ວັນທີ 01 ເດືອນກໍລະກົດ 2022 ເວລາ 00:00 ໂມງເປັນຕົ້ນໄປບໍລິສັດທາງດ່ວນ ຈະໄດ້ປະຕິບັດການເກັບອັດຕາຄ່າບໍລິການຜ່ານທາງດ່ວນທີ່ເປັນເງິນກີບ ຕາມອັດຕາແລກປ່ຽນເງິນກີບ ກັບ ເງິນໂລາສະຫະລັດ ບໍລິສັດຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈໍາກັດ ໄດ້ດໍາເນີນການບໍລິການເກັບອັດຕາຄ່າຜ່ານທາງດ່ວນ ຕາມອັດຕາທີ່ໄດ້ກໍານົດໄວ້ໃນສັນຍາສໍາປະທານ ໂດຍບໍ່ມີການປ່ຽນແປງແຕ່ຢ່າງໃດ, ແຕ່ປັດຈຸບັນ ການດໍາເນີນທຸລະກິດໄດ້ຮັບຜົນກະທົບຈາກການເໜັງຕີງຂອງອັດຕາແລກປ່ຽນຂອງເງິນກີບ ກັບ ເງິນໂດລາສະຫະລັດ. ເພື່ອໃຫ້ບໍລິສັດຮ່ວມທືນພັດທະນາທາງດ່ວນ ລາວ-ຈີນ ສາມາດດໍາເນີນທຸລະກິດພາຍໃຕ້ສະພາບອັດຕາແລກປ່ຽນມີການເໜັງຕີງຫລາຍ
ບ້ານເມືອງ
ລາວ ກວດພົບນໍ້າມັນເຊື້ອໄຟ 700 ລ້ານລິດຕໍ່ປີ ທີ່ນໍາເຂົ້າໂດຍບໍ່ແຈ້ງເສຍພາສີ
ການນໍາເຂົ້ານໍ້າມັນເຊື້ອໄຟຕາມການລາຍງານຂອງພາກສ່ວນທີ່ກ່ຽວຂ້ອງພົບວ່າທົ່ວປະເທດລາວໄດ້ມີການນໍາເຂົ້າປະມານ 1,200 ລ້ານລິດຕໍ່ປີ, ແຕ່ຜ່ານການກວດສອບຕົວຈິງໂດຍການເກັບກໍາ ຂໍ້ມູນຈາກປະເທດທີ່ ລາວ ເຮົາໄດ້ນໍາເຂົ້ານໍ້າມັນຈາກ ສສ ຫວຽດນາມ ແລະ ປະເທດໄທ ຫຼື ຜ່ານປະເທດດັ່ງກ່າວພົບວ່າມີຈໍານວນ 1,900 ລ້ານລິດ/ປີ, ນັ້ນໝາຍຄວາມວ່າ 700 ລ້ານລິດນັ້ນສາມາດເວົ້າໄດ້ວ່າແມ່ນການລັກລອບນໍາເຂົ້າຍ້ອນວ່າບໍ່ໄດ້ເສຍພາສີອາກອນ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ
ເຈົ້າໜ້າທີ່ຕຳຫລວດ ຈີນ-ລາວ ກວດຢຶດຢາເສບຕິດ 1.44 ໂຕນ
ອີງຕາມສຳນັກຂ່າວ ຊິນຮວາ (xinhuathai.com/china/), ວັນທີ 25 ມິຖຸນາ ນີ້, ເຈົ້າໜ້າທີ່ຕຳຫລວດ ຈີນ ແລະ ລາວ ໄດ້ຮ່ວມມືກັນ ສະກັດກັ້ນ ການລັກລອບຄ້າຢາເສບຕິດຂ້າມຊາຍແດນ ໂດຍໄດ້ຈັບກຸມຜູ້ຕ້ອງສົງໄສ 2 ຄົນ ແລະ ກວດຢຶດ ຢາເສບຕິດປະເພດ ຢາໄອ່ສ 1.44 ໂຕນ ຕາມລຸ່ມ
ຈັບກຸ່ມຄໍເຊັນເຕີ້ ໂພສຮັບສະໝັກວຽກຜ່ານທາງເຟສບຸກ ສ້າງຜົນເສຍຫາຍ 500 ລ້ານກວ່າກີບ
ໃນເດືອນມີຖຸນາ 2022, ກອງບັນຊາການ ປກສ ເມືອງ ໄຊທານີ, ນະຄອນຫຼວງງ ວຽງຈັນ ສາມາດກັກຕົວຜູ້ຕ້ອງຫາຄະດີສໍ້ໂກງຊັບ ໄດ້ຈຳນວນ 3 ຄົນ ຜົນເສຍຫາຍ 500 ລ້ານກວ່າກີບ, ຍ້ອນຫຼົງເຊື່ອກຸ່ມຄໍເຊັນເຕີ ໂພສຮັບສະໝັກວຽກຜ່ານທາງເຟສບຸກ ໂດຍອ້າງໃຫ້ເງິນເດືອນສູງ ແລະ ເປັນການເຮັດວຽກ ອອນລາຍ. ພັທ ສຸລີວັນ ແກ້ວມະນີວົງ
ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍ ຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ
ໃນວັນທີ 27 ມິຖຸນາ 2022, ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ພາຍໃຕ້ການເປັນປະທານຂອງທ່ານ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ເຊິ່ງເປັນກົດໝາຍສ້າງໃໝ່
ພົບເຫັນການລັກລອບຫາປາ ຢູ່ເຂດວັງສະຫງວນປາກນໍ້າຄານ ຫາ ແກ້ງຍອງ
ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນ-ຫຼວງພະບາງ, ແຂວງ ຫຼວງພະບາງ ໄດ້ສົມທົບຫ້ອງການກະສິກຳ ແລະ ປ່າໄມ້ ນະຄອນ-ຫຼວງພະບາງ, ມີເຈົ້າໜ້າທີ່ ປກສ ກຸ່ມເມືອງງາ, ປກສ ກຸ່ມວິຊຸນ ແລະ ອົົງການປົກຄອງບ້ານໝືນນາ ໄດ້ລົງກວດກາລາດຕະເວນ ເຂດສະຫງວນອະນຸລັກຊີວະນາໆພັນ ຢູ່ປາກນໍ້າຄານລະຫວ່າງບ້ານ ໂພສະອາດ ແລະ ບ້ານ ຊຽງທອງຄີລີ
ອາຊຽນ ເພີ່ມທະວີໃນຫຼາຍຂະແໜງການເພື່ອແນໃສ່ຄຸ້ມຄອງໄພພິບັດທຳມະຊາດ
ວິທະຍຸກະຈາຍສຽງ ຫວຽດນາມ ລາຍງານວ່າ: ໃນລະຫວ່າງວັນທີ 21 – 23 ມິຖຸນາຜ່ານມາ, ຄະນະກຳມະການ ອາຊຽນ ກ່ຽວກັບການຄຸ້ມຄອງໄພພິບັດທຳມະຊາດ (ACDM) ໄດ້ຈັດກອງປະຊຸມ ACDM ຄັ້ງທີ 40, ກອງປະຊຸມ ACDM-ຈີນ ຄັ້ງທີ 3, ກອງປະຊຸມ ACDM – ຍີ່ປຸ່ນ
ໄທ-ລາວ-ຫວຽດນາມ ມີແຜນການເປີດສາຍລົດເມເຊື່ອມຕໍ່ກັນ
ຕາມຂ່າວຈາກ ເວັບໄຊ https://thainews.prd.go.th/th/news/detail ,ເມື່ອບໍ່ດົນມານີ້ ລາຍງານວ່າ: ໄທ ພວມປຶກສາຫາລືກັບ ລາວ ແລະ ຫວຽດນາມ ກ່ຽວກັບເລື່ອງເປີດສາຍ ລົດເມໃໝ່ ເຊື່ອມຕໍ່ບັນດາສະຖານທີ່ມີຊື່ສຽງຂອງ 3 ປະເທດໂດຍຜ່ານເສັ້ນທາງ R12 ຈາກ ນະຄອນພະມົມ ຂອງ ໄທ ໄປເທດສະບານ ທ່າແຂກ ແຂວງ ຄຳມ່ວນ,
ເປີດອຸທິຍານແຫ່ງຊາດ ພູເຂົາຄວາຍ
ແຫລ່ງຂ່າວຈາກ ແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ກົມປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້ ຈັດພິທີເປີດອຸທິຍານແຫ່ງຊາດ ພູເຂົາຄວາຍ ເມືອງ ທ່າພະບາດ ເຊິ່ງມີພື້ນທີ່ກວ້າງໃຫຍ່ໄພສານ, ເປັນເຂດທີ່ອຸດົມສົມບູນໄປດ້ວຍພັນສັດ, ພັນພືດ ແລະ ເຄື່ອງປ່າຂອງດົງມາແຕ່ດຶກດຳບັນ, ມີຮ່ອງຮອຍປະຫວັດສາດ ແລະ ວັດທະນາທໍາ ທີ່ມີຄວາມສໍາຄັນທາງດ້ານການທ່ອງທ່ຽວ ທຳມະຊາດ ແລະ ການສຶກສາຄົ້ນຄວ້າວິທະຍາສາດ. ໂອກາດນີ້,
