ເຕືອນໄພ! ພາກັນລະວັງແນ່ເດີ້! ເຫດໂຈນທຸບແວ່ນລົດໃນພື້ນທີ່ສາທາລະນະ ສຳລັບໃຜທີ່ໄປອອກກຳລັງກາຍແລ້ວບໍ່ມີຄົນເຝົ້າລົດ ເຮັດໃຫ້ຕ້ອງໄດ້ຈອດລົດປະມ້ຽນ, ເຊິ່ງຜູ້ໃຊ້ເຟສບຸກ ເພິ່ນໄດ້ໂພອຸທາຫອນເຕືອນເຊິ່ງມີເນື້ອໃນວ່າ: ອຸທາຫອນ ໃຫ້ກັບທຸກຄົນທີ່ມາອອກກໍາລັງກາຍຢູ່ບຶງທາດຫຼວງເດີ້, ໂຈນທຸບແວ່ນລົດ ຄົນມາແລ່ນຢູ່ນີ້ບອກບໍ່ແມ່ນຄັນທໍາອິດວ່າຊັ້ນ, ເຈິຫຼາຍຄັນແລ້ວ ທັງລົດຈັກ ແລະ ລົດໃຫຍ່. ຖ້າຫຼາຍຈັ່ງຊີ້ຊິພາກັນແກ້ຈັ່ງໃດດີ? ສັງຄົມຄືເລີ່ມຢູ່ຍາກຂຶ້ນ, ໃຫ້ມີສະຕິນໍາກັນເດີ້. ຈຸດເກີດເຫດ: ບຶງທາດຫຼວງ, ນະຄອນຫຼວງ ວຽງຈັນ Cr. Jiap
ບ້ານເມືອງ
ເຕະບານຊາຍ U19 ຊິແຊ້ມອາຊຽນ 2022 ກຸ່ມ B ທີມຊາດລາວ ເອົາຊະນະ ກຳປູເຈຍ 2-1
U19 ທີມຊາດລາວ ເລີ່ມຕົ້ນດີ ຂຶ້ນນຳ U19 ກຳປູເຈຍ 2-0 ຫລັງຈົບເຄິ່ງເວລາທີໜຶ່ງ, ເຕະບານຊາຍ U19 ປີ ຊິງແຊ້ມອາຊຽນ 2022 ກຸ່ມ B. U19 ທີມຊາດລາວ ໄດ້ສອງປະຕູຈາກ ປີເຕີ ພັນທະວົງ ດາວເດັ່ນຈາກເອສຣາ ນາທີ 7′, 25′.
ເລີ່ມແຕ່ວັນທີ 11 ກໍລະກົດ ເປັນຕົ້ນໄປ ຈະບໍ່ຮັບເອກະສານຄໍາຮ້ອງຂໍໜັງສືຜ່ານແດນຈາກຜູ້ທີ່ມາຈາກ 6 ແຂວງ
ເລີ່ມແຕ່ວັນທີ 11 ກໍລະກົດ ເປັນຕົ້ນໄປ ກົມກົງສູນ ນະຄອນຫຼວງ ວຽງຈັນ ຈະບໍ່ຮັບເອກະສານຄໍາຮ້ອງຂໍໜັງສືຜ່ານແດນຈາກຜູ້ທີ່ມາຈາກ 6 ແຂວງ ຍົກເວັ້ນກໍລະນີ້ຈໍາເປັນ ເນື່ອງຈາກບັນດາແຂວງດັ່ງກ່າວມີສູນຮັບຄໍາຮ້ອງແລ້ວວັນທີ 7 ກໍລະກົດ 2022 ນີ້ ກົມກົງສຸນ, ກະຊວງການຕ່າງປະເທດ ໄດ້ປະກາດ ເລື່ອງການຍື່ນຄໍາຮ້ອງຂໍໜັງສືຜ່ານແດນ ທີ່ ກົມກົງສູນ ກະຊວງການຕ່າງປະເທດ ປັດຈຸບັນ
ເສັ້ນທາງຖະໜົນສະໜາມບິນ ບໍ່ແກ້ວ ສຳເລັດ 100% ແລະ ເປີດນຳໃຊ້ແລ້ວ
