ເກີດແຜ່ນດິນໄຫວ 3.8 ຣີກເຕີ ໃນບໍລິເວນ ແຂວງ ບໍລິຄໍາໄຊ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດ ແຜ່ນດິນໄຫວ ຈາກສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ຄັ້ງວັນທີ 30 ມິຖຸນາ 2022 ໃນເວລາ 00:37 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວ ພາຍໃນປະເທດລາວ ຈໍານວນ 01 ຄັ້ງ ໃນບໍລິເວນ ບ້ານ ນາກາງ, ເມືອງ ວຽງທອງ, ແຂວງ

ອ່ານເພີ່ມ...

ສົ່ງໃຈເຊຍ! ນັກກິລາບານເຕະ ທີມຊາດລາວ ທີ່ຈະເຂົ້າແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈໍາປີ 2022 AFF U19 CHAMPIONSHIP 2022 ທີ່ ອິນໂດເນເຊຍ

ຕອນບ່າຍວັນທີ 29 ມິຖຸນາ 2022 ຢູ່ທີ່ສະຫນາມບິນສາກົນວັດໄຕ ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ອອກເດີນທາງເຂົ້າຮ່ວມ ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈໍາປີ 2022 AFF U19 CHAMPIONSHIP 2022 ເຊິ່ງຈັດຢູ່ທີ່ປະເທດ ອິນໂດເນເຊຍ

ອ່ານເພີ່ມ...

ໂຄງການກໍ່ສ້າງສູນການຄ້າ ແຂວງ ເຊກອງ ເປີດໃຫ້ຈອງແລ້ວ

ສູນການຄ້າ ແລະ ອາຄານ ເປັນສູນການຄ້າທີ່ທັນສະໄໝໃນແຂວງເຊກອງ ໂດຍແມ່ນ ບໍລິສັດສອນ ເປັນຜູ້ລົງທຶນຮັບເໝົາກໍ່ສ້າງ ແລະ ສໍາປະທານຈາກພາກລັດ ຊຶ່ງຕັ້ງຢູ່ເມືອງລະມາມ ກໍຄືເທສະບານແຂວງເຊກອງ, ເປັນອາຄານສູງ 4 ຊັ້ນ, ຂະໜາດ 36 x 57,6 ແມັດ ມີ 89 ຫ້ອງ, ແຕ່ລະຊັ້ນແຕກຕ່າງກັນໄປຄື: ຊັ້ນທີ

ອ່ານເພີ່ມ...

ປະທານປະເທດ ພ້ອມດ້ວຍຄະນະຢ້ຽມຢາມ ເຂດຂົນສົ່ງໂລຈິສຕິກ ທ່າບົກ-ທ່ານາແລ້ງ

ຕອນເຊົ້າວັນທີ 29 ມິຖຸນາ 2022 ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ພ້ອມດ້ວຍຄະນະ ໄດ້ເດີນທາງເຄື່ອນໄຫວຢ້ຽມຢາມເຂດການຂົນສົ່ງທ່າບົກ-ທ່ານາເເລ້ງ ໂລຈິດສຕິກພາກ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໂດຍມີຄະນະພັກ-ຄະນະນໍາຈາກອົງການປົກຄອງນະນຄອນຫລວງວຽງຈັນ, ຄະນະນໍາ ເເລະພັກນັກງານທີ່ເຮັດວຽກຢູ່ພາຍໃນເຂດການຂົນສົ່ງທ່າບົກ-ທ່ານາເເລ້ວ ໂລຈິດສຕິກພາກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບ. ໂອກາດນີ້ ທ່ານຈັນທອນ ສິດທິໄຊ ປະທານບໍລິສັດວຽງຈັນ ໂລຈິດສຕິກພາກ

ອ່ານເພີ່ມ...

ຈຳປາສັກ-ອຸບົນ ຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ

ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ – ໄທ ລະ ຫວ່າງ ແຂວງຈຳປາສັກ ສປປ ລາວ ກັບ ຈັງຫວັດອຸບົນຣາຊະທານີ ຣາຊະອານາຈັກ ໄທ ຄັ້ງທີ 14 ໄດ້ມີຂຶ້ນ ໃນວັນທີ 28 ມິຖຸນາ ນີ້ ທີ່ໂຮງແຮມຈຳປາສັກແກຣນ ນະຄອນປາກເຊ ແຂວງຈໍາປາສັກ ສປປ

ອ່ານເພີ່ມ...

ເຈົ້າໜ້າທີ່ ນຳກວດກາຄົນເລ້ລ້ອນແຄມທາງເຂົ້າສູນສົງເຄາະ

ຮອ ນາງ ອ່າງ ບຸດສະດີ ວັນທີ 23 ມິຖຸນາ 2022 ປກສ ກຸ່ມວັດຈັນ ເມືອງ ຈັນທະບູລີ ສົມທົບກັບອໍານາດອົງການປົກຄອງບ້ານ,ຫ້ອງ ການແຮງງານເມືອງ ແລະ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ລົງກວດກາແກ້ໄຂຄົນເລ້ລ້ອນ ແລະ ຄົນບ້າໄບ້ເສຍຈິດ ທີ່ຢູ່ໃນພື້ນທີ່ ກຸ່ມວັດຈັນ

ອ່ານເພີ່ມ...

