ ດົງນາໂຊກເຫນືອ

ອ່ານເພີ່ມ...

ນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາແຫ່ງຊາດ ສສ ຫວຽດນາມ

ໃນຕອນເຊົ້າວັນທີ 17 ພຶດສະພາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ພັນຄຳ ວິພາວັນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂອງສະຫາຍ ເວືອງ ດິງ ເຫວະ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນໂອກາດນຳພາຄະນະ ມາຢ້ຽມຢາມ

ອ່ານເພີ່ມ...

3 ທີມນັກກິລາລາວ ອອກເດີນທາງຖ້ຽວສຸດທ້າຍ ຮ່ວມຊີງຫຼຽນຄຳ ຮ່າໂນ້ຍ ເກມ

3 ທີມນັກກິລາລາວ ຊຶ່ງປະກອບມີ ປະເພດກິລາລົດຖີບ, ຍົກນໍ້າໜັກ ແລະ ກິລາອີ-ສະປອດ ໄດ້ອອກເດີນທາງ ເຂົ້າຮ່ວມຊີງຫຼຽນຄຳງານມະຫະກຳກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ໃນຕອນເຊົ້າວັນທີ 17 ພຶດສະພາ 2022 ທີ່ສະໜາມບິນ ສາກົນວັດໄຕ ດ້ວຍສາຍການບິນ ລາວແອລາຍ. ສຳລັບທີມນັກກິລາ ອີ-ສະປອດ

ອ່ານເພີ່ມ...

ເປີດບໍ່ແຮ່ໃຕ້ດິນ ທັນສະໄໝແຫ່ງທຳອິດ ໃນ ສປປ ລາວ

ໃນວັນທີ 16 ພຶດສະພາ 2022, ບໍ່ຄຳ-ທອງ ເຊໂປນຂອງ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (ລຊມລ) ໄດ້ເປີດບໍ່ແຮ່ໃຕ້ດິນທັນສະໄໝແຫ່ງທຳອິດ ໃນ ສປປ ລາວ ໂດຍມີ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ເປັນປະທານຄະນະກຳມະການຄຸ້ມຄອງໂຄງການຄຳ-ທອງ

ອ່ານເພີ່ມ...

ຊຽງຂວາງ ກຽມຄວາມພ້ອມຈັດງານກິລາແຫ່ງຊາດຄັ້ງທີ 11 ສໍາເລັດແລ້ວ 70%

ມາຮອດປັດຈຸບັນ ແຂວງ ຊຽງຂວາງ ໄດ້ມີຄວາມພ້ອມ 70% ໃນການເປັນເຈົ້າພາບຈັດງານກິລາແຫ່ງຊາດຄັ້ງທີ 11 ຫລື ຊຽງຂວາງເກມ ເຊິ່ງລັດຖະບານ ກໍຄື ແຂວງຊຽງຂວາງ ໄດ້ກໍານົດເອົາ ວັນທີ 13-22 ທັນວາ 2022 ທີ່ຈະມາເຖິງນີ້, ເປັນມື້ເປີດ-ປິດ. ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງໆຊຽງຂວາງ ລາຍງານໃຫ້ຮູ້

ອ່ານເພີ່ມ...

ສປຊ ເຕືອນໄພແຫ້ງແລ້ງ ມີທ່າອ່ຽງເພີ່ມຄວາມຮຸນແຮງຂຶ້ນ

ສຳນັກ​ຂ່າວ BBC ລາຍງານໃນວັນ​ທີ16​ ພຶດສະພາ ​ນີ້ວ່າ, ສະຫະ​ປະຊາ​ຊາດ (ສປຊ)​​ເຕືອນ​ວ່າ: ​ໄພ​ແຫ້ງ​ແລ້ງ ມີ​ທ່າ​ອ່ຽງເພີ່ມຄວາມຮຸນ​ແຮງ​ຂຶ້ນ ​ແລະ​ ​ແກ່ຍາວ​ອອກ​ໄປ​ອີກ ​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ ​ແລະ ສົ່ງ​ຜົນ​ກະທົບ​ຕໍ່​ຊັບ​ສິນ ​ແລະ ຊີວິດຢ່າງ​ໜັກໜ່ວງ ພ້ອມ​ທັງ​ສະ​ໜີ​ແນວທາງ​ແກ້​ໄຂ​ບັນຫາ​ຢ່າງ​ມີ​ປະສິດທິ​ຜົນພາຍຫລັງໄດ້​ເຜີຍ​ແຜ່​ ບົດ​ລາຍ​ງານກ່ຽວ​ກັບຕົວ​ເລກ​ໄພ​ແຫ້ງ​ແລ້ງ​ ປີ 2022 ໃນ​ໄລຍະ​ກອງ​ປະ​ຊຸມ​​ໃຫຍ່ສະຫະ​ປະຊາ​ຊາດ (COP) ປະ​ຈຳ​ປີ ​ຄັ້ງ​ທີ

ອ່ານເພີ່ມ...

ທ່ານ ທອງລຸນ ສີສຸລິດ ຕ້ອນຮັບ ປະທານສະພາແຫ່ງຊາດ ສສ ຫວຽດນາມ

ວັນທີ 16 ພຶດສະພາ 2022 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງຄະນະຂັ້ນສູງ ສສ ຫວຽດນາມ ນໍາໂດຍ ສະຫາຍ ເວືອງ ດິງ ເຫວະ

ອ່ານເພີ່ມ...

ເປີດງານແຂ່ງຂັນເຕະບານ ນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລຸ້ນອາຍຸບໍ່ເກີນ 17 ປີ

ງານແຂ່ງຂັນກິລາເຕະບານນັກຮຽນມັດທະຍົມສຶກສາທົ່ວປະເທດ ຮຸ່ນອາຍຸບໍ່ເກີນ 17 ປີ ໃນລາຍການ COPA Coca-Cola Laos 2021 ຮອບສຸດທ້າຍ ຊີງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພາ ຜ່ານມາ ທີ່ສະໜາມກິລາ ລ້ານຊ້າງສະເຕດ້ຽມ, ໂດຍມີ ທ່ານ ວິລະວັນ ບຸນສຸກໄທ

ອ່ານເພີ່ມ...

ລາວ ສະເໜີໃຫ້ ອາຊຽນ ແລະ ອາເມຣິກາ  ຮ່ວມມືໃນການຄົ້ນຄວ້າ ຜະລິດວັກຊີນ ແລະ ຢາປິ່ນປົວພະຍາດໂຄວິດ-19

ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ພ້ອມດ້ວຍຄະນະຜູ້ແທນລາວ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອາເມຣິກາ ສະໄໝພິເສດ ໃນວັນທີ 13 ພຶດສະພາ 2022 ທີ່ ວໍຊິງຕັນ ດີຊີ, ສະຫະລັດ ອາເມລິກາ ໂດຍໄດ້ພົບປະປຶກສາຫາລືກັບທ່ານ ໂຈ ໄບເດັນ, ປະທານາທິບໍດີ ແລະ ທ່ານ ນາງ ຄາມາລາ ແຮຣິດສ໌,

ອ່ານເພີ່ມ...
error: Content is protected !!