ການພັດທະນາພື້ນຖານໂຄງລ່າງ ຖືເປັນສິ່ງສໍາຄັນສະເໝີ ຄະນະຮັບຜິດຊອບພັດທະນາໂຄງການເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຍາມໃດກໍຖືເອົາການພັດທະນາພື້ນຖານໂຄງລ່າງເປັນພິເສດ ເພື່ອຮອງຮັບກໍຄືການພັດທະນາເອື້ອອໍານວຍໃຫ້ແກ່ການເດີນທາງໄປມາມີຄວາມສະດວກສະບາຍຂຶ້ນ ເຊິ່ງຕະຫຼອດໄລຍະທີ່ຜ່ານມາກໍໄດ້ພັດທະນາທັງບ່ອນພັກທີ່ຢູ່ອາໄສເປັນຕົ້ນເຮືອນພັກ, ໂຮງແຮມ, ອາພັດເມັນ ແລະ ເສັ້ນທາງເຊື່ອມຕໍ່ຫາເຂດເສດຖະກິດພິເສດຫຼາຍຈຸດ ໂດຍສະເພາະໃນມໍ່ໆມານີ້ ຄະນະຮັບຜິດຊອບໂຄງການໄດ້ພັດທະນາກໍ່ສ້າງເສັ້ນທາງຈາກເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຫາ ສະໜາມບິນສາກົນບໍ່ແກ້ວ ເສັ້ນທາງດັ່ງກ່າວນີ້ໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍປີ 2020 ເປັນຕົ້ນມາມີຄວາມຍາວທັງໝົດ 5 ກິໂລແມັດ ເປັນທາງ 4 ເລນ
ການມີພືດກະທ່ອມຄອບຄອງ ແມ່ນຜິດກົດໝາຍໃນ ລາວ
ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ການນໍາພືດກະທ່ອມ (ໃບສົດ), ເຄື່ອງດື່ມ ແລະ ຜະລິດຕະພັນອາຫານທີ່ມີການປຸງແຕ່ງຈາກພຶດກະທ່ອມ ເຂົ້າມາຈໍາໜ່າຍໃນ ສປປ ລາວ ແມ່ນຍັງບໍ່ສອດຄ່ອງກັບກົດໝາຍທີ່ໄດ້ກໍານົດອອກເນື່ອງຈາກວ່າຜະລິດຕະພັນທີ່ໄດ້ ມາຈາກການປຸງແຕ່ງ ແລະ ມີສ່ວນປະສົມຈາກພືດດັ່ງກ່າວ ຍັງເປັນພືດທີ່ກົດໝາຍຂອງ ສປປ ລາວ ເກືອດຫ້າມ ບໍ່ອະນຸຍາດໃຫ້ປູກ, ປຸງແຕ່ງ, ຜະລິດ,
ເຫດລົດພ່ວງເສຍຫຼັກປີ້ນ
ໃນວັນທີ 06 ກໍລະກົດ 2022 ເວລາ 12:10 ໂມງ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 020 23451624- 020 55330065 ວ່າມີ : ລົດພ່ວງປີ້ນ ຢູ່ເສັ້ນທາງ ຖໍ້າແອ່ນ, ເມືອງ ທ່າແຂກ, ແຂວງ ຄຳມ່ວນ ທີມງານໄປເຖິງຈຸດເກີດເຫດໄດ້ພົບເຫັນຜູ້ບາດເຈັບ 01 ຄົນ
ເຈົ້າແຂວງ ໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ຕິດຕາມ ກວດກາໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ
ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້, ຕິດຕາມ, ກວດກາໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມນໍ້າຈັ້ງ ໄລຍະທີ 2 ເມືອງອະນຸວົງ ໃນວັນທີ 5 ກໍລະກົດ ຜ່ານມານີ້ ມີທ່ານ ບຸນມາ ເພັດມະນີວົງ ຕາງໜ້າ ບໍລິສັດ ທີ່ປຶກສາໂຄງການ ແລະ
ຫາລືດ້ານນະໂຍບາຍການພັດທະນາເຊື່ອມຕໍ່ພະລັງງານໄຟຟ້າຂ້າມຊາຍແດນ
ໃນລະຫວ່າງວັນທີ 4-6 ກໍລະກົດ 2022, ໄດ້ມີກອງປະຊຸມ ຄະນະກຳມະການປະສານງານການຊື້-ຂາຍ ໄຟຟ້າໃນອະນຸພາກພື້ນແມ່ນໍ້າຂອງ(RPTCC) ຄັ້ງທີ 29 ເພື່ອປຶກສາຫາລືຮ່ວມກັບບັນດາປະເທດສະມາຊິກ ອະນຸພາກພື້ນແມ່ນ້ຳຂອງ ໃນດ້ານນະໂຍບາຍຕ່າງໆ, ລາຄາໄຟ, ການພັດທະ ນາກ່ຽວກັບການເຊື່ອມຕໍ່ພະລັງງານໄຟຟ້າຂ້າມຊາຍແດນ, ການຄາດຄະເນຄວາມຕ້ອງການ ແລະ ແຜນຈັດຕັ້ງປະຕິບັດ ການເກັບຮັກສາພະລັງງານ, ຕາຂ່າຍໄຟຟ້າ ລວມທັງການປຶກສາຫາລືຕິດພັນກັບການຫັນສູ່ພະລັງງານສະອາດ ໃນອະນາຄົດ ແລະ ການວາງແຜນພະລັງງານ
6 ເດືອນ ປກສ ເມືອງ ປາກງື່ມ ແກ້ໄຂເປົ້າໝາຍຢາເສບຕິດໄດ້ ຫຼາຍ 10 ເລື່ອງ
ພັທ ສິງຄຳ ລໍວັນໄຊ ຫົວໜ້າ ປກສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໃຫ້ສຳພາດຕໍ່ ປກສ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດແກ້ໄຂຢາເສບຕິດວ່າ: 6 ເດືອນຕົ້ນປີ 2022, ປກສ ເມືອງປາກງື່ມ ສາມາດແກ້ໄຂ ເປົ້າໝາຍ ຢາເສບຕິດໄດ້ 52 ເລື່ອງ, ຢຶດຂອງກາງຢາເສບຕິດໄດ້ 74,880 ເມັດ; ໃນນີ້ໄດ້ແກ້ໄຂຄະດີຊື້-ຂາຍຢາເສບຕິດ
2 ເດືອນ ຜ່ານມາ ການຄ້າທົ່ວປະເທດໄດ້ກວດກ່ຽວກັບບັນຫານໍ້າມັນ 1,147 ຄັ້ງ, ສຶກສາອົບຮົມຜູ້ລະເມີດ 126 ຄັ້ງ ແລະ ປັບໄໝ 14 ກໍລະນີ
ໃນຊ່ວງເດືອນເມສາ – ຕົ້ນເດືອນກໍລະກົດ ປີ 2022 ລາຄານ້ຳມັນໃນທົ່ວໂລກມີການເໜັງຕີງຂຶ້ນ, ເຊິ່ງເປັນປັດໄຈເຮັດໃຫ້ລາຄານໍ້າມັນເຊື້ອໄຟຢູ່ ສປປ ລາວ ສູງຂຶ້ນ ເຊັ່ນດຽວກັນ. ສະນັ້ນ, ຈຶ່ງເຮັດໃຫ້ເກີດມີປະກົດການກັກຕຸນນ້ຳມັນ, ຂາຍເກີນລາຄາ, ປະຊາຊົນຂາຍເອງຊະຊາຍຕາມແຄມທາງ ແລະ ອື່ນໆ. ຕໍ່ກັບບັນຫາດັ່ງກ່າວ, ກົມການຄ້າພາຍໃນ ໃນນາມເປັນເສນາທິການໃຫ້ແກ່ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນການຈັດຕັ້ງປະຕິບັດວຽກງານກວດກາການຄ້າ