ທູດລາວ ປະຈຳອາເມຣິກາ ແລະ ແຄນນາດາ ເຂົ້າຢ້ຽມຂໍ່ານັບ ປະທານາທິບໍດີ ສະຫະລັດ ອາເມຣິກາ

ເມື່ອບໍ່ດົນມານີ້, ທ່ານ ສີສະຫວາດ ອິນພະຈັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສະຫະລັດອາເມຣິກາ ແລະ ແຄນນາດາ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາ ທີ່ທຳນຽບປະທານາທິບໍດີ (ທຳນຽບຂາວ) ຮ່ວມກັບບັນດາທູດຕ່າງປະເທດ ປະມານ 50 ປະເທດ. ພິທີດັ່ງກ່າວແມ່ນຖືກຈັດຂຶ້ນ ແທນການຍື່ນສານດ້ວຍຕົນເອງ

ອ່ານເພີ່ມ...

ອຸດົມໄຊ ສ້າງຂະບວນອອກແຮງງານ ຕ້ອນຮັບວັນສຳຄັນຂອງແຂວງ

ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ອົງການພັດທະນາ ແລະ ບໍລິຫານຕົວເມືອງ ເມືອງ ໄຊ ໄດ້ນໍາພາພະນັກງານ-ລັດຖະກອນ ຈາກພາກສ່ວນຕ່າງໆ ອ້ອມຂ້າງແຂວງອຸດົມໄຊ ສ້າງຂະບວນການ ອອກແຮງງານ ລວມ ຢູ່ພາຍໃນເທສະບານ ແຂວງ ເພື່ອເປັນການຫ້າງຫາກະກຽມ ຂໍ່ານັບຮັບຕ້ອນ ການສະເຫລີມສະຫລອງ ວັນສຳຄັນຂອງແຂວງ ໂດຍສະເພາະ ວັນສ້າງຕັ້ງແຂວງອຸດົມໄຊ

ອ່ານເພີ່ມ...

ເພີ່ມຖ້ຽວລົດໄຟຜູ້ໂດຍສານຈາກນະຄອນຫຼວງ ວຽງຈັນ ຫາ ຫຼວງພະບາງ ໃນວັນທີ 1-3 ກໍລະກົດ 2022

ເຖິງຜູ້ໂດຍສານທຸກທ່ານ: ບໍລິສັດລົດໄຟ ລາວ-ຈີນ ໄດ້ຄຳນຶງເຖິງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານ, ເພື່ອໃຫ້ມີລົດໄຟໃຊ້ພຽງພໍໃນການຂົນສົ່ງຜູ້ໂດຍສານພາຍໃນ ແລະ ນັກທ່ອງທ່ຽວທີ່ມາທ່ຽວ ລາວ, ພວກເຮົາຈິ່ງໄດ້ເປີດໃຫ້ບໍລິການລົດໄຟຜູ້ໂດຍສານ EMU ຖ້ຽວ C92/1 ໂດຍຈະແລ່ນຈາກສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີຫຼວງພະບາງ ໃນວັນທີ 1-3 ກໍລະກົດ, ລາຍລະອຽດມີດັ່ງນີ້: ລົດໄຟຖ້ຽວ C92 ອອກຈາກສະຖານີນະຄອນຫຼວງ ວຽງຈັນ ເວລາ

ອ່ານເພີ່ມ...

ເຈົ້າໜ້າທີ່ສຶກສາອົບຮົມ ຜູ້ໂຄສະນາແລກປ່ຽນເງິນຕາບໍ່ຖືກຕ້ອງ ຄັ້ງທີ 2

ໃນວັນທີ 27 ມິຖຸນາ 2022 ເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕຳຫລວດກະຊວງ ປກສ ໄດ້ຮຽກຕົວທ້າວ ເດຊາ ອາຍຸ 29 ປີ, ນັກທຸລະກິດ ບ້ານ ສີສັງວອນ, ເມືອງ ໄຊເສດຖາ ນະຄອນຫຼວງ ວຽງຈັນ ມາສືບສວນ-ສອບສວນ ຄັ້ງທີ 2 ຍ້ອນຜູ້ກ່ຽວໄດ້ເຄື່ອນໄຫວຊໍ້າໂຄສະນາແລກປ່ຽນເງິນຕາບໍ່ຖືກຕ້ອງຜ່ານສື່ສັງຄົມອອນລາຍ. ເຈົ້າຫນ້າທີ່ໃຫ້ຂໍ້ມູນວ່າ:

ອ່ານເພີ່ມ...
error: Content is protected !